ໃນວັນທີ 10 ມັງກອນ 2025, ທີ່ ກະຊວງແຜນການ ແລະ ການລົງທຶນໄດ້ມີ ພິທີເຊັນສັນຍາ ວ່າດ້ວຍການສຳຫຼວດ ແຮ່ກວັກ ແລະ ແຮ່ຕິດພັນ ຢູ່ເຂດບ້ານລ້ອງຮາງ ແລະ ບ້ານນາຂ່າ, ເມືອງພູກູດ, ແຂວງຊຽງຂວາງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ເທຣນກຣີນ ກຣຸບ ຈຳກັດຜູ້ດຽວ ແລະ ບໍລິສັດ ໂຄສໂມສ ການຄ້າສາກົນ ຈຳກັດ ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາຄັ້ງນີ້ໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດຽວກັນນີ້ກໍ່ຍັງມີບັນດາ ທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ, ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຈາກສູນກາງ ແລະ ທ້ອງຖີ່ນ ພະນັກງານທີກ່ຽວຂ້ອງຈາກບໍລິສັດກໍ່ໄດ້ເຂົ້າຮ່ວມ.
ໂດຍອີງຕາມ ໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 256/ນຍ, ລົງວັນທີ 04 ທັນວາ 2024 ທີ່ມອບສິດໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ, ເຊິ່ງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ເຊັນໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຄຳຜຸຍ ໂນລາ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ແຂວງ ຊຽງຂວາງ ກັບ ກັບ ບໍລິສັດ ເທຣນກຣີນ ກຣຸບ ຈຳກັດຜູ້ດຽວ ແລະ ບໍລິສັດ ໂຄສໂມສ ການຄ້າສາກົນ ເຊິ່ງຕາງໜ້າເຊັນໂດຍ ທ່ານ James Fang ຜູ້ອຳນວຍການກັບ ບໍລິສັດ ເທຣນກຣີນ ກຣຸບ ຈຳກັດຜູ້ດຽວ ແລະ ເຊັນເປັນພະຍານໂດຍ ທ່ານ ນາງ ລັດສະໝີ ຈັນທະວິໄລວົງ ຜູ້ອຳນວຍການບໍລິສັດ ໂຄສໂມສ ການຄ້າສາກົນ ແລະ ທ່ານ ນາງ Danying Wu ທີ່ປຶກສາ ບໍລິສັດ ເທຣນກຣີນ ກຣຸບ ຈຳກັດຜູ້ດຽວ.


