ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການແຫຼ່ງທ່ອງທ່ຽວທຳມະຊາດແບບຍືນຍົງ ຢູ່ເຂດບ້ານດອນໄຊອຸດົມ, ເມືອງແກ້ວອຸດົມ, ບ້ານທ່າເຮືອ, ບ້ານນໍ້າພາວ ແລະ ຫ້ວຍຊີ, ເມືອງວັງວຽງ, ແຂວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ລາວກຣີນດີວີລົບເມັ້ນ ຈຳກັດຜູ້ດຽວ

by | Aug 30, 2022 | Uncategorized @lo-la, ການເຄື່ອນໄຫວ, ຂ່າວເດັ່ນ | 0 comments

ໃນວັນທີ 25 ສິງຫາ 2022 ທີ່ໂຮງແຮມລາວພຣາຊ່າ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນ ໄປໄດ້ໃນການພັດທະນາໂຄງ ການແຫຼ່ງ ທ່ອງທ່ຽວທຳມະຊາດແບບຍືນຍົງ ຢູ່ເຂດບ້ານດອນໄຊອຸດົມ, ເມືອງແກ້ວອຸດົມ, ບ້ານທ່າເຮືອ, ບ້ານນໍ້າພາວ ແລະ ຫ້ວຍຊີ, ເມືອງວັງວຽງ, ແຂວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ລາວກຣີນດີວີລົບເມັ້ນ ຈຳກັດຜູ້ດຽວ ເປັນກຽດເຂົ້າຮ່ວມໃນພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຄັ້ງນີ້ໂດຍທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ທ່ານ ໂພສີ ແກ້ວມະນີວົງ  ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວວັດທະນາທຳ ແລະ ທ່ອງທ່ຽວ ແລະ ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງ ແຂວງວຽງຈັນ. ນອກຈາກນີ້ຍັງມີບັນດາຫົວໜ້າກົມ, ຫົວໜ້າຫ້ອງການ, ບັນດາພະນັກງານຈາກຂະແໜງການທີ່ກ່ຽວຂ້ອງ ແລະ ຕາງໜ້າຈາກບໍລິສັດກໍ່ໄດ້ເຂົ້າຮ່ວມ.

ໂດຍປະຕິບັດຕາມໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 161/ນຍ, ລົງວັນທີ 16 ສິງຫາ 2022 ທີ່ມອບສິດໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU)  ຕາງໜ້າເຊັນໂດຍທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງຖະແຫຼງຂ່າວວັດທະນາທຳ ແລະ ທ່ອງທ່ຽວ ແລະ ທ່ານ ເຕັ່ງເມັ່ງ ຢ່າງລືໄຊ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ແລະ  ຕາງໜ້າບໍລິສັດເຊັນໂດຍ ທ່ານ ຄອນຄຳ ອິນທະວົງ ປະທານບໍລິສັດ ແລະ ເຊັນເປັນ ພະຍານ ໂດຍ ທ່ານ ຈັນດາວົງ ສຸດທິທຳ ຮອງປະທານບໍລິສັດ.