ພິທີເຊັນບົດບັນທຶກຄວາມເຂົ້້າໃຈ ( MOU ) ເພື່ອສຶກສາຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ໂຄງການລົງທຶນ ຢູ່ ສປປ ລາວ ຂອງບໍລິສັດ ວິໄລກຸນ ອິນເຕີເນຊັນແນວ ບໍ່ຄຳ ຈຳກັດ

by | Apr 27, 2022 | ການເຄື່ອນໄຫວ | 0 comments

ໃນວັນທີ 18 ເມສາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ໂຄງການລົງທຶນ ຢູ່ ສປປ ລາວ ຂອງບໍລິສັດ ວິໄລກຸນ ອິນເຕີເນຊັນແນວ ບໍ່ຄຳ ຈຳກັດ, ເປັນກຽດເຂົ້າຮ່ວມໃນພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ໂດຍທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ທອງເພັດ ອິນທະວົງ ຮອງລັດຖະ ມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍບັນດາຫົວໜ້າກົມ, ຫົວໜ້າຫ້ອງການ, ພະນັກງານຈາກຂະແໜງການທີ່ກ່ຽວຂ້ອງ ແລະ ຕາງໜ້າຈາກບໍລິສັດ ກໍ່ໄດ້ເຂົ້າຮ່ວມ.

ໂດຍອິງຕາມແຈ້ງການຂອງທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 277/ຫສນຍ, ລົງວັນທີ 4 ມີນາ 2022 ທີ່ເຫັນດີໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເປັນຜູ້ເຊັນສັນຍາ, ຕາງໜ້າເຊັນໂດຍທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກັບບໍລິສັດ ວິໄລກຸນ ອິນເຕີເນຊັນແນວ ບໍ່ຄຳ ຈຳກັດ ຕາງໜ້າເຊັນໂດຍ ທ່ານ ວຽງໄຊ ວິໄລກຸນ ປະທານບໍລິສັດ.

ຈຸດປະສົງໃນຄັ້ງນີ້ແມ່ນເພື່ອສຶກສາຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ໂຄງການລົງທຶນ ຢູ່ ສປປ ລາວ ເຊັ່ນ: 1) ການກໍ່ສ້າງໂຮງງານຫຼອມຄຳ ເພື່ອໃຫ້ໄດ້ມາດຕະຖານສາກົນຕາມຕະຫຼາດລອນດອນ ແລະ ການບໍລິການ, 2) ການກໍ່ສ້າງທະນາຄານຝາກທອງຄຳ, 3) ການກໍ່ສ້າງໂຮງງານ ແລະ ຜະລິດແຜງພະລັງງານໄຟຟ້າແສງຕາເວັນ, 4) ການປູກຖົ່ວເຫຼືອງ ແລະ ສ້າງໂຮງງານຜະລິດນໍ້າມັນຖົ່ວເຫຼືອງ, 5) ການຊອກຄົ້ນ, ສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ແລະ ແຮ່ຕິດພັນ, 6) ການສ້າງໂຮງງານຜະລິດເຈັ້ຍເສດ ເພື່ອນໍາມາໃຊ້ຄືນ.