ສະຫລຸບຜົນກອງປະຊຸມວຽກງານຂະແໜງແຜນການ ແລະການລົງທຶນ ແລະຂະແໜງການເງິນ ປະຈຳປີ 2024 ແລະ ທິດທາງແຜນການປີ 2025

Dec 27, 2024 | ການເຄື່ອນໄຫວ

ກອງປະຊຸມວຽກງານຂະແໜງແຜນການ ແລະການລົງທຶນ  ແລະ ຂະແໜງການເງິນ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ເຊິ່ງໄດ້ດຳເນີນເປັນເວລາ 2 ວັນເຕັມ ໃນລະຫວ່າງ ວັນທີ 26-27 ທັນວາ 2024  ດ້ວຍບັນຍາກາດອັນຟົດຟື້ນ ບົນພື້ນຖານຄວາມຮັບຜິດຊອບສຸງຂອງຜູ້ເຂົ້າຮ່ວມ ເຊິ່ງໄດ້ເຮັດໃຫ້ກອງປະຊຸມໄດ້ບັນລຸຈຸດປະສົງຄາດໝາຍທີ່ໄດ້ວາງໄວ້ທຸກປະການ, ໂດຍມີການນຳຂັ້ນສູງ ຂັ້ນສູນກາງ ແລະ ທ້ອງຖິ່ນ ລວມທັງພະນັກງານຫຼັກແຫຼ່ງ ຂອງຂະແໜງແຜນການ ແລະການລົງທຶນ  ແລະຂະແໜງການເງິນ ເຂົ້າຮ່ວມທັງໝົດ 585 ທ່ານ, ຍິງ 162 ທ່ານ. ກອງປະຊຸມຄັ້ງນີ້ໄດ້ແບ່ງເປັນ ສອງວາລະຄື: ໃນມື້ວັນທີ 26 ຫາເຊົ້າວັນທີ 27 ທັນວາ 2024 ເປັນກອງປະຊຸມສະເພາະຂອງຂະແໜງແຜນການ ແລະການລົງທຶນ ແລະຂະແໜງການເງິນ ເຊິ່ງຈະໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ ປະຈຳປີ 2024 ແລະທິດທາງແຜນການປີ 2025 ຂອງຂະແໜງການຕົນ; ພາຍໃຕ້ການປະທານຂອງທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ສະເພາະຂະແໜງແຜນການ ແລະການລົງທຶນ; ສຳລັບລັບຂະແໜງການເງິນ ແມ່ນພາຍໃຕ້ການເປັນທານ ຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ.

ໃນຕອນບ່າຍຂອງວັນທີ 27 ທັນວາ 2024 ເປັນກອງປະຊຸມຮ່ວມລະຫວ່າງຂະແໜງແຜນການ ແລະການລົງທຶນ ແລະຂະແໜງການເງິນ; ເຊິ່ງພາຍຫຼັງທີ່ ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຜົນຂອງການດຳເນີນກອງປະຊຸມສະຫຼຸບວຽກງານແຜນການ ແລະ ການລົງທຶນ ທົ່ວປະເທດ ປະຈຳປີ 2024 ແລະ ທິດທາງແຜນການປີ 2025; ແລະ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ກໍ່ໄດ້ຂື້ນລາຍງານ ຜົນກອງປະຊຸມສະຫລຸບວຽກງານ ການເງິນ ປະຈຳປີ 2024 ແລະທິດທາງ ປີ 2025 ຕໍ່ທ່ານນາຍົກລັດຖະມົນຕີແລ້ວ;  ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອລົມຕໍ່ກອງປະຊຸມວຽກງານຂະແໜງແຜນການ ແລະການລົງທຶນ ແລະຂະແໜງການເງິນ ໂດຍທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງກອງປະຊຸມໃນຄັ້ງນີ້ ແລະໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນຂອງໃນການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງແຜນການ ແລະການລົງທຶນ ແລະຂະແໜງການເງິນ ໃນໄລຍະ 1 ປີຜ່ານມາ,  ພ້ອມນັ້ນ ກໍ່ໄດ້ໃຫ້ທິດຊີ້ນຳ ແລະໄດ້ເນັ້ນໜັກໃຫ້ທັງສອງ ຂະແໜງການ ຕ້ອງເປັນເຈົ້າການຢ່າງຈິງຈັງ ໃນການເສີມຂະຫຍາຍຫົວຄິດປະດິດສ້າງ ເປັນເຈົ້າການຮີບຮ້ອນຄົ້ນຄິດເຖິງການປ່ຽນແປງໃໝ່ ຫຼື ການປະຕິຮູບຢ່າງບຸກທະລຸ ໂດຍໃຫ້ເອົາໃຈໃສ່ບາງປະເດັນທີ່ສຳຄັນດັ່ງນີ້:

