ໃນວັນທີ 27 ເມສາ 2022 ທີ່ ໂຮງແຮມຄາວພາຊາ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເປີດໂຕແຜນງານການຮ່ວມມື ເຂດພາກພື້ນແມ່ນໍ້າຂອງ ໄລຍະ 2022-2025 ຂອງອົງການສະວິດເພື່ອການພັດທະນາ ແລະ ການຮ່ວມມື (ອົງການ SDC) ໃນ ສປປ ລາວ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ. ສະຖາບັນດິດ ອິນສີຊຽນໃໝ່, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຊອງ ຟລອງຊົວ ເຄີນອດ, ຫົວໜ້າ ອົງການສະວິດເພື່ອການພັດທະນາ ແລະ ການຮ່ວມມື (SDC) ເຂດພາກພື້ນແມ່ນໍ້າຂອງ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າຂອງບັນດາກະຊວງກ່ຽວຂ້ອງ ທີ່ເປັນຄູ່ຮ່ວມງານ ຂອງອົງການ SDC.
ອົງການ SDC ສະໜັບສະໜູນໂຄງການພັດທະນາໃນພາກພື້ນແມ່ນໍ້າຂອງຕັ້ງແຕ່ຊຸມປີ 1990, ໂດຍມີຫ້ອງການຮ່ວມມືຂອງອົງການສະວິດແຫ່ງທຳອິດ ໄດ້ເປີດຢູ່ນະຄອນຫຼວງຮ່າໂນ້ຍ ໃນປີ 1992. ໃນປີ 2006, ອົງການ SDC ໄດ້ເປີດຫ້ອງການຮ່ວມມືຢູ່ນະຄອນຫຼວງວຽງຈັນ ເພື່ອກວດກາເບິ່ງບັນດາການເຄື່ອນໄຫວຮ່ວມມືພັດທະນາຂອງປະເທດສະວິດເຊີແລນໃນປະເທດ, ຕໍ່ມາກໍ່ໄດ້ມີການສ້າງຕັ້ງຫ້ອງການຮ່ວມມືໃນນະຄອນຫຼວງ ພະນົມເປັນ ໃນປີ 2012 ອົງການຮ່ວມມືສາກົນຂອງປະເທດສະວິດເຊີແລນ ຢູ່ພາຍໃນກະຊວງການຕ່າງປະເທດ ໂດຍການຮ່ວມມືກັບຫ້ອງການຕ່າງໆຂອງລັດຖະບານ, ມີໜ້າທີ່ຮັບຜິດຊອບສໍາລັບການປະສານສົມທົບກັບແຜນງານການພັດທະນາ ແລະ ການຊ່ວຍເຫຼືອດ້ານມະນຸດສະທໍາຂອງປະເທດສະວິດເຊີແລນໃນປະເທດ.
ກອງປະຊຸມໄດ້ຕີລາຄາສະພາບລວມຂອງການພັດທະນາ ຂອງແຜນງານການພັດທະນາຂອງອົງການສະວິດ ໃນ ສປປ ລາວ, ຊຶ່ງສອດຄ່ອງກັບແຜນພັດທະນາເສດຖະກິດ ແລະ ສັງຄົມ ຄັ້ງທີ 9, ໃນວິທີການປະກອບສ່ວນໃນການບັນລຸວາລະການພັດທະນາແບບຍືນຍົງປີ 2030 ແລະ ບັນດາເປົ້າໝາຍຂອງປະເທດ ໃນ 3 ຂະແໜງການຫຼັກຄື: ການພັດທະນາເສດຖະກິດແບບມີສ່ວນຮ່ວມ, ການປ່ຽນແປງສະພາບດິນຟ້າອາກາດ ແລະ ຄຸ້ມຄອງຊັບພະຍາກອນທໍາມະຊາດ, ການປົກຄອງ ແລະ ການມີສ່ວນຮ່ວມຂອງປະຊາຊົນ. ໂຄງການສະເພາະຂອງ ສປປ ລາວ ຈະໄດ້ຮັບປະມານ 60 ລ້ານ ໂດລາສະຫະລັດ ຂອງງົບປະມານທັງໝົດທີ່ມີຢູ່.
