ໃນວັນທີ 13 ພະຈິກ 2024 ຜ່ານມາ, ທ່ານ ປອ. ເພັດ ພົມພິພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ປຶກສາຫາລືແຜນການຟື້ນຟູໄພພິບັດທາງ ທໍາມະຊາດ ພາຍຫຼັງທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຮ່ວມກັບ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແຂວງຫົວພັນ. ທ່ານ ພຸດພັນ ແກ້ວວົງໄຊ, ຮອງເຈົ້າແຂວງ ແຂວງຫົວພັນ ໄດ້ລາຍງານຜົນກະທົບຂອງໄພພິບັດແຂວງຫົວພັນ ນັບແຕ່ເດືອນມັງກອນ ຫາ ເດືອນຕຸລາ 2024 ໃຫ້ຮູ້ວ່າ: ສະພາບໄພພິບັດ ທີ່ເກີດຈາກເຫດການນໍ້າຖ້ວມ, ດິນເຊາະເຈື່ອນ ແລະ ນໍ້າໄຫຼຊຸ ໃນຂົງເຂດທີ່ຢູ່ອາໄສ, ພື້ນຖານໂຄງລ່າງ, ໂຮງຮຽນ, ເຄຫະສະຖານ, ລະບົບຊົນລະປະທານ, ເສັ້ນທາງ, ຂົວ – ລະບົບໄຟຟ້າ – ນໍ້າປະປາ-ນໍ້າລິນ, ເນື້ອທີ່ທໍາການຜະລິດ ແລະ ສັດລ້ຽງຂອງພໍ່ແມ່ປະຊາຊົນ ຖືກຜົນກະທົບເສຍຫາຍ ຢູ່ 10 ເມືອງ, 277 ບ້ານ, 5,288 ຄອບຄົວ ໃນນີ້ກະທົບໜັກກ່ອນໝູ່ແມ່ນຢູ່ 07 ເມືອງ ຄື: (ເມືອງ ຊ່ອນ, ເມືອງຫົວເມືອງ, ເມືອງຮ້ຽມ, ເມືອງຊໍາເໜືອ, ເມືອງ ວຽງໄຊ, ເມືອງ ຊໍາໃຕ້ ແລະ ເມືອງກັວນ ), ເຮືອນເສຍຫາຍ 968 ຫຼັງ, ບາດເຈັບ 5 ຄົນ, ເສຍຊີວິດ 3 ຄົນ, ລວມມູນຄ່າເສຍຫາຍທັງໝົດ 240,286,222,211 ກີບ (ສອງຮ້ອຍສີ່ສີບຕື້ສອງຮ້ອຍແປດສີບຫົກລ້ານສອງແສນຊາວສອງພັນສອງຮ້ອຍສີບເອັດກີບ). ນອກນັ້ນ ທ່ານລັດຖະມົນຕີ ຍັງໄດ້ຮັບຟັງ ແຜນຄວາມຕ້ອງການຊ່ວຍເຫຼືອຟື້ນຟູສຸກເສີນໄລຍະສັ້ນ (ໄລຍະ 03 – 06 ເດືອນ) ປີ 2024-2025 ແລະ ແຜນຄວາມຕ້ອງການຊ່ວຍເຫຼືອຟື້ນຟູໄລຍະຍາວ, ພ້ອມທັງ ໄດ້ລົງກວດເບິ່ງພື້ນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ເທດສະບານເມືອງຊຳເໜືອ. ໃນໂອກາດທີ່ໄດ້ລົງເຄື່ອນໄຫວເຮັດວຽກຄັ້ງນີ້້ ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ມອບເງິນ ຈຳນວນ 500.000.000 ກີບ (ຫ້າຮ້ອຍລ້ານກີບ) ໃຫ້ແຂວງຫົວພັນ ເພື່ອປະກອບສ່ວນຊ່ວຍເຫຼືອຟື້ນຟູໄພພິບັດນໍ້າຖ້ວມ ຢູ່ແຂວງຫົວພັນ.

ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ລົງຕິດຕາມ, ຊຸກຍູ້ ແລະ ປຶກສາຫາລືແຜນການຟື້ນຟູໄພພິບັດທາງທຳມະຊາດ ຢູ່ແຂວງຫົວພັນ

