ພິທີເຊັນສັນຍາວ່າດ້ວຍການສຳຫຼວດ ຫີນອ່ອນ ຢູ່ເຂດບ້ານນາຄຳ ເມືອງເຟືອງ ແຂວງວຽງຈັນ

by | Sep 2, 2020 | ການເຄື່ອນໄຫວ | 0 comments

ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ເຂົ້າຮ່ວມເປັນປະທານພິທີເຊັນສັນຍາວ່າດ້ວຍການສຳຫຼວດ ຫີນອ່ອນ ຢູ່ເຂດບ້ານນາຄຳ, ເມືອງເຟືອງ, ແຂວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ (ຕາງໜ້າໂດຍ ກະຊວງ ແຜນການ ແລະ ການລົງທຶນ) ກັບ ບໍລິສັດ ຢຸນນານ ຊີເອັນບີເອັມ ບໍ່ແຮ່ ລົງທຶນ ຈຳກັດ ໃນວັນທີ 1 ກັນຍາ 2020 ທີ່ ກະຊວງ ແຜນການ ແລະ ການລົງທຶນ ໂດຍມີ ທ່ານ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານຮອງເຈົ້າແຂວງ ແຂວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.