ທ່ານ ປອ. ສະຖາບັນດິດ ອິນສີຊຽນໃໝ່ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: “ສປປ ລາວ ແລະ ປະເທດສະວິດເຊີແລນ ໄດ້ຮັກສາສາຍພົວພັນທາງການທູດຢ່າງແໜ້າແຟ້ນ ນັບຕັ້ງແຕ່ປີ 1963 ແລະ ການຮ່ວມມືສອງຝ່າຍອັນດີນໍາກັນ ໂດຍຜ່ານອົງການສະວິດເພື່ອການພັດທະນາ ແລະ ການຮ່ວມມື ສໍາລັບພາກພື້ນແມ່ນໍ້າຂອງ, ຊຶ່ງໄດ້ສ້າງຕັ້ງຂື້ນທີ່ນະຄອນຫຼວງວຽງຈັນໃນປີ 2006. ປະເທດສະວິດເຊີແລນສະໜັບສະໜູນຄວາມພະຍາຍາມການພັດທະນາໃນ ສປປ ລາວ ໂດຍຜ່ານການຮ່ວມມືສາກົນດັ່ງກ່າວ ຮ່ວມກັບຂອບວຽກຂອງແຜນງານພາກພື້ນ. ລັດຖະບານລາວຕີລາຄາສູງ ແລະ ຊົມເຊີຍການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກ SDC ໃນຫຼາຍຂົງເຂດ ສໍາລັບການພັດທະນາຂອງ ສປປ ລາວ ແລະ ໂດຍສະເພາະສໍາລັບການປັບປຸງມາດຕະຖານການດໍາລົງຊີວິດຂອງປະຊາຊົນລາວ ແລະ ການຫຼຸດຜ່ອນຄວາມທຸກຍາກໃນທົ່ວປະເທດ”.
ນອກນັ້ນກອງປະຊຸມໃນຄັ້ງນີ້ຍັງໄດ້ມີພິທີເຊັນສັນຍາຮ່ວມກັນຂອງສອງຝ່າຍ ໃນໂຄງການການບໍລິການສົ່ງເສີມກະສິກຳຮອບດ້ານ ໄລຍະທີ 03 (LURAS phase III) ຈະຜັນຂະຫຍາຍຄວາມສໍາເລັດຂອງໂຄງການ, ຍົກລະດັບໝາກຜົນຂອງໂຄງການ ແລະ ຮັບປະກັນຄວາມຍືນຍົງຂອງບັນດາກິດຈະກໍາກ່ຽວຂ້ອງປະຈຸບັນ. ເປົ້າໝາຍລວມຂອງໂຄງການແມ່ນເພື່ອສ້າງຕັ້ງລະບົບການມີສ່ວນຮ່ວມ, ຄວາມສາມາດທົນທານຂອງການເຮັດກະສິກໍາ ແລະ ການດໍາເນີນທຸລະກິດກະສິກໍາແບບປະສົມປະສານ ຊຶ່ງເປັນລະບົບຂັບເຄື່ອນຄວາມຕ້ອງການ ແລະ ການເສີມຂະຫຍາຍ, ລວມທັງຜູ້ໃຫ້ບໍລິການທີ່ຫຼາກຫຼາຍລວມທັງອົງການຈັດຕັ້ງຂອງຊາວກະສິກອນທີ່ສ້າງຕັ້ງຂື້ນເອງ, ສິ່ງດັ່ງກ່າວຈະເຮັດໃຫ້ສ້າງລາຍຮັບທີ່ສະເໝີພາບ ແລະ ຍືນຍົງສໍາລັບປະຊາຊົນລາວ.
ລັດຖະບານສະວິດເຊີແລນ ໄດ້ໃຫ້ຄໍາໝັ້ນສັນຍາໃຫ້ການຊ່ວຍເຫຼືອໃນຈໍານວນເງິນ 5.2 ລ້ານ ໂດລາສະຫະລັດ ມອບໃຫ້ລັດຖະບານ ໃນການຈັດຕັ້ງປະຕິບັດໂຄງການການບໍລິການສົ່ງເສີມກະສິກຳຮອບດ້ານ ໄລຍະ 03 (LURAS phase III) ຈົນເຖິງເດືອນພະຈິກ 2025.
ເຖິງວ່າຈະເປັນໄລຍະສຸດທ້າຍຂອງປີທີ 12 ຂອງໂຄງການ, ຜູ້ອໍານວຍການຂອງ SDC ພາກພື້ນແມ່ນໍ້າຂອງ, ທ່ານ ຊອງ ຟລອງຊົວ ເຄີນອດ ໄດ້ກ່າວວ່າ: “ໂຄງການຈະສືບຕໍ່ອອກແບບ ແລະ ທົດສອບຮູບແບບໃໝ່ຕ່າງໆ, ໂດຍສະເພາະກ່ຽວຂ້ອງກັບການປ່ຽນແປງສະພາບດິນຟ້າອາກາດ, ຊຶ່ງໄດ້ກາຍເປັນບູລິມະສິດອັນຮີບດ່ວນ” ແລະ ຈະສືບຕໍ່ “ຊຸກຍູ້ບັນດາກິດຈະກໍາທີ່ກ່ຽວຂ້ອງກັບການຂະຫຍາຍຕົວຕາມທິດສີຂຽວ ແລະ ການພັດທະນາການຂະຫຍາຍຄວາມທົນທານຕໍ່ການປ່ຽນແປງສະພາບດິນຟ້າອາກາດ”.