  1. ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ ແລະ ພະນັກງານຢູ່ໃນສອງຂະແໜງການ ແຜນການ-ການລົງທຶນ ແລະ ການເງິນ ເພີ່ມຄວາມຮັບຜິດຊອບ, ເດັດຂາດ ແລະ ເປັນເຈົ້າການສູງຂຶ້ນ, ບັນດາທ່ານຕ້ອງບຸກທະລຸທາງດ້ານຈິນຕະນາການ, ຄິດໃໝ່, ລຸກໃໝ່, ສ້າງການຫັນປ່ຽນໃນວຽກງານ ໃຫ້ວ່ອງໄວຂຶ້ນ, ທັນເວລາ ແຕ່ມີຄຸນນະພາບ; ຫັນພະນັກງານຄົນໜຶ່ງເຮັດໄດ້ຫຼາຍໜ້າທີ່ ຕິດພັນກັບການຫັນເປັນທັນ, ຕ້ອງມີຄວາມເຂົ້າໃຈສະພາບການປ່ຽນແປງໃໝ່ທີ່ເກີດຂຶ້ນຢ່າງພາວະວິໄສ ແລະ ແກ້ໄຂໃຫ້ທັນ ໂດຍອີງໃສ່ ສາມຫຼັກການໃນວາລະແຫ່ງຊາດ: ເດັດດ່ຽວ-ເຂັ້ມງວດ, ໂປ່ງໃສ ແລະ ເປັນມືອາຊີບ ຄືການສ້າງຄວາມເປັນນັກວິຊາການ, ສ້າງຄວາມເປັນຊ່ຽວຊານ, ຮັກໃນອາຊິບ ແລະ ມີຈັນຍາບັນ, ອົດທົນເສຍສະຫຼະ, ປະຕິບັດວິໄນແຜນການ-ການເງິນຢ່າງເຄັ່ງຄັດ. ປັບປຸງ ແລະ ເຮັດໃຫ້ກົງຈັກກະທັດຮັດ, ສົມເຫດສົມຜົນ, ສ້າງກົງຈັກໃຫ້ມີລັກສະນະສົ່ງເສີມໃຫ້ພະນັກງານມີຫົວຄິດປະດິດສ້າງ, ສົ່ງເສີມຄົນເກັ່ງ ແລະ ມີຄຸນສົມບັດສິນທໍາປະຕິວັດ, ມີແນວຄິດກ້າວໜ້າ, ແຂ່ງຂັນກັນສ້າງຜົນງານຢ່າງຖືກຕ້ອງປະກອບສ່ວນໃນຂະບວນການຮັກຊາດ ແລະ ພັດທະນາ.
  2. ອີງໃສ່ມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່, ຂ້າພະເຈົ້້າຂໍຮຽກ ຮ້ອງໃຫ້ຂະແໜງແຜນການ-ການລົງທຶນ ແລະ ການເງິນ ຖືເອົາວຽກງານດັ່ງກ່າວເປັນວຽກບູລີມະສິດຕົ້ນຕໍ ໃນການຜັນຂະຫຍາຍເຂົ້້າສູ່ວຽກງານຕົວຈິງຂອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດໃນປີ 2025 ເປັນຕົ້ນໄປ ໂດຍໃຫ້ຄົ້ນຄວ້າລະອຽດເຖິງຄວາມໝາຍ-ຄວາມສໍາຄັນໃຫ້ເຂົ້າໃຈຢ່າງເລິກເຊິ່ງ ກໍເພື່ອຕີຈັງວະໃຫ້ວຽກງານອື່ນໆສາມາດປິ່ນອ້ອມການຈັດຕັ້ງປະຕິບັດແຜນພັດທະນາຂອງປະເທດ ໃຫ້ຜ່ານການກໍານົດເປັນແຜນງານ, ໂຄງການລະອຽດ ໂດຍສະເພາະ ການຂະຫຍາຍຖານການຜະລິດຕິດພັນກັບ ນະໂຍບາຍການຜະລິດເພື່ອທົດແທນການນໍາເຂົ້້າ ແລະ ເປັນສິນຄ້າສົ່ງອອກ ແນໃສ່ສ້າງແຫຼ່ງລາຍຮັບທີ່ເປັນເງິນຕາຕ່າງປະເທດ ທັງເປັນການສ້າງຄັງສະສົມແຫ່ງຊາດໃຫ້ຫຼາຍຂຶ້ນ ເພື່ອພະຍາຍາມຫຼຸດຜ່ອນການອາໄສ ການຊ່ວຍເຫຼືອຈາກຕ່າງປະເທດເທື່ອລະກ້າວ ສາມາດເພີ່ງພາຕົນເອງໄດ້ຫຼາຍຂຶ້ນ.
