ພິທີປະກາດການຈັດຕັ້ງ ຂັ້ນຫົວໜ້າກົມ ພາຍໃນ ກະຊວງແຜນການ ແລະ ການລົງທຶນ

by | Mar 18, 2022 | ການເຄື່ອນໄຫວ | 0 comments

ໃນຕອນບ່າຍ, ວັນທີ 15 ມີນາ 2022, ຢູ່ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີປະກາດການຈັດຕັ້ງ ຂັ້ນຫົວໜ້າກົມ ພາຍໃນ ກະຊວງ ຜທ ຂຶ້ນ, ໂດຍການເປັນປະທານຂອງທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ພ້ອມນີ້ກໍ່ຍັງມີບັນດາຄະນະປະຈໍາພັກ, ຄະນະພັກ, ຄະນະນໍາຂອງກະຊວງ, ບັນດາຫົວຫນ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານທຸກທ່ານ ຂອງກົມກອງທີ່ຂອງກົມກອງເຂົ້າຮ່ວມທັງໝົດ120 ຄົນ.

ໃນພິທີແມ່ນໄດ້ແຕ່ງຕັ້ງ ທ່ານ ປອ. ພອນໄຊ ວິໄລສັກ ເປັນຫົວໜ້າກົມປະເມີນຜົນ, ການປະກາດການແຕ່ງຕັ້ງ ໃນຄັ້ງນີ້ ກໍເພື່ອເຮັດໃຫ້ວຽກງານການປະເມີນຜົນ ມີຄວາມໜັກແໜ້ນເຂັ້ມແຂງ ແລະ ສາມາດຈັດຕັ້ງຜັນຂະຫຍາຍແນວທາງ ຂອງພັກ-ລັດ, ແບບແຜນຍຸດທະສາດຂອງຂະແໜງ ຜທ ໃຫ້ໄດ້ຮັບຜົນສຳເລັດຕາມລຳດັບຄາດໝາຍ ທີ່ໄດ້ກຳນົດໄວ້.

          ໂອກາດນີ້, ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ,ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຜູ້ຮັບແຕ່ງຕັ້ງໃໝ່ ດັ່ງນີ້:

  • ສະເໜີໃຫ້ສະຫາຍ ລວມທັງບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຫຼື ບໍ່ໄດ້ຮັບການແຕ່ງຕັ້ງກໍເຊັ່ນດຽວກັນ, ຈົ່ງສືບຕໍ່ກໍາແໜ້ນເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ່ IV ຂອງອົງຄະນະພັກ ກຜທ ຢ່າງເລີກເຊິງ ແລ້ວຫັນເປັນແຜນລະອຽດຂອງພາກສ່ວນຕົນ; ພ້ອມກັນນຳໄປຈັດຕັ້ງເຊື່ອມຊຶມ, ຄົ້ນຄວ້າຜັນຂະຫຍາຍໃຫ້ເລິກເຊິ່ງ, ຈະແຈ້ງ ແລ້ວນໍາໄປຈັດຕັ້ງຜັນຂະຫຍາຍໃນວຽກງານຂອງຕົນຮັບຜິດຊອບ ໃຫ້ເກີດໝາກເກີດຜົນ ໂດຍການແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ ປະຕິບັດຢ່າງຈະແຈ້ງ;
  • ສືບຕໍ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ໃຫ້ສົມຄູ່ກັບໜ້າທີ່ຕຳແໜ່ງທີ່ໄດ້ຮັບມອບໝາຍ,ມີຄວາມເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ; ຍົກລະດັບຄວາມຮູ້ຄວາມສາມາດດ້ານຕ່າງໆໃຫ້ນັບມື້ນັບສູງຂື້ນເລື້ອຍໆ ແລະ ທ່ວງທັນກັບ ການປ່ຽນແປງໃນໄລຍະໃໝ່, ທັນກັບການຫັນເປັນທັນສະໄໝ, ທັງເຮັດລ້ອນໜ້າທີ່ການເມືອງ ທີ່ພັກ-ລັດມອບໝາຍໃຫ້ ແລະ ໃຫ້ສົມກັບຄວາມໄວ້ວາງໃຈ ຂອງມະຫາຊົນ, ຂອງການຈັດ ຕັ້ງພັກ-ລັດຂັ້ນເທິງ ທີ່ມີຕໍ່ບັນດາສະຫາຍ.
  • ສືບຕໍ່ກຳແໜ້ນພາລະບົດບາດການເຄື່ອນໄຫວວຽກງານຂອງກົມກອງຕົນ ແລະ ໃຫ້ເພີ່ມທະວີ ການສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານພາຍໃນກົມກອງ ຂອງຕົນໃຫ້ນັບມື້ນັບ ດີຂື້ນ, ຊຸກຍູ້ໃຫ້ພະນັກງານປະຕິບັດລະບຽບວິໄນ, ປະຕິບັດພັນທະໜ້າທີ່ ແລະ ກໍຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ໃຫ້ສູງຂື້ນເລື້ອຍໆ ແລະ ພ້ອມນັ້ນ ກໍ່ໃຫ້ເພີ່ມທະວີ ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ເປັນຈິດໜຶ່ງໃຈດຽວກັນ, ພ້ອມກັນຈັດຕັ້ງປະຕິບັດ ວຽກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ໄດ້ຮັບຜົນສຳເລັດ.
  • ວຽກງານປະເມີນຜົນ ເອົາໃຈໃສ່ສ້າງລະບົບເກັບກຳຂໍ້ມູນຂ່າວສານໂຄງການລົງທຶນຂອງລັດ ທີ່ທັນສະໄໝ ເພື່ອເປັນບ່ອນອີງໃນການຕິດຕາມ ແລະ ປະເມີນຜົນທັງ 4 ໄລຍະ, ພ້ອມທັງປັບປຸງກົນໄກການຄົ້ນຄ້ວາຮັບຮອງຜົນການປະເມີນ ແລະການອອກໃບຢັ້ງຢືນ ທັງ 4 ໄລຍະໃຫ້ມີຄວາມກະທັດຮັດ ວ່ອງໄວ ໂປ່ງໃສ ສາມາດ ກວດສອບໄດ້ ຖືກຕ້ອງຕາມຫຼັກການປະເມີນ ແລະລະບຽບກົດໝາຍ.

ຢາກເຮັດໄດ້ທັງໝົດວຽກງານທີ່ກ່າວມາຂ້າງເທິງນັ້ນ ຮຽກຮ້ອງໃຫ້ບັນດາສະຫາຍ ເອົາໃຈໃສ່ ປັບປຸງແບບແຜນວິທີເຮັດວຽກໃຫ້ດີ, ປະຕິບັດຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນ ໝູ່ຄະນະ, ບຸກຄົນຮັບຜິດຊອບ, ມີການແບ່ງວຽກງານກັນຢ່າງຄັກແນ່, ມີຄວາມສາມັກຄີເປັນ ປືກແຜ່ນ, ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສຳເລັດ.