ສອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ລາວ-ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ

by | Mar 28, 2022 | ການເຄື່ອນໄຫວ | 0 comments

ວັນທີ 22 ມີນາ 2022, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ຈີ້ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ ໂດຍໃຫ້ການຕ້ອນຮັບຈາກ ທ່ານ ພອຍຄຳ   ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນຳຂອງແຂວງ ເຂົ້າຮ່ວມ ແລະ ໄດ້ເຂົ້າຮ່ວມວາງສີລາລຶກໂຄງການ ກໍ່ສ້າງສູນບໍລິການເຕັກນິກກະສິກຳ-ນໍ້າໂມ, ຢູ່ເມືອງອານຸວົງ, ແຂວງໄຊສົມບູນ.

ໂອກາດນີ້, ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ສະເໝີຄວາມເປັນມາຂອງໂຄງການໂດຍໄດ້ຍົກໃຫ້ເຫັນພື້ນຖານໂຄງລ່າງໃນການສົ່ງເສີມ,ການບໍລິການ, ດ້ານເຕັກນິກວິຊາການ ຢູ່ພາຍໃນແຂວງໄຊສົມບູນ ຍັງບໍ່ທັນຮັບປະກັນໄດ້ມາດຕະຖານເຕັກນິກວິຊາການ, ບໍ່ທັນເຮັດໄດ້ຢ່າງແຂງແຮງເທົ່າທີ່ຄວນ, ຂາດເຂີນຫ້ອງວິໄຈພືດ ແລະ ສັດ, ເຄື່ອງມືວິໄຈນໍ້າ, ສາງເກັບມ້ຽນແນວພັນພືດບໍ່ທັນມີ ລວມທັງວິຊາການສະເພາະດ້ານ ທີ່ເປັນປັດໄຈຕົ້ນຕໍໃຫ້ແກ່ການພັດທະນາສູນໃນການຂະຫຍາຍ-ສະໜອງແນວພັນພືດໃຫ້ມີຄຸນນະພາບແກ່ສັງຄົມ.

ທ່ານ ຫງວຽນ ຈີ້ ຢຸງ ແລະ ທ່ານ ຄຳເຈນ ວົງໂພສີ ກໍໄດ້ມີຄຳເຫັນຕໍ່ກັບໂຄງການ ເຊິ່ງເປັນການສ້າງປັດໄຈໜຶ່ງທີ່ສຳຄັນ, ເປັນໂອກາດອັນດີໃຫ້ແກ່ລູກຫລານ ປະຊາຊົນບັນເຜົ່າ ຢູ່ແຂວງໄຊສົມບູນ ຈະໄດ້ຮຽນຮູ້ເຕັກນິກວິຊາການຕ່າງໆ ໃນຂົງເຂດການຜະລິດກະສິກຳ ເພື່ອນຳໄປໝູນໃຊ້ພາຍໃນຄອບຄົວ ກໍຄື ທ້ອງຖິ່ນຂອງຕົນ ເພື່ອສືບຕໍ່ກຸ້ມຕົນເອງກ້າວໄປເຖິງທຳການຜະລິດເປັນສິນຄ້າ ແລະ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ. ໂຄງການນີ້, ເປັນຂອງຂັວນທີ່ລັດຖະບານຫວຽດນາມ ມອບໃຫ້ລັດຖະບານລາວ ໂດຍສະເພາະມອບໃຫ້ແຂວງໄຊສົມບູນ ຈັດຕັ້ງປະຕິບັດເອງ, ສະເໝີໃຫ້ເຈົ້າຂອງໂຄງການຮີບຮ້ອນດຳເນີນໂຄງການ, ປະສານສົມທົບເປັນຢ່າງດີກັບຄະ ນະກຳມະການຮ່ວມມືຫວຽດນາມ-ລາວ ເພື່ອຊຸກຍູ້ຄວາມຄືບໜ້າ, ຕິດຕາມຢ່າງໃກ້ຊິດດ້ານຄຸນນະພາບ ເພື່ອນຳໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ເສີມຂະຫຍາຍປະສິດທິຜົນ,ຕອບສະໜອງຄວາມມຸ່ງມາດປາຖະໜາຂອງປະຊາຊົນສອງປະເທດ, ປັບປຸງສາຍພົວພັນແບບພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ມີຄວາມໜັ້ນຄົງທະນົງແກ່ນຕະຫຼອດໄປ