  3. ຂະແໜງແຜນການ-ການລົງທຶນ ແລະ ຂະແໜງການເງິນ ເປັນຂະແໜງການມະຫາພາກ ແລະ ເປັນເສົາຫຼັກໃນການຂັບເຄື່ອນວຽກງານຕ່າງໆຂອງລັດຖະບານ ສິ່ງໜຶ່ງຖືວ່າເປັນປັດໄຈຕັດສິນແມ່ນຕ້ອງມີລະບົບສະຖິຕິທີ່ເຂັ້ມແຂງ ແລະ ລົງເຖິງຮາກຖານ, ມີການຄົ້ນຄວ້າວິໄຈຢ່າງໜັກແໜ້ນ ສາມາດສະເໜີແນະນະໂຍບາຍຕ່າງໆໃຫ້ແກ່ການນໍາຢ່າງທັນການ, ຕ້ອງສ້າງກົນໄກປະສານງານລະຫວ່າງພາກສ່ວນຕ່າງໆຕັ້ງ ແຕ່ຫົວທີ ໃຫ້ມີຄວາມໂລ່ງລຽນ, ມີຄວາມເຂົ້າໃຈເປັນເອກະພາບກັນ, ແລະ ສໍາຄັນຕ້ອງເຂົ້າໃຈໃນບົດບາດ-ໜ້າທີ່ຂອງແຕ່ລະພາກສ່ວນທັງສູນກາງ ແລະ ທ້ອງຖິ່ນ ເພື່ອພ້ອມກັນພັດທະນາ ແລະ ສ້າງລະບົບການເຊື່ອມໂຍງຖານຂໍ້ມູນສະຖິຕິ ແລະ ຂໍ້ມູນລວມສູນ ໃຫ້ມີຄຸນນະພາບສູງຂຶ້ນ, ສາມາດສະໜອງ ທັນເວລາ ແລະ ເຂົ້າເຖິງໄດ້ຢ່າງສະດວກ;
  4. ປັບປຸງການສ້າງແຜນໃນໄລຍະໃໝ່ໃຫ້ແທດຕົວຈິງຫຼາຍຂຶ້ນ ແລະ ມິວິທະຍາສາດ, ປະຕິຮູບການລົງທຶນຂອງລັດໃຫ້ມີການຫັນປ່ຽນໃໝ່ໂດຍສະເພາະການຈັດລຽງບູລິມະສິດ ແລະ ໂຄງການທີ່ຮີບດ່ວນ, ຈໍາເປັນ ແລະ ໃຫ້ປະໂຫຍດແກ່ສັງຄົມ, ມີປະສິດທິຜົນ ແລະ ເຫັນຜົນໄວທາງດ້ານເສດຖະກິດທີ່ແທ້ຈິງ ຄຽງຄູ່ກັບການຈໍາກັດໂຄງການທີ່ບໍ່ມີປະສິດທິຜົນ ກໍເພື່ອບໍ່ສ້າງໜີ້ສະສົມເພີ່ມຂຶ້ນ. ພ້ອມນັ້ນ, ກໍ່ຕ້ອງໄດ້ກວດກາຄືນບັນດາໂຄງການລົງທຶນຂອງລັດ ທີ່ຍັງບໍ່ທັນໄດ້ປະຕິບັດ, ບໍ່ມີຄວາມຄືບໜ້າ, ບໍ່ມີປະສິດທິຜົນ, ແກ່ຍາວເວລາຈັບຈອງໂຄງການ ແລະ ເນື້ອທີ່ ຖ້າບໍ່ມີຄວມຄືບໜ້າໃຫ້ສະເໜີໂຈະຊົ່ວຄາວ ຫລື ຖາວອນ.
