ວັນທີ 7 ຕຸລາ 2022, ທີ່ກະຊວງແຜນການ ແລະ ການລົງທຶນ ທ່ານ ພອນສານ ວິໄລເມັ້ງ ຄະນະປະຈຳພັກ ຮອງປະທານສະຫະພັນກຳມະບານລາວ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ການເຄຶ່ອນໄຫວຂອງສະຫະພັນກຳມະບານ ກະຊວງແຜນການ ແລະ ການລົງທຶນ ໂດຍໃຫ້ກຽດຕ້ອນຮັບໃນຄັ້ງນີ້ ໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຜູ້ຊີ້ນຳວຽກ 3 ອົງການຈັດຕັ້ງມະຫາຊົນ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພຶ່ອປຶກສາຫາລື ແລກປ່ຽນບົດຮຽນທາງດ້ານວິຊາການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກຳມະບານຢູ່ໃນຂົງເຂດກະຊວງແຜນການ ແລະ ການລົງທຶນ ໃຫ້ກຽດເປັນປະທານໂດຍ ທ່ານ ພອນສານ ວິໄລເມັ້ງ ຄະນະປະຈຳພັກ ຮອງປະທານສະຫະພັນກຳມະບານລາວ ໂດຍການເຂົ້າຮ່ວມຂອງ ທ່ານ ຟອງສະມຸດ ຄຳວານວົງສາ ຄະນະບໍລິຫານງານພັກກະຊວງ, ປະທານສະຫະພັນກຳມະບານ ກະຊວງແຜນການ ແລະ ການລົງທຶນ, ຮອງປະທານສະຫະພັນກໍາມະບານ , ຫົວໜ້າກົມ, ຮອງກົມ, ຮອງຫົວໜ້າຫ້ອງການ, ຫົວໜ້າໜ່ວຍກໍາມະບານ ອ້ອມຂ້າງກະຊວງແຜນການ ແລະ ການລົງທຶນກໍ່ໄດ້ເຂົ້າຮ່ວມ ໃນກອງປະຊຸມດັ່ງກ່າວ ທ່ານ ຟອງສະມຸດ ຄຳວານວົງສາ ຄະນະບໍລິຫານງານພັກກະຊວງ, ປະທານສະຫະພັນກຳມະບານ ກະຊວງແຜນການ ແລະ ການລົງທຶນ ລາຍງານສະຫລຸບເຄື່ອນໄຫວ ນໍາພາຊີ້ນຳ ຂອງ ຂອງຄະນະບໍລິຫານງານສະຫະພັນກຳມະບານກະຊວງແຜນການ ແລະ ການລົງທຶນ ໄລຍະ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍ ປີ 2022 ແລະ ບັນດາຈຸດດີ, ຈຸດອ່ອນ, ບົດຮຽນທີຖອດຖອນໄດ້ໃນໄລຍະຜ່ານມາ ໃນໂອກາດທີ່ ທ່ານ ພອນສານ ວິໄລເມັ້ງ ຄະນະປະຈໍາພັກ, ຮອງປະທານສູນກາງກຳມະບານລາວ ແລະ ຄະນະລົງມາຊຸກຍູ້ການເຄື່ອນໄຫວວຽກງານ ຂອງສະພະພັນກຳມະບານກະຊວງແຜນການ ແລະ ການລົງທຶນ ຈາກນັ້ນຜູ້ເຂົ້າຮ່ວມກໍ່ໄດ້ ແລກປ່ຽນບົດຮຽນທາງດ້ານວິຊາການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກຳມະບານຢູ່ໃນຂົງເຂດກະຊວງແຜນການ ແລະ ການລົງທຶນ ໃນດ້ານດີ ແລະ ຂໍ້ຄົງຄ້າງ ເພຶ່ອປັບປຸແກ້ໄຂພັດທະນາວຽກງານໃຫ້ສຳເລັດຍິ່ງໆຂຶ້ນ, ໃນຕອນທ້າຍຂອງກອງປະຊຸມ ທ່ານ ພອນສານ ວິໄລເມັ້ງ ຄະນະປະຈໍາພັກ, ຮອງປະທານສູນກາງກຳມະບານລາວ ໄດ້ໃຫ້ກຽດໂອ້ລົມໃຫ້ການຊີ້ນຳຕໍ່ສະຫະພັນກຳມະບານກະຊວງແຜນການ ແລະ ການລົງທຶນ.