ພ້ອມດຽວກັນນີ້, ການນຳຂັ້ນສູງທັງ 2 ຝ່າຍ ພ້ອມດ້ວຍການນຳແຂວງໄຊສົມບູນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເປີດພິທີ ການນຳໃຊ້ໂຮງງານປຸງແຕ່ງຜະລິດຕະພັນກະສິກຳ, ພຶດເປັນຢາ ຢູ່ບ້ານອອມ ເມືອງອະນຸວົງ ແຂວງໄຊສົມບູນ. ໃນພິທີ ທ່ານ ຫງວຽນ ແອງ ແທ່ງ ຜູ້ອຳນວຍການບໍລິສັດແຮ່ທາດ ແລະ ຫລອມໂລຫະວຽງຈັນ ຈຳກັດຜູ້ດຽວ ໄດ້ລາຍງານຄວາມເປັນມາຂອງໂຮງງານປຸງແຕ່ງຜະລິດຕະພັນກະສິກຳ ພືດເປັນຢາ ໂດຍຫຍໍ້ວ່າ: ໃນປີ 2021 ລັດຖະບານຫວຽດນາມໄດ້ຮັບອະນຸຍາດ ໃຫ້ສືບຕໍ່ລົງທຶນກໍ່ສ້າງໂຮງງານປຸງແຕ່ງຜະລິດຕະພັນກະສິກຳ ພືດເປັນຢາ ເຊິ່ງເປັນໜຶ່ງໃນໂຄງການຫລັກ ຢູ່ກຸ່ມບ້ານອອມ ມີເນື້ອທີ່ 16,000 ຕາແມັດ, ເປັນໂຄງການທີ່ມີມູນຄ່າການລົງທຶນບໍ່ຫລາຍແຕ່ສຸດທີ່ມີຄວາມໝາຍທາງດ້ານການເມືອງທີ່ໃຫຍ່ຫລວງ, ສະແດງໃຫ້ເຫັນເຖິງການຮ່ວມມື ແໜ້ນແຟ້ນ, ມີປະສິດທິຜົນ ລະຫວ່າງກຸ່ມບໍລິສັດໂກເອກໂກ ແລະ ແຂວງໄຊສົມບູນເພື່ອເປັນພື້ນຖານໃຫ້ແກ່ປີຕໍ່ໆໄປ.

ພ້ອມນັ້ນ, ການນຳທັງ2ຝ່າຍ ພ້ອມດ້ວຍການນຳຂອງແຂວງໄຊສົມບູນ ໄດ້ເດີນທາງເຂົ້າຮ່ວມພິທີເປີດ ແລະ ມອບຮັບໂຄງການ ໂຮງຮຽນທະຫານແຂວງໄຊສົມບູນ, ເຊິ່ງຕັ້ງຢູ່ບ້ານເພຍຫຼວງ, ເມືອງອານຸວົງ, ແຂວງໄຊສົມບູນ, ກອງບັນຊາການທະຫານເຂດ 4 ໄດ້ຮັບການມອບໝາຍໃຫ້ເປັນເຈົ້າຂອງໂຄງການກໍ່ສ້າງໂຮງຮຽນການທະຫານແຂວງໄຊສົມບູນ, ໂດຍເປັນໂຄງການທຶນຊ່ວຍເຫຼືອລ້າຈາກລັດຖະບານຫວຽດນາມ.