  5. ສືບຕໍ່ປັບປຸງການຈັດຕັ້ງປະຕິບັດພາລະບົດບາດໃນການເປັນເສນາທິການ ໃນວຽກງານສົ່ງເສີມ, ອະນຸມັດ ແລະ ຄຸ້ມຄອງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີການຫັນປ່ຽນໃໝ່ຢ່າງເປັນຮູບປະທໍາ, ໂດຍສະເພາະການປັບປຸງຂອດຂັ້ນ ແລະ ກົນໄກການພິຈາລະນາການລົງ ທຶນຢ່າງບຸກທະລຸ ແລະ ມີຄວາມຕັດສິນໃຈສູງຕາມກົດໝາຍວ່າດວ້ຍການສົ່ງເສີມການລົງທຶນສະບັບປັບປຸງ; ​ເລັ່ງປັບປຸງຍົກລະດັບ ດຳລັດວ່າດ້ວຍການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນໃຫ້ເປັນກົດໝາຍ, ສ້າງ ແລະປັບປຸງບັນດານິຕິກຳລຸ່ມກົດໝາຍໃຫ້ຄົບຖ້ວນ ແລະ ສອດຄ່ອງ; ປັງປຸງກົນໄກ ແລະ ເຄື່ອງມືໃນການດຶງດູດການລົງທຶນ ແລະ ສ້າງຍຸດທະສາດດຶງດູດການລົງທຶນ ເພື່ອປະກອບ​ສ່ວນ​ເຂົ້າ​ໃນ​ການ​ລະດົມ​ການລົງທຶນເອກະຊົນພາຍໃນແລະຕ່າງປະ ເທດໃຫ້ໄດ້ ປີລະ 2,4 ຕື້ໂດລາ ຂຶ້ນໄປ ແລະ ຕິດຕາມການຈັດຕັ້ງປະຕິບັດກົນໄກພິຈາລະນາການອະນຸມັດລົງທຶນໃໝ່ ຕາມກົດໝາຍວ່າດວ້ຍການສົ່ງເສີມການລົງທຶນສະບັບປັບປຸງ ເພື່ອລາຍງານຂັ້ນເທີງໃນແຕ່ລະໄລຍະ.​
  6. ສືບຕໍ່ຄຸ້ມຄອງ ແລະ ສົ່ງເສີມເຂດເສດຖະກິດພິເສດ ນິຄົມອຸດສາຫະກຳ, ເຂດພັດທະນາໃຫມ່, ດ່ານສາກົນເຂດໂລຈິດສະຕິກ (ທ່າບົກຕ່າງໆ) ໃຫ້ກາຍເປັນກໍາລັງແຮງແທ້ຈິງໃຫ້ການພັດທະ ນາ, ຕ້ອງຍົກລະດັບຄວາມຮັບຜິດຊອບຫຼາຍຂຶ້ນໃນການກໍານົດໜ້າວຽກຢ່າງມີຈຸດສຸມ, ມີການບໍ ລິຫານ ແລະ ຄຸ້ມຄອງເຂດໃຫ້ຮັດກຸມຕາມສັນຍາ, ລະບຽບ ແລະ ກົດໝາຍຢ່າງເຄັ່ງຄັດ. ການບໍລິ ການຂອງພາກລັດຢູ່ພາຍໃນເຂດກໍຕ້ອງເຮັດແບບປະຕູດຽວ ແລະ ຄົບຊຸດ, ຮຽກຮ້ອງໃຫ້ບັນດາທ້ອງຖິ່ນທີ່ມີເຂດເສດຖະກິດພິເສດຕ້ອງລົງຕິດຕາມ, ກວດກາຢ່າງໃກ້ຊິດໃນການຄຸ້ມຄອງບໍລິຫານໃຫ່ເຂົ້າສູ່ລະບຽບ, ມີຄວາມສະຫງົບ ແລະ ເອົາການບໍລິການທີ່ວ່ອງໄວ, ສະດວກ ເພື່ອດຶງດູດການລົງທຶນ.
