ພິທີປະກາດການຈັດຕັ້ງ ພາຍໃນ ກະຊວງແຜນການ ແລະ ການລົງທຶນ

by | Nov 14, 2022 | ການເຄື່ອນໄຫວ, ຂ່າວເດັ່ນ | 0 comments

ໃນວັນທີ 11 ພະຈິກ 2022, ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີປະກາດການຈັດຕັ້ງຂື້ນພາຍໃຕ້ການເປັນປະທານຂອງ ທ່ານ ນ. ຄໍາຈັນ ວົງແສນບູນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີບັນດາຄະນະປະຈໍາພັກ, ຄະນະພັກ, ຄະນະນໍາຂອງກະຊວງຜທ, ບັນດາເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ ພ້ອມດ້ວຍຄະນະພະແນກ ພາຍໃນ ກະຊວງແຜນ ການ ແລະ ການລົງທຶນ ຈຳນວນທັງໝົດ 134 ຄົນ ເຂົ້າຮ່ວມ.

ໃນພິທີ ທ່ານ ບົວຄຳ ວິລະວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງແຜນການ ແລະ ການລົງທຶນ ໄດ້ຜ່ານຂໍ້ຕົກລົງ ເຊິ່ງມີລາຍລະອຽດດັ່ງນີ້:

  1. ຂໍ້ຕົກລົງສັບຊ້ອນ ແລະ ແຕ່ງຕັ້ງ ທ່ານ ປອ ນິດຖາ ບຸບຜາ ຫົວໜ້າພະແນກ, ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ຝຶກອົບຮົມ ເປັນຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ.
  2. ຂໍ້ຕົກລົງແຕ່ງຕັ້ງ ທ່ານ ຄຳແພງ ລັດມະນີ ເປັນຮອງຫົວໜ້າຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ.
  3. ຂໍ້ຕົກລົງສັບຊ້ອນ ແລະ ແຕ່ງຕັ້ງ ທ່ານ ນ. ບາງທອງ ທິບສົມພັນ ຮອງຫົວໜ້າກົມສະຖະຕິເສດຖະກິດ ເປັນຮອງຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ, ສູນສະຖິຕິແຫ່ງຊາດ.
  4. ຂໍ້ຕົກລົງຮັບເອົາ ແລະ ແຕ່ງຕັ້ງ ທ່ານ ນ. ຄຳເມິງ ບັນນະລາດ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ, ສະຖາບັນວິທະຍາສາດເສດຖະກິດສັງຄົມແຫ່ງຊາດ ເປັນຮອງຫົວໜ້າກົມສະຖິຕິເສດຖະກິດ, ສູນສະຖິຕິແຫ່ງຊາດ.

ເພື່ອເປັນທິດໃຫ້ ບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ສັບຊ້ອນ ທ່ານ ນ. ຄຳຈັນວົງແສນບູນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງ ຜທ ໄດ້ມີຄໍາເຫັນເນັ້ນໜັກ ດັ່ງນີ້: ການປັບປຸງກົງຈັກ-ການຈັດຕັ້ງ ໃນຄັ້ງນີ້ ແມ່ນວຽກປົກກະຕິຂອງແຕ່ລະໄລຍະ ໂດຍມີການຫັນປ່ຽນຈຸດໝູນວຽນຕໍາແໜ່ງຂອງພະນັກງານໃນແຕ່ລະຂັ້ນຂອງກົມກອງ ກໍຖືເປັນເລື່ອງປົກະຕິ ຂອງພັກ ແລະ ຂອງລັດ ເຮົາ, ເພື່ອເຮັດໃຫ້ການນຳພາ-ຄຸ້ມຄອງ ມີປະສິດທິພາບ ແລະ ປະສິດທິຜົນ.