ໃນວັນທີ 16 ກຸມພາ 2022, ຢູ່ທີ່ກະຊວງແຜນ ແລະການລົງທຶນ, ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ລະຫວ່າງທ່ານ ຟອງສະມຸດ ຄຳວານວົງສາ ຮັກສາການຫົວໜ້າຫ້ອງການ (ຜູ້ເກົ່າ) ແລະ ທ່ານ ປອ.ວັນທະນາ ນໍລິນທາ ວ່າການຫົວໜ້າຫ້ອງການ (ຜູ້ໃໝ່) ແລະແຕ່ງຕັ້ງຂັ້ນຫົວໜ້າພະແນກ ແລະສັບຊ້ອນພະນັກງານພາຍໃນຫ້ອງການ, ກະຊວງແຜນການ ແລະ ການລົງທຶນ, ເພື່ອເປັນການສືບຕໍ່ຊີ້ນຳ-ນຳພາວຽກງານຕາມທີ່ການຈັດຕັ້ງພັກ-ລັດໄດ້ມອບໝາຍໃຫ້, ໂດຍສະເພາະການຈັດຕັ້ງປະຕິບັດຂອບເຂດສິດ ແລະໜ້າທີ່ທີໄດ້ກຳນົດໄວ້, ພິທີດັ່ງກ່າວໄດ້ຈັດຂື້ນພາຍໃຕ້ການເປັນສັກຂີພິຍານຂອງທ່ານ ນາງ ຄຳຈັນ ວົງແສນບູນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ພ້ອມດຽວກັນນີ້ກໍ່ຍັງມີ ທ່ານຫົວໜ້າກົມຈັດຕັ້ງ ແລະພະນັກງານ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະພະນັກງານວິຊາການພາຍໃນຫ້ອງການ ກໍ່ໄດ້ເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ຄຳຈັນ ວົງແສນບູນ ໄດ້ໃຫ້ກຽດໂອ້ລົມ ຊຶ່ງມີບາງຕອນສໍາຄັນວ່າ: ການປັບປຸງກົງຈັກການຈັດຕັ້ງ ຖືເປັນເລື່ອງປົກກະຕິຂອງພັກ-ລັດເຮົາ ຊຶ່ງຈະຕ້ອງໄດ້ມີການປັບປຸງສັບຊ້ອນ, ຈັດວາງໄປຕາມສະພາບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງໃນແຕ່ລະໄລຍະ, ເປັນໄປຕາມຫຼັກການ ມີເຂົ້າ-ມີອອກ; ມີຂຶ້ນ-ມີລົງ ຊຶ່ງສອດຄ່ອງກັບມະຕິ 04/ຄບສພ. ວ່າດ້ວຍການເພີ່ມທະວີການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງໃນວຽກງານພະນັກງານ. ສະນັ້ນ, ໃນເມື່ອບັນດາທ່ານໄດ້ຮັບການແຕ່ງຕັ້ງ, ສັບຊ້ອນແລ້ວ ກໍຂໍໃຫ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນໃຫ້ສູງຂຶ້ນ ເພາະໜ້າທີ່ວຽກງານທີ່ພວກທ່ານຈະໄດ້ແບກຫາບໃນຕໍ່ໜ້ານັ້ນ ກໍຍິ່ງຈະໜັກໜ່ວງ, ກວ້າງຂວາງ ແລະ ຕ້ອງມີຄວາມຮັບຜິດຊອບສູງ. ສະນັ້ນ ຂໍໃຫ້ສືບຕໍ່ເພີ່ມທະວີຄວາມບຸກໜ້າບືນຕົວ, ຫ້າວຫັນ ແລະ ມີຄວາມເສຍສະຫຼະອົດທົນຫຼາຍກວ່າເກົ່າ ເພື່ອເຮັດໜ້າທີ່ເປັນເສນາທິການທີ່ເກັ່ງ, ເລິກເຊິ່ງ ໃນການຈັດຕັ້ງຜັນຂະຫຍາຍໃນວຽກງານເສດຖະກິດ ເພື່ອໃຫ້ສາມາດປະກອບສ່ວນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢູ່ປະເທດເຮົາ. ຕ້ອງໄດ້ເພີ່ມທະວີຍົກສູງຄວາມຮັບຜິດຊອບຂອງຕົນໃນການຄົ້ນຄວ້າ, ວິເຄາະວິໄຈ, ສັງລວມ ແລະ ປະສານງານກັບບັນດາກົມ, ບັນດາກະຊວງ, ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງເພື່ອເຮັດໜ້າທີ່ເປັນເສນາທິການທີ່ດີໃຫ້ແກ່ຄະນະພັກກະຊວງ ມີປະສິດທິພາບ, ປະສິດທິຜົນສູງຍິ່ງຂຶ້ນ.