  7. ວຽກຮ່ວມມືກັບສາກົນ, ຮ່ວມມືລາວ-ຫວຽດນາມ ແລະ ຮ່ວມມືລາວ-ຈີນ ການຮ່ວມມືຫຼາຍຝ່າຍ, ສອງຝ່າຍ ແລະ ຂອບຮ່ວມມືຕ່າງໆ ເປັນວຽກທີ່ສໍາຄັນຫຼາຍໃນການຊຸກຍູ້ການຂະຫຍາຍຕົວກໍຄືການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ສະນັ້ນ ການຂົນຂວາຍການຊ່ວຍເຫຼືອທາງດ້ານວິຊາການ ແລະ ທຶນຮອນ ເຂົ້າມາຕ້ອງມີຈຸດສຸມ, ມີການເລືອກເຟັ້ນ ແລະ ເປັນລະບົບ; ພະຍາຍາມນໍາເອົາການສະໜັບສະໜູນຊ່ວຍເຫຼືືອມາພັດທະນາຄວາມສາມາດໃຫ້ພະນັກງານພວກເຮົາກາຍເປັນຊ່ຽວຊານ, ນໍາໃຊ້ການຊ່ວຍເຫຼືອເຂົ້າໃນການພັດທະນາໂຄງລ່າງພື້ນຖານທີ່ຈໍາເປັນ ທັງດ້ານຮາດແວ ແລະ ຊອບແວ. ສະເພາະການຮ່ວມມືກັບ ສສ ຫວຽດນາມ ແລະ ສປ ຈີນ ນັ້ນ ຕ້ອງຖືເປັນວຽກບູລິມະສິດ ເພື່ອສ້າງໃຫ້ໄດ້ຄວາມໄວ້ເນື້ອເຊື່ອໃຈ ແລະ ໝາກຜົນຕົວຈິງ, ເປັນການຊຸກຍູ້ໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງເລັ່ງຜັນຂະ ຫຍາຍເນື້ອໃນຖະແຫຼງການຮ່ວມໃຫ້ປະກົດຜົນເປັນຈິງ. ພວກເຮົາຕ້ອງເປັນເຈົ້າການປັບປຸງປ່ຽນ ແປງປະຕິຮູບແບບແຜນການເຮັດວຽກໃຫ້ວ່ອງໄວຂຶ້ນ, ມີຄຸນນະພາາບ, ມີແນວຄິດບຸກທະລຸ
    ໃໝ່ ແລະ ຈິງໃຈໃນການຮ່ວມມື, ເຊິ່ງໃນປີນີ້ຊ່ຽວຊານຫວຽດນາມຈະມາຊ່ວຍຄະນະທີມງານຊ່ຽວຊານຝ່າຍລາວໃນການສ້າງຍຸດທະສາດ 10 ປີ ຮອດປີ 2035 ແລະ ວິໄສທັດ ຮອດປີ 2045 ຈື່ງຮຽກຮ້ອງໃຫ້ບັນດາສະຫາຍຈົ່ງຕັ້ງໃຈປະຕິບັດໜ້າທີ່ຂອງຕົນໃຫ້ໄດ້ຮັບຜົນ ສໍາເລັດຕາມຄາດໝາຍທີ່ສອງພັກ ສອງລັດຖະບານກໍານົດໃຫ້ປະກົດຜົນເປັນຈິງ.
  8. ໃຫ້ເອົາໃຈໃສ່ແຕ່ຫົວທີວຽກງານປະເມີນຜົນໂຄງການລົງທຶນໃນແຕ່ລະໄລຍະ (ເຊິ່ງມີ 4 ໄລຍະ) ເລັ່ງໃສ່ການຕິດຕາມ-ກວດກາເປັນປົກກະຕິ ແລະ ຕ້ອງມີມາດຕະການແກ້ໄຂຢ່າງເຂັ້ມງວດ ຖ້າເຫັນບັນຫາ ແຕ່ຖ້າປະຕິບັດໄດ້ດີກໍ່ຕ້ອງມີການຍ້ອງຍໍຊົມເຊີຍ.
  9. ວຽກບໍລິການ, ການປະສານງານໃຫ້ມີຄວາມໂລ່ງລ່ຽນ, ວ່ອງໄວ ເຊິ່ງເປັນວຽກທີ່ສໍາຄັນ ແລະ ເປັນບູລິມະສິດຫຼັກນໍາໜ້າໃນທຸກໜ້າວຽກ ລວມທັງການຫັນກົງຈັກໃຫ້ກະທັດຮັດແຕ່ມີຄຸນນະ ພາບນັ້ນແມ່ນວຽກທີ່ຕັດສິນທຸກການປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດ, ການເລືອກເຟັ້ນບຸກຄະລາກອນທີ່ໂດດເດັ່ນທາງດ້ານຄວາມຮູ້-ຄວາມສາມາດ ແລະ ມີຄຸນສົມບັດສິນທໍາປະຕິວັດທີ່ໜັກແໜ້ນແມ່ນໜ້າທີ່ຂອງຄະນະນໍາຂະແໜງແຜນການ ແລະການລົງທຶນທີ່ຕ້ອງໄດ້ເອົາໃຈໃສ່ລົງເລິກຄົ້ນຄວ້າແທ້ໆ.
