ໃນ ວັນທີ 9 ມີນາ 2022, ທີ່ກະຊວງ ແຜນການ ແລະການລົງທຶນ, ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເຊັນສັນຍາດັດແກ້ ແລະ ເພີ່ມເຕີມເນື້ອທີສຳປະທານ ຈຳນວນ 60,000 ເຮັກຕາ ຢູ່ແຂວງວຽງຈັນ ແລະ ແຂວງໄຊຍະບູລີ ເຂົ້າໃນສັນຍາສຳປະທານ ໂຄງການປູກຕົ້ນໄມ້ ອຸດສະຫະກຳ ຢູ່ໃນເຂດປ່າຜະລິດແຫ່ງຊາດທີ່ສະພາບເຊື່ອມໂຊມ ແລະ ປອກໂຫຼ້ນ ຢູ່ແຂວງວຽງຈັນ ສະບັບລົງວັນທີ 31 ກໍລະກົດ 2020.
ໃນພິທີເຊັນສັນຍາຄັ້ງນີ້ເປັນກຽດເຂົ້າຮ່ວມໂດຍທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ຮອງເຈົ້າແຂວງ ແຂວງວຽງຈັນ, ຮອງປະທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ແລະ ບໍລິສັດ ບົວລະພາກະສິກຳ ແລະ ປ່າໄມ້ຈຳກັດ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ. ການລົງນາມໃນພິທີເຊັນສັນຍາຄັ້ງນີ້ ເພື່ອປະຕິບັດຕາມໃບມອບສິດຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ47/ນຍ, ລົງວັນທີ 28 ກຸມພາ 2022 ທີ່ມອບສິດໃຫ້ ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ, ເຊັນໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ ແລະ ເຊັນເປັນພະຍານໂດຍ ທ່ານ ສີພະໄພ ໄຊສົງຄາມ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ແລະ ທ່ານຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງວຽງຈັນ ແລະ ແຂວງໄຊຍະບູລີ ແລະ ຕາງໜ້າໃຫ້ ບໍລິສັດເຊັນໂດຍທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອຳນວຍການບໍລິສັດ ບົວລະພາກະສິກຳ ແລະ ປ່າໄມ້ຈຳກັດ ແລະ ເຊັນເປັນພະຍານໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ.
ບໍລິສັດ ບົວລະພາ ກະສິກໍາ-ປ່າໄມ້ ໄດ້ສ້າງຕັ້ງຂຶ້ນເປັນເວລາ 30ກວ່າປີ ຢູ່ ສປປ ລາວ ໂດຍແມ່ນການລຶງທຶນຂອງນັກທຸລະກິດ ລາວ ແລະ ຊູແອັດ. ເລີ່ມແຕ່ ປີ 2000 ໄດ້ສ້າງຕັ້ງ ໂຮງງານປຸຸ່ງແຕ່ງໄມ້ຄົບວົງຈອນຢຸ່ບ້ານແສນອຸດົມ, ເມືອງໄຊທານີ , ນະຄອນຫຼວງ ວຽງຈັນ ໄດ້ປຸງແຕ່ງຜະລິດຕະພັນສໍາເລັດຮູບຫຼາກຫຼາຍລາຍການ ຕາມການສັ່ງຈອງ ຂອງລູກຄ້າ ຈາກ “ໄມ້ວິກ,ໄມ້ກະຖິນ ແລະ ໄມ້ສັກ” ຂາຍພາຍໃນ ແລະສົ່ງອອກຫລາຍກວ່າ 20 ປະເທດໃນໂລກ.