ພິທີເຊັນສັນຍາ ວ່າດ້ວຍການສຳຫຼວດຫີນກຣານິດ ແລະ ກວັກຊິດ ຢູ່ເຂດບ້ານອຸປະຊາ, ບ້ານນ້ຳຕວດ, ບ້ານຕາເຝິກເສືອ, ບ້ານໜອງຜະໜວນ ແລະ ບ້ານຫ້ວຍຈອດ, ເມືອງປາກຊ່ອງ, ແຂວງຈຳປາສັກ ໃນເນື້ອທີ່ 190.24 ກມ2

Feb 25, 2025 | ການເຄື່ອນໄຫວ

ໃນວັນທີ  21 ກຸມພາ 2025, ທີ່ ກະຊວງແຜນການ ແລະ ການລົງທຶນໄດ້ມີ ພິທີເຊັນສັນຍາ ວ່າດ້ວຍການສຳຫຼວດຫີນກຣານິດ ແລະ ກວັກຊິດ ຢູ່ເຂດບ້ານອຸປະຊາ, ບ້ານນ້ຳຕວດ, ບ້ານຕາເຝິກເສືອ, ບ້ານໜອງຜະໜວນ ແລະ ບ້ານຫ້ວຍຈອດ, ເມືອງປາກຊ່ອງ, ແຂວງຈຳປາສັກ ໃນເນື້ອທີ່ 190.24 ກມ2 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ລາວລິນກຸຍ ບໍ່ແຮ່ ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາຄັ້ງນີ້ໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ພ້ອມດຽວກັນນີ້ກໍ່ຍັງມີບັນດາ ທ່ານຫົວໜ້າຫ້ອງການ,​ ຫົວໜ້າກົມ, ຮອງກົມ,​ ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຈາກສູນກາງ ແລະ ທ້ອງຖີ່ນ ພະນັກງານທີກ່ຽວຂ້ອງຈາກບໍລິສັດກໍ່ໄດ້ເຂົ້າຮ່ວມ.

ໂດຍອີງຕາມ ໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 20/ນຍ, ລົງວັນທີ 13 ກຸມພາ 2025 ທີ່ມອບສິດໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ, ເຊິ່ງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ເຊັນໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ  ທ່ານ         ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ແຂວງ ຈຳປາສັກ  ກັບ ບໍລິສັດ ລາວລິນກຸຍ ບໍ່ແຮ່ ເຊິ່ງຕາງໜ້າເຊັນໂດຍ ທ່ານ TANG SHUNWEI ປະທານບໍລິສັດ ລາວລິນກຸຍ ບໍ່ແຮ່ ແລະ  ເຊັນເປັນພະຍານໂດຍ ທ່ານ LIN LIHUA ຮອງຜູ້ອຳນວຍການບໍລິສັດ ລາວລິນກຸຍ ບໍ່ແຮ່.