ພິທີເຊັນສັນຍາ ວ່າດ້ວຍການສຳຫຼວດຖ່ານຫີນ ແລະ ຫີນປູນ ຢູ່ເຂດບ້ານປາກປຸຍ, ເມຶອງສາລະວັນ ແຂວງ ສາລະວັນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ຈຸງຢາອີຊີ ຊີມັງລາວ ຈຳກັດ ຜູ້ດຽວ.

by | Jan 20, 2023 | ການເຄື່ອນໄຫວ, ຂ່າວເດັ່ນ | 0 comments

ໃນວັນທີ່ 12 ມັງກອນ 2023 ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດພິທີເຊັນສັນຍາ ວ່າດ້ວຍການສຳຫຼວດຖ່ານຫີນ  ແລະ ຫີນປູນ ຢູ່ເຂດບ້ານປາກປຸຍ, ເມຶອງສາລະວັນ ແຂວງ ສາລະວັນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ຈຸງຢາອີຊີ ຊີມັງລາວ ຈຳກັດ ຜູ້ດຽວ.

ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາຄັ້ງນີ້ໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮ້ອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະບໍ່ແຮ່, ທ່ານ LI YAN HUA ປະທານ ບໍລິສັດ ຈຸງຢາອີຊີ ຊີມັງລາວ ຈຳກັດ ຜູ້ດຽວ,  ທ່ານ ນາງ WANG PING ປະທານ ບໍລິສັດ ຈຸງຢາອີຊີ ຊີມັງລາວ ຈຳກັດ ຜູ້ດຽວ.

ໂດຍອີງຕາມໃບມອບສິດຂອງທ່ານນາຍົກລັດຖະ ມົນຕີ ສະບັບເລກທີ 283/ນຍ, ລົງວັນທີ 16 ມັງກອນ 2023 ທີ່ມອບສິດໃຫ້ ກະຊວງແຜນການ ແລະ ການລົງທຶນ ເປັນ​ຜູ້​ເຊັນສັນຍາ, ເຊິ່ງຕາງໜ້າ​ເຊັນ​ໂດຍ:  ທ່ານ  ປອ ສະຖາບັນດິດ ອິນສີຊຽງໃໝ່   ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ເຊັນ​ເປັນ​ພະຍານ​ໂດຍ:  ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງສາລະວັນ ກັບ ບໍລິສັດ ຈຸງຢາອີຊີ ຊີມັງລາວ ຈຳກັດ ຜູ້ດຽວ ເຊິ່ງຕາງໜ້າ​ເຊັນ​ໂດຍ: ທ່ານ LI YAN HUA ປະທານ ບໍລິສັດ ຈຸງຢາອີຊີ ຊີມັງລາວ ຈຳກັດ ຜູ້ດຽວ ແລະ ເຊັນ​ເປັນ​ພະຍານ​ໂດຍ: ທ່ານ ນາງ WANG PING ປະທານ ບໍລິສັດ ຈຸງຢາອີຊີ ຊີມັງລາວ ຈຳກັດ ຜູ້ດຽວ.