ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຄື່ອນໄຫວເຮັດວຽກງານ ທີ່ ເມືອງ ວຽງໄຊ, ແຂວງຫົວພັນ

Nov 14, 2024 | ການເຄື່ອນໄຫວ

ໃນວັນທີ 12 ພະຈິກ 2024 ຜ່ານມາ, ທ່ານ ປອ. ເພັດ ພົມພິພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດວຽກງານ ຢູ່ທີ່ ເມືອງວຽງໄຊ ແຂວງຫົວພັນ. ເຊິ່ງທ່ານ ສິງວົງໄຊ ສຸລິວົງພັນ, ວ່າການເຈົ້າເມືອງ ເມືອງວຽງໄຊ ໄດ້ລາຍງານຫຍໍ້ ສະພາບຈຸດພິເສດໂດຍລວມຂອງເມືອງໃຫ້ຊາບວ່າ: ການຂະຫຍາຍຕົວດ້ານເສດຖະກິດຂອງເມືອງວຽງໄຊ ຢູ່ໃນລະດັບ 4,5%/ປີ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ບັນລຸໄດ້ 185,26 ຕື້ກີບ ສະເລ່ຍໃສ່ຫົວຄົນຜູ້ໜຶ່ງໄດ້ 5.937.820 ກີບ/ຄົນ/ປີ ທຽບແຜນການ 5 ປີ ທີ່ວາງໄວ້ ປະຕິບັດໄດ້ 74,51% ໃນນັ້ນ: ຂະແໜງກະສິກຳ ແລະ ປ່າໄມ້ ກວມເອົາ 67,63% ຂອງ GDP, ຂະແໜງອຸສາຫະກຳ ກວມເອົາ17,57% ຂອງ GDP,ຂະແໜງການບໍລິການ ກວມເອົາ 14,80% ຂອງ GDP. ເມືອງວຽງໄຊ ໄດ້ສຸມໃສ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ແຕ່ລະຂົງເຂດໄດ້ຜັນຂະຫຍາຍເປັນອັນລະອຽດຂອງແຕ່ລະຂະແໜງການ ສັງລວມແລ້ວ ພື້ນຖານໂຄງລ່າງໄດ້ຮັບການພັດທະນາ ເຊັ່ນ ທຸກບ້ານໄດ້ມີທາງກວຽນໄປເຖິງທຸກບ້ານ ໃນນັ້ນ ສາມາດທ່ຽວໄດ້ 2 ລະດູ ມີ 64 ບ້ານ ແລະ ທົ່ວເມືອງມີຊົນລະປະທານ 613 ແຫ່ງ ສະດວກໃນ ການປູກຝັງໄດ້ 2 ລະດູ ເຊັ່ນ: ຂະແໜງກະສິກຳ ແລະ ປ່າໄມ້ ໄດ້ຊຸກຍູ້ການປູກຝັງລ້ຽງສັດ ແລະ ປູກພືດເປັນສິນຄ້າ ເພື່ອທົດແທນການນໍາເຂົ້າ, ຂະແໜງການເງິນ ໄດ້ຜັນຂະຫຍາຍເຜີຍແຜ່ລະບຽບການປະຢັດຕ້ານການພູມເຟືອຍ   ນັບທັງຫ້ອງການບໍລິຫານລັດ ແລະ ນິຕິບຸກຄົນ, ໄດ້ເກັບກໍາຖານຂໍ້ມູນລາຍຮັບໃນທົ່ວເມືອງຈາກທຸກພາກສ່ວນທີ່ມີລາຍຮັບ, ໄດ້ເອົາໃຈໃສ່ຄຸ້ມຄອງທີ່ດິນ ຮັບປະກັນບໍ່ທໍາລາຍສິ່ງແວດລ້ອມໃຫ້ໄປຕາມທິດສີຂຽວຍືນຍົງ, ສໍາຫຼວດວັດແທກອອກໃບຕາດິນເປັນລະບົບຕາມບ້ານຈຸດສຸມຂອງໂຄງການ, ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃຫ້ເຂົ້າສູ່ລະບຽບກົດໝາຍ, ໄດ້ລົງຕິດຕາມ ກວດກາ ແລະ ຊຸກຍູ້ບັນດາບໍລິສັດ ທີ່ເຂົ້າມາລົງທຶນກ່ຽວກັບແຮ່ທາດ ຢູ່ພາຍໃນເມືອວຽງໄຊ, ໄດ້ຄຸ້ມຄອງການລົງທຶນຂອງລັດ ແລະ ເອກະຊົນໃນການລົງທຶນຕ່າງໆເຂົ້າສູ່ລະບຽບກົດໝາຍ ມາຮອດປັດຈຸບັນສາມາດເກັບລາຍຮັບເຂົ້າງົບປະມານໄດ້ 95% ຂອງແຜນການປີ.