  10. ເລັ່ງຄົ້ນຄວ້າສ້າງ ຫຼື ປັບປຸງບັນດານິຕິກໍາຕ່າງໆ ໃນການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດຜ່ານກະຊວງການເງິນ ປະຕູດຽວ: ເອົາໃຈໃສ່ເພີ່ມທະວີການຄົ້ນຄວ້າສ້າງ ແລະ ປັບປຸງ ບັນດານິຕິກໍາຕ່າງໆ ສໍາລັບການຄຸ້ມຄອງລາຍຮັບ-ລາຍຈ່າຍ ງົບປະມານແຫ່ງລັດແບບລວມສູນ ຜ່ານກົນໄກປະຕູດຽວຂອງກະຊວງການເງິນ, ໝາຍຄວາມວ່າ ທຸກໆນິຕິກໍາ ທີ່ຕິດພັນກັບ ການຄຸ້ມຄອງລາຍຮັບ-ລາຍຈ່າຍ ງົບປະມານແຫ່ງລັດ ຕ້ອງແມ່ນກະຊວງການເງິນເທົ່ານັ້ນ ທີ່ມີພາລະບົດບາດໃນການອອກ ຂໍ້ກໍານົດ ຫຼື ນິຕິກໍາ ໃຫ້ບັນດາກະຊວງ-ອົງການທຽບເທົ່າກະຊວງ (ຂັ້ນສູນກາງ), ແຂວງ ແລະ ເມືອງ (ຂັ້ນທ້ອງຖິ່ນ) ການໃນການຄົ້ນຄວ້າສ້າງ ແລະ ປັບປຸງບັນດານິຕິກໍາຕ່າງໆ ໃນການຄຸ້ມຄອງ ແລະ ອະນຸຍາດ ໃຫ້ການຍົກເວັ້ນພາສີ-ອາກອນ ທຸກຮູບແບບຂອງການລົງທຶນ ທີ່ຕິດພັນກັບການສົ່ງເສີມການລົງທຶນ ແລະ ການດໍາເນີນທຸລະກິດຕ່າງໆ, ເປັນຜູ້ຈັດຕັ້ງປະຕິບັດ ເພື່ອຮັບປະກັນການຄຸ້ມຄອງງົບປະມານການເງິນແຫ່ງລັດ ແບບລວມສູນ ແລະ ເປັນເອກະພາບໃນຂອງເຂດທົ່ວປະເທດ ທັງເປັນການຮັບປະກັນໃຫ້ການຈັດຕັ້ງປະຕິບັດ ຄໍາສັ່ງວ່າດ້ວຍ ການເພີ່ມທະວີການຄຸ້ມຄອງ ແລະ ຕ້ານຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ຕາມທິດ ສອຈ;
  11. ເລັ່ງວຽກງານການເງິນຢ່າງຮອບດ້ານ ແລະ ແຂງແຮງ ຕາມຍຸດທະສາດທີ່ລັດຖະບານ ໄດ້ຮັບຮອງໃຫ້ມີຄວາມຄືບໜ້າໄວ ແລະ ຮັບປະກັນການເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ລື່ນແຜນໄດ້ຍິ່ງເປັນການດີໃຫ້ສົມຄູ່ກັບທ່າແຮງໄດ້ປຽບ ທີ່ພວກເຮົາມີ. ຕ້ອງສູ້ຊົນຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2024 ໃຫ້ບັນລຸໄດ້ຕາມລະດັບຄາດໝາຍ, ພ້ອມດຽວກັນ ກໍໃຫ້ສຸມໃສ່ສືບຕໍ່ການປັບປຸງກົນໄກ, ການຫັນເປັນທັນສະໄໝ ແລະ ການບັງຄັບໃຊ້ກົດໝາຍ ລວມທັງ ການສະກັດກັ້ນການຮົ່ວໄຫຼງົບປະມານ ເພື່ອສາມາດເພີ່ມລາຍຮັບໃຫ້ສູງຂຶ້ນເປັນກ້າວໆ ທັງມີສ່ວນເຫຼືອແຮໄວ້ຊໍາລະໜີ້ຕາມຍຸດທະສາດ ແລະ ແຜນໄລຍະກາງກໍານົດໄວ້; ຄຸ້ມຄອງ ແລະ ປະຕິບັດລາຍຈ່າຍຢ່າງມີຈຸດສຸມ,​ ມີປະສິດທິຜົນສູງ ແລະ ປະຫຍັດມັດທະຫຍັດ ຕາມດໍາລັດ ສະບັບເລກທີ 205/ລບ, ວັນທີ 22 ກໍລະກົດ 2022 ແລະ ຄໍາສັ່ງ ສະບັບເລກທີ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດຢ່າງຮັດກຸມ ແລະ ເປັນຮູບປະທໍາ;
  12. ເປັນເຈົ້າການປະສານໃນການຈັດຕັ້ງປະຕິບັດຄໍາສັ່ງ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ງົບປະມານ ໂດຍການທົບທວນຄືນບັນດານະໂຍບາຍ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ປະກາດໃຊ້ໃນປັດຈຸບັນ ແລະ ຄົ້ນຄວ້າສ້າງກົດໝາຍ ແລະ ນິຕິກຳໃໝ່; ປະຕິຮູບກົນໄກການຄຸ້ມຄອງລາຍຮັບງົບປະມານຢ່າງແຂງແຮງ ໂດຍການຄຸ້ມຄອງເກັບລາຍຮັບເຂົ້າສູ່ລະບົບທັນສະໄໝໃຫ້ກ້ວາງຂວາງ ແລະ ທົ່ວເຖິງທຸກເປົ້າໝາຍ. ພ້ອມທັງປະສານສົມທົບກັບບັນດາກະຊວງທີ່ກ່ຽວຂ້ອງ ໃນການສ້າງກົນໄກຄຸ້ມຄອງແຫຼ່ງລາຍຮັບໃຫ້ກົມກຽວໃນການຫັນເປັນທັນສະໄໝ ແລະ ວ່ອງໄວ.
