ໃນຕອນບ່າຍຂອງວັນທີ 4 ມີນາ 2022, ທີ່ກະຊວງແຜນການ ແລະ ການລົງທຶນ, ໄດ້ຮັບເຄື່ອງຊ່ວຍເຫຼືອ ຈາກບໍລິສັດ ເຊໂປນມາຍນີ້ງ ຈຳກັດ, ເປັນວັດຖຸອຸປະກອນປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ປະກອບມີ: ຜ້າປິດປາກ ຈໍານວນ 10 ແກັດ ແລະ ເຈວລ້າງມື ຈຳນວນ 8 ແກັດ ລວມມູນຄ່າ 30.000.000 ກີບ, ຕາງໜ້າໃຫ້ກະຊວງແຜນການ ແລະ ການລົງທຶນ, ໃຫ້ກຽດຮັບໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ມອບໂດຍ ທ່ານ ອາທິລາດ ໄຊຍະທິດ ຮອງຜູ້ອຳນວຍການ ບໍລິສັດ ເຊໂປນມາຍນິ່ງ ຈຳກັດ.
ໂອກາດນີ້, ທ່ານ ນາງ ຄຳຈັນ ວົງແສນບູນ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ອາທິລາດ ໄຊຍະທິດ ຮອງຜູ້ອຳນວນການ ບໍລິສັດ ເຊໂປນມາຍນີ້ງ ຈຳກັດ ທີ່ໄດ້ມອບອຸປະກອນຊ່ວຍເຫຼືອເຂົ້າໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້.