ໃນໂອກາດທີ່ທ່ານ ປອ. ເພັດ ພົມພິພັກ ໄດ້ມີຄຳເຫັນແລກປ່ຽນ ວ່າ: ອີງໃສ່ທ່າແຮງທີ່ເປັນມູນເຊື້ອການຜະລິດຂອງປະຊາຊົນ ທ່າແຮງທາງປະຫວັດສາດ ວັດທະນະທຳ ສະເໜີຄະນະນໍາຂອງເມືອງນໍາໃຊ້ທ່າແຮງ    ເຫຼົ່ານີ້ ເປັນພື້ນຖານໃນການພັດທະນາເສດຖະກິດ, ສ້າງແຜນໂຄງການການປັບປຸງພື້ນຖານໂຄງລ່າງຂອງເມືອງ ເພື່ອເປັນເມືອງທ່ອງທ່ຽວປະຫວັດສາດ ແລະ ສີຂຽວ, ສົ່ງເສີມຊຸກຍູ້ໃຫ້ມີການຜະລິດດ້ານກະສິກຳ, ປູກຝັງລ້ຽງສັດ ແລະ ການບໍລິການດ້ານການທ່ອງທ່ຽວທາງປະຫັດສາດ ເມືອງສີຂຽວສະອາດ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ເນື່ອງໃນໂອກາດດຽວກັນນີ້້ ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ມອບເງິນ ຈຳນວນ 100.000.000 ກີບ ໃຫ້ເມືອງວຽງໄຊ ເພື່ອປະກອບສ່ວນໃນການປັບປຸງພື້ນຖານໂຄງລ່າງການພັດທະນາຂອງເມືອງ.

ພາຍຫລັງສຳເລັດການເຮັດວຽກຢູ່ທີ່ເມືອງວຽງໄຊ ທ່ານ ປອ. ເພັດ ພົມພິພັກ ພ້ອມດ້ວຍຄະນະ     ໄດ້ສຶບຕໍ່ລົງຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ມັງການ ຢູ່ເຂດບ້ານຫົວຄັງ, ເມືອງຊໍາເໜືອ, ແຂວງຫົວພັນ. ໃນເນື້ອທີ່ 80 ເຮັກຕາ ພາຍຫຼັງບໍລິສັດໄດ້ຮັບການພິຈາລະນາສັນຍາຂຸດຄົ້ນ ປີ 2022 ບໍລິສັດໄດ້ກໍ່ສ້າງໂຮງງານປຸງແຕ່ງເພື່ອຮັບຮອງໃນການປຸງແຕ່ງແຮ່ມັງການ ສົ່ງອອກຈຳໜ່າຍຕ່າງປະເທດ, ປັດຈຸບັນ ສາມາດຂຸດຄົ້ນແຮ່ມັງການດິບອອກມາແລ້ວ ຈໍານວນ 50.000 ກວ່າໂຕນ ແລະ ສາມາດປຸງແຕ່ງແຮ່ມັງການພ້ອມສົ່ງອອກຈໍາໜ່າຍ 10.000 ກວ່າໂຕນ ຖ້າທຽບເປັນເປີເຊັນ ໄດ້ພຽງແຕ່ 10%-15% ຂອງເນື້ອທີ່ 5 ເຮັກຕາ ແລະ ໄດ້ເຊັນສັນຍາຊື້-ຂາຍ ແຮ່ມັງການ ອອກໄປຍັງສປປ ຈີນ ແລ້ວ ຈໍານວນ 7000 ໂຕນ. ໃນປີ 2025 ນີ້ ບໍລິສັດຈະສູ້ຊົນໃຫ້ໄດ້ສົ່ງອອກປະມານ 50.000 ໂຕນ/ປີ.