  13. ເລັ່ງດ່ວນປະຕິຮູບ ລັດວິສາຫະກິດໃຫ້ສໍາເລັດໂດຍໄວ ແລະ ເປັນຮູບປະທໍາ, ໂດຍການຄົ້ນຄວ້າຫັນກົນໄກປະຕິຮູບ, ຫຼັກການ, ວິທີການ ແລະ ມາດຕະການໄລຍະກາງ ແລະ ຍາວໃນການປັບປຸງລັດວິສາຫະກິດໃຫ້ມີຄວາມເຂັ້ມແຂງ ໄປຄຽງຄູ່ກັບການປະຕິຮູບລັດວິສາຫະກິດ ຍຸດທະສາດຈໍານວນໜຶ່ງທີ່ຂາດທຶນ ແລະ ດຳເນີນທຸລະກິດບໍ່ມີປະສິດທິຜົນດ້ວຍຫຼາຍຮູບແບບ ເປັນຕົ້ນ ການຊອກຄູ່ຮ່ວມທຸລະກິດຍຸດທະສາດເຂົ້າມາດຳເນີນທຸລະກິດແລະປັບປຸງຮູບແບບການບໍລິຫານໃຫ້ໄດ້ມາດຕະຖານສາກົນ;
  14. ຄົ້ນຄວ້າ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານຕາມທິດສາມສ້າງຂອງຂະແໜງແຜນການ-ການລົງທຶນ ແລະ ການເງິນ ລະຫວ່າງ ກະຊວງ ແລະ ທ້ອງຖິ່ນ, ໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ​ ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທໍາດ້ວຍຄວາມເຈົ້າເປັນການສູງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ;
  15. ການສ້າງແຜນງົບປະມານແຫ່ງລັດ ໃນໄລຍະໃໝ່ ເລີ່ມປີ 2025 ແລະ ປີຕໍ່ໆໄປ, ຕ້ອງໃຫ້ສອດຄ່ອງກັບສະພາບເງື່ອນໄຂການຂະຫຍາຍຕົວຂອງເສດຖະກິດ-ສັງຄົມຕົວຈິງ ແລະ ມີວິທະຍາສາດຫຼາຍຂຶ້ນ, ຕ້ອງໄດ້ຄົ້ນຄວ້າ-ວິໄຈສະພາບການ, ຖານລາຍຮັບ-ລາຍຈ່າຍຕົວຈິງ ຕາມທ່າແຮງ, ຈຸດພິເສດຂອງຂະແໜງ ການ ແລະ ທ້ອງຖິ່ນ ວາງວິໄສທັດ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ບັນລຸໄດ້ຕາມແຜນການທີ່ກໍານົດໄວ້ ແລະ ເກີນແຜນໃນແຕ່ລະປີ. ພ້ອມທັງ ແກ້ໄຂບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງທີ່ຜ່ານມາ ແລະ ເສີມຂະຫຍາຍຈຸດດີໃຫ້ມີປະສິດທິຜົນສູງຂຶ້ນໄປເລື້ອຍໆ;
  16. ມອບໃຫ້ຂະແໜງການເງິນ ສົມທົບ ພາກສ່ວນກ່ຽວຂ້ອງສືບຕໍ່ສ້າງຄວາມໝັ້ນທ່ຽງທາງດ້ານເສດຖະກິດ-ການເງິນໃຫ້ໄດ້ໂດຍໄວ, ດ້ວຍການປັບປຸງນະໂຍບາຍ ແລະ ມາດຕະການແກ້ໄຂ ບັນຫາການລົງທຶນ, ການເກັບລາຍຮັບງົບປະມານ, ສະພາບຄ່ອງເງິນຕາຕ່າງປະເທດ, ອັດຕາແລກປ່ຽນ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ແລະ ຜູ້ປະກອບການຕໍ່ກັບສະພາບເສດຖະກິດຂອງປະເທດເຮົາໃຫ້ສູງຂຶ້ນ. ສືບຕໍ່ການຫັນເປັນທັນສະໄໝເຂົ້າໃນການຄຸ້ມຄອງເກັບລາຍຮັບ-ລາຍຈ່າຍຂະແໜງການເງິນ ໃຫ້ສໍາເລັດໂດຍໄວ ແລະ ມີປະສິດທິຜົນສູງກ່ວາເກົ່າ ສ້າງຄວາມສະດວກໃຫ້ແກ່ຜູ້ປະກອບການສາມາດຂະຫຍາຍທຸລະກິດ, ປະຕິບັດພັນທະໃຫ້ລັດ ຢ່າງຄົບຖ້ວນຕາມກົດໝາຍຢ່າງເຂັ້ມງວດ. ຄົ້ນຄວ້າເພີ່ມແຫຼ່ງລາຍຮັບງົບປະມານ ທີ່ເປັນທ່າແຮງ ໂດຍສະເພາະຈາກຂະແໜງການທ່ອງທ່ຽວ ໃນໂອກາດທີ່ລາວເຮົາຕິດອັນດັບປະເທດທີ່ໜ້າທ່ຽວທີ່ສຸດໃນໂລກ ໃຫ້ຖືເອົາໂອກາດດັ່ງກ່າວນີ້ ໂດຍໃຫ້ຂະແໜງການເງິນ ສົມທົບກັບຂະແໜງການກ່ຽວຂ້ອງ ສຸມໃສ່ຕ້ອງຄົ້ນຄວ້ານະໂຍບາຍ, ມາດຕະການ ເພີ່ມລາຍຮັບທີ່ເປັນເງິນຕາ ເຂົ້າງົບປະມານ;

ຕ້ອງເດັດຂາດແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນຂະແໜງແຜນການ ແລະ ການເງິນຢ່າງແທ້ຈິງ, ໃຫ້ມີມາດຕະການເຂັ້ມງວດຕື່ມ, ຫຼາຍພາກສ່ວນໃນສັງຄົມມີສ່ວນຮ່ວມ, ນໍາໃຊ້ເຄື່ອງມືທັນສະໄໝ, ເຄັ່ງຄັດປະຕິບັດວິໄນຕໍ່ຜູ້ລະເມີດກະທຳຜິດ ແລະ ຍ້ອງຍໍຜູ້ມີຜົນງານທັງພະນັກງານ ແລະ ທຸລະກິດ.

ໃນຕອນທ້າຍ ກອງປະຊຸມ, ທ່ານ ລັດຖະມົນຕີ ກະຊວງການເງິນ ໄດ້ຂື້ນຮັບໂອວາດ ໂດຍສະແດງຄວາມຮູ້ບຸນຄຸນຕໍ່ພັກ ແລະລັດຖະບານ ທີ່ມີຄວາມເປັນຮ່ວງເປັນໃຍຕໍ່ ສອງຂະແໜງການ ແລະພ້ອມທັງໃຫ້ຄຳໝັ້ນສັນຍາຈະຮ່ວມກັບທຸກຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ ສຸມທຸກເຮື່ອແຮງສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ IX (2021-2025), ເປັນເອກະພາບປະຕິບັດມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດປະຈຳປີ 2024 ແລະທິດທາງແຜນການການລົງທຶນຂອງລັດ ປະຈຳປີ 2025 ສະບັບເລກທີ 153/ສພຊ, ລົງວັນທີ 12/12/2024, ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດປະຈຳປີ 2023, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະແຜນເງິນຕາ ປະຈຳປີ 2024 ແລະທິດທາງແຜນການ ປະຈຳປີ 2025 ສະບັບເລກທີ 154/ສພຊ, ລົງວັນທີ 12/12/2024 ໃຫ້ໄດ້ຮັບຜົນດີ.