ພິທີພົບປະນັກຂ່າວ ກ່ຽວກັບການກະກຽມກອງປະຊຸມໂຕະມົນ ປະຈໍາປີ 2024 (ຄັ້ງວັນທີ ວັນທີ 4 ພະຈິກ 2024)

Nov 5, 2024 | ການເຄື່ອນໄຫວ

ໃນ​ວັນ​ທີ 4 ພະຈິກ 2024, ທີ່ຫ້ອງປະຊຸມ ຊັ້ນ 6 ກະຊວງແຜນການ ແລະການລົງທຶນ, ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ທ່ານ ບັກໂຮເດຍ     ເບີຄະນ໋ອຟ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ກ່າວຖະແຫຼ່ງກ່ຽວກັບຄວາມພ້ອມໃນການຈັດກອງປະຊຸມໂຕະມົນ ປະຈໍາປີ 2024 ພາຍໃຕ້ຫົວຂໍ້: ເພີ່ມທະວີການເປັນຄູ່ຮ່ວມ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສ ປປ ລາວ, ທີ່ຈະໄດ້ຈັດຂື້ນໃນວັນທີ 14 ພະຈິກ 2024 ທີ່ຫໍປະຊຸມແຫ່ງຊາດ.

ໃນໂອກາດນີ້, ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ         ການລົງທຶນ ໄດ້ແຈ້ງໃຫ້ຊາບວ່າ ກ່ຽວກັບຜົນສໍາເລັດ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດຜັນຂະຫຍາຍຜົນກອງປະຊຸມໂຕະມົນ 2023 ຂອງບັນດາກະຊວງຂະແໜງການ, ການຈັດຕັ້ງປະຕິບັດທ້າຍສະ​ໄໝ  ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ນໍາສະເໜີກ່ຽວກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026- 2030), ເຊິ່ງໃນປີນີ້ ລັດຖະບານ     ແຫ່ງ ສປປ ລາວ ກໍ່ຄືກະຊວງແຜນການ ແລະ ການລົງທຶນ ໄດ້ເຊື້ອເຊີນ ຜູ້ແທນກອງປະຊຸມເຂົ້າຮ່ວມ ຫຼາຍກວ່າ 300 ທ່ານ ເຊິ່ງໃນນັ້ນ ປະກອບມີ ກະຊວງຂະແໜງການ, ອົງການທຽບເທົ່າກະຊວງ ລວມທັງ 17 ແຂວງ ແລະ    01 ນະຄອນຫຼວງ, ບັນດາປະເທດເພື່ອນມິດສາກົນ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ພາກເອກະຊົນ, ອົງການບໍ່ຫວັງຜົນກຳໄລ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ.

ໃນປີ 2024 ເປັນປີທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ, ເນື່ອງຈາກເປັນປີທີ່ພວກເຮົາກໍາລັງຢູ່ໃນໄລຍະທ້າຍສະໄໝ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ເປັນປີທີ່ພວກເຮົາພວມກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ເຊິ່ງກະຊວງແຜນການ ແລະການລົງທຶນ ກໍ່ຄືລັດຖະບານ ໄດ້ສໍາເລັດຮ່າງທີ່ 3 ຂອງແຜນດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ,      ພ້ອມດຽວກັນນີ້, ພວກເຮົາໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX     ໃນອີກ 01 ປີ (ປີ 2025) ທີ່ຍັງເຫຼືອ ພາຍໃຕ້ ສະພາບການທີ່ທ້າທາຍຫຼາຍທີ່ສຸດ ອັນເນື່ອງມາຈາກຫຼາຍປັດໃຈ ເຊັ່ນ:

  • ສະພາບເສດຖະກິດໂລກທີ່ມີການຜັນແປ ແລະ ສັບສົນ, ອັດຕາເງິນເຟີ້ ແລະ ຄ່າຄອງຊິບແພງ, ຜົນກະທົບຈາກໄພນໍ້າຖ້ວມ ແລະອື່ນໆ;
  • ບົນພື້ນຖານ ທີ່ງົບປະມານມີຄວາມຈຳກັດ ແລະຄວາມຕ້ອງການດ້ານການພັດທະນາ ທີ່ມີ ຈໍານວນຫຼວງຫຼາຍ, ດັ່ງທີ່ໄດ້ກຳນົດໄວ້ໃນວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ພວກເຮົາກໍ່ໄດ້ສູ້ຊົນຈັດຕັ້ງປະຕິບັດວຽກງານຍຸດທະສາດດ້ານການເງິນ ພາຍໃຕ້ ແຜນພັດທະນເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະຍຸດທະສາດອື່ນໆ;

ການກະກຽມ ກອງປະຊຸມໂຕະມົນໃນປີນີ້ ໄດ້ຮັບການນໍາພາ-ຊີ້ນໍາຢ່າງໃກ້ຊິດ ຈາກພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ປະທານຄະນະຊີ້ນໍາລະດັບຊາດ ເພື່ອຂະບວນການໂຕະມົນ.

ກະຊວງ ແຜນການ ແລະ ການລົງທຶນ ຮ່ວມກັບ ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ ແລະອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປ ລາວ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ກັບບັນດາກະຊວງຂະແໜງການ, ທ້ອງຖີ່ນ, ປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ໃນການກະກຽມ ແລະ ຈັດກອງປະຊຸມໂຕະມົນໃນປີນີ້ ເຮັດໃຫ້ການກະກຽມກອງປະຊຸມໂຕະມົນ ປະຈໍາປີ 2024   ພ້ອມແລ້ວເກືອບ 100 ເປີເຊັນ.