ພິທີເຊັນສັນຍາ ວ່າດ້ວຍການສຳຫຼວດແຮ່ອັງຕີມອນ ແລະ ແຮ່ຕິດພັນ ຢູ່ແຂວງຫົວພັນ

Nov 11, 2024 | ການເຄື່ອນໄຫວ

ໃນວັນທີ່ 7 ພະຈິກ 2024 ຜ່ານມາ, ກະຊວງແຜນການ ແລະ ການລົງທຶນ ຈັດພິທີເຊັນສັນຍາວ່າດ້ວຍການສຳຫຼວດແຮ່ອັງຕີມອນ ແລ ແຮ່ຕິດພັນໃນເນື້ອທີ່ 44,80 ກີໂລຕາແມັດ ຢູ່ເຂດບ້ານລ້ອງເອີອດ, ບ້ານນາພຽງ, ບ້ານນໍ້າອີ້ ເມືອງຊຳເໜືອ, ແຂວງຫົວພັນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ບໍລິສັດ ຊີພີເອັມ ພັດທະນາຈຳກັດຜູ້ດຽວ, ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາຄັ້ງນີ້ໂດຍ ທ່ານ ປອ.​ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ປອ. ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມນີ້ກໍ່ຍັງມີ ທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນ  ແລະ ຜູ້ຕາງໜ້າຈາກບໍລິສັດກໍ່ໄດ້ເຂົ້າຮ່ວມ.

ໂດຍອິງຕາມໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 221/ນຍ, ລົງວັນທີ 29 ຕຸລາ 2024 ທີ່ມອບສິດໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ ເຊິ່ງຕາງໜ້າເຊັນໂດຍທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍທ່ານ ປອ. ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຄອນທອງ ມະນີວອນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫົວພັນ ກັບ ບໍລິສັດ ຊີພີເອັມ ພັດທະນາ ຈຳກັດຜູ້ດຽວ ເຊິ່ງຕາງໜ້າເຊັນໂດຍ ທ່ານ ແສງເພັດ ໃຈຍະວົງ ຮອງປະທານບໍລິສັດ ແລະ ເຊັນເປັນພະຍານໂດຍ ທ່ານ ນາງ ດາລີພອນ ສີສຸພັນ ທີ່ປືກສາບໍລິສັດ.

ໂອກາດນີ້, ບໍລິສັດ ໄດ້ມອບເງິນຊ່ວຍເຫຼືອລ້າໃຫ້ແກ່ລັດຖະບານ ຈຳນວນ 400.000 ໂດລາສະຫະລັດ, ມອບເງິນຄ່າຊັບພະຍາກອນລ່ວງໜ້າ ຈຳນວນ 300.000 ໂດລາສະຫາລັດ, ມອບເງິນຊ່ວຍເຫຼືອລ້າໃຫ້ແກ່ອົງການປົກຄອງແຂວງຫົວພັນ ຈຳນວນ 5 ຕື້ກີບ ແລະ ມອບເງິນຊ່ວຍເຫຼືອລ້າໃຫ້ແກ່ອົງການປົກຄອງເມືອງຊຳເໜືອ ຈຳນວນ 1 ຕື້ກີບ ເຊິ່ງຕາງໜ້າຮັບໂດຍ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ລະ ການລົງທຶນ  ແລະ ມອບໂດຍ ທ່ານ ແສງເພັດ ໃຈຍະວົງ ຮອງປະທານບໍລິສັດ ຊີພີເອັມ ພັດທະນາ ຈຳກັດຜູ້ດຽວ.