ພິທີເຊັນສັນຍາ ວ່າດ້ວຍການຂຸດຄົ້ນຖ່ານຫີນ ຢູ່ເຂດບ້ານທຸຈາງຟາງ, ເມືອງຍອດອູ, ແຂວງຜົ້ງສາລີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ກວາງຊີນານນິງຈິງເຊັນ ບໍ່ແຮ່ລາວ ຈຳກັດ.

by | Aug 5, 2022 | ການເຄື່ອນໄຫວ, ຂ່າວເດັ່ນ | 0 comments

ໃນວັນທີ 03 ສິງຫາ 2022, ທີ່ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດພິທີເຊັນສັນຍາ ວ່າດ້ວຍການຂຸດຄົ້ນຖ່ານຫີນ ຢູ່ເຂດບ້ານທຸຈາງຟາງ, ເມືອງຍອດອູ, ແຂວງຜົ້ງສາລີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ກວາງຊີນານນິງຈິງເຊັນ ບໍ່ແຮ່ລາວ ຈຳກັດ.

ເປັນກຽດເຂົ້າຮ່ວມໃນພິທີເຊັນບົດບັນທຶກຄັ້ງນີ້ໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ວີສອນ ລາວເມົາ ຮອງເຈົ້າແຂວງ ແຂວງຜົ້ງສາລີ, ທ່ານ Wu Rong Huai ຮອງປະທານ ບໍລິສັດ ກວາງຊີນານນິງຈິງເຊັນ ບໍ່ແຮ່ລາວ ຈຳກັດ, ທ່ານ ສີວົງໄຊ ລາວລີ ຜູ້ຈັດການ ບໍລິສັດ ກວາງຊີນານນິງຈິງເຊັນ ບໍ່ແຮ່ລາວ ຈຳກັດ, ທ່ານ ຫົວໜ້າຫ້ອງການ, ທ່ານ ຫົວໜ້າກົມ ແລະ ຕາງໜ້າຈາກບໍລິສັດກໍ່ໄດ້ໃຫ້ກຽດເຂົ້າຮ່ວມ.

ໂດຍອີງຕາມໃບມອບສິດຂອງ ທ່ານນາຍົກລັດຖະມົນຕີ ສະບັບເລກທີ 148/ນຍ, ລົງວັນທີ 20 ກໍລະກົດ 2022 ທີ່ມອບໃຫ້ ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາ, ເຊິ່ງຕາງໜ້າເຊັນບົດບັນທຶກໃຫ້ລັດຖະບານ ແຫ່ງ ສປປ ລາວ ໂດຍທ່ານ ນາງ ຄຳຈັນ ວົງແສນບູນ  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນເປັນພະຍານໂດຍ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ທອງສຸກ ເປົ່າສຸລີ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຜົ້ງສາລີ ກັບ ບໍລະສັດ ກວາງຊີນານນິງຈິງເຊັນ ບໍ່ແຮ່ລາວ ຈຳກັດ ເຊິ່ງຕາງໜ້າເຊັນໂດຍ ທ່ານ Wu Rong Huai ຮອງປະທານ ບໍລິສັດ ກວາງຊີນານນິງຈິງເຊັນ ບໍ່ແຮ່ລາວ ຈຳກັດ ແລະ ເຊັນເປັນພະຍານໂດຍ ທ່ານ ສີວົງໄຊ ລາວລີ ຜູ້ຈັດການ ບໍລິສັດ ກວາງຊີນານນິງຈິງເຊັນ ບໍ່ແຮ່ລາວ ຈຳກັດ.