ໃນວັນທີ 17 ຕຸລາ 2022 ທີ່ໂຮງແຮມແລນມາກ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້້າໃຈ MOU ເພື່ອເກັບກຳຂໍ້ມູນຂອບເຂດເນື້ອທີ່ເພື່ອສຶກສາຄວາມເປັນໄປໄດ້ໃນໂຄງການພັດທະນາພະລັງງານສະອາດຄົບວົງຈອນ ລະຫວ່າງ ລັດຖະບານແຫ່ງ ສ ປປ ລາວ ກັບ CGN Energy Technology laos Co.,Ltd ເປັນກຽດເຂົ້າຮ່ວມໃນພິທີເຊັນບົດບັນທຶກຄັ້ງນີ້ໂດຍທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານປອ ດາວວົງ ພອນແກ້ວ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງຫຼວງນໍ້າທາ, ທ່ານ ບຸນຄົງ ຫຼ້າຈອມພອນ ເຈົ້າແຂວງອຸດົມໄຊ, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ຍັງມີແຂກເຊີນທາງວິດີໂອ ເຊັ່ນ: ຈາກນະຄອນຫຼວງປັກກີ່ງ, ເສີນເຈິ້ນ, ກວາງໂຈ, ຄຸນໝິງ ສປ ຈີນ ແລະ ກົວລາລຳເປີ ມາເລເຊຍ.
ໂດຍປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ສະບັບເລກທີ 1480 /ຫສນຍ, ລົງວັນທີ 14 ຕຸລາ 2022 ທີ່ມອບສິດໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນບົດບັນທຶກຄວາມເຂົ້້າໃຈ MOU ຕາງໜ້າເຊັນໂດຍທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍ ທ່ານ ທອງພັດ ອິນທະວົງ ກະຊວງພະລັງງານ ແລະ ບໍ່ແຮ່, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຫຼວງນໍ້າທາ, ແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ ແລະ ຕາງໜ້າບໍລິສັດເຊັນໂດຍ Mr DAI Hong Gang ປະທານບໍລິສັດ CGN ແລະ ເຊັນເປັນພະຍານໂດຍ MR WU Xing Hua ປະທານບໍລິສັດ CEO.