ສະຖາບັນຄົ້ນຄວ້າວິໄຈການພັດທະນາ
ສູນຄົ້ນຄວ້ານະໂຍບາຍການພັດທະນາ ທີ່ມີຊື່ຫຍໍ້ເປັນພາສາລາວວ່າ “ສຄພ” ແລະ ຂຽນເປັນພາສາອັງກິດວ່າ Center for Development Policy Research ໂດຍມີຊື່ຫຍໍ້ວ່າ “DRI” ມີານະທຽບເທົ່າກັບກົມໜຶ່ງສັງກັດໃນໂຄງປະກອບກົງຈັກການຈັດຕັ້ງຂອງກະຊວງ ແຜນການ ແລະ ການລົງທຶນ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງ ໃນການຄົ້ນຄ້ວາ, ສ້າງຍຸດທະສາດ, ແຜນແມ່ບົດ, ນະໂຍບາຍ ແລະມາດຕະການກ່ຽວກັບການພັດທະນາເສດຖະກິດ-ສັງຄົມລະດັບຊາດ ແລະທ້ອງຖີ່ນ, ດໍາເນີນການຄົ້ນຄວ້າ-ວິໄຈຫົວຂໍ້ຕ່າງໆ ທີ່ຕິດພັນກັບສະພາບການພັດທະນາເສດຖະກິດ-ສັງຄົມຕ່າງໆ ໃນແຕ່ລະໄລຍະ ເພື່ອສະໜອງຂໍ້ມູນ ແລະ ໃຫ້ຄຳສະເໜີ/ມີຄຳເຫັນ ດ້ານນະໂຍບາຍໃຫ້ແກ່ກະຊວງ ແຜນການ ແລະ ການລົງທຶນ ເພື່ອພິຈາລະນານໍາສະເໜີຕໍ່ລັດຖະບານ.
ໂຄງຮ່າງການຈັດຕັ້ງ
ໂຄງຮ່າງການຈັດຕັ້ງສູນຄົ້ນຄວ້ານະໂຍບາຍການພັດທະນາ ກະຊວງແຜນການ ແລະ ການລົງທຶນ
- ພະແນກ ຄົ້ນຄວ້າສັງລວມ ແລະຂໍ້ມູນຂ່າວສານ
- ພະແນກ ຄົ້ນຄວ້ານະໂຍບາຍເສດຖະກິດ
- ພະແນກ ຄົ້ນຄວ້ານະໂຍບາຍສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກ
- ພະແນກ ຄົ້ນຄວ້ານະໂຍບາຍພັດທະນາເຂດແຄ້ວນ ແລະສິ່ງແວດລ້ອມ

ຂໍ້ມູນຕິດຕໍ່
ເບີໂທ: 021 254826
ເບີແຟັກ: 021 254827