ສູນສະຖິຕິແຫ່ງຊາດ
ສູນສະຖິຕິແຫ່ງຊາກ ຂຽນຫຍໍ້ “ສຖຕ” ຂຽນເປັນພາສາຕ່າງປະເທດLao Statistics Bureau “LSB” ມີຖານະທຽບເທົ່າກັບທະບວງ ຂື້ນກັບກະຊວງແຜນການ ແລະການລົງທຶນ, ມີພາລະບົດບາດ ເປັນສູນກາງປະສານງານ ດ້ານວຽກງານສະຖິຕິ ໃນລະບົບສະຖິຕິແຫ່ງຊາດ (ສາຍຕັ້ງແລະ ສາຍຂວາງ) ແຕ່ສູນກາງຮອດທ້ອງຖິ່ນ, ເປັນສູນກາງໃນການຈັດຕັ້ງປະຕິບັດການເກັບກຳ, ການຜະລິດ, ການສະໜອງຂໍ້ມູນສະຖິຕິທາງການແລະການສ້າງຖານຂໍ້ມູນສະຖິຕິ ຕາມຫລັກການວິທະຍາສາດສະຖິຕິຂອງ ສປປ ລາວ ແລະ ຕາມຫຼັກພື້ນຖານ ກ່ຽວກັບວຽກງານສະຖິຕິທີ່ກຳນົດໄວ້ ໃນມາດຕາ 5 ຂອງກົດໝາຍວ່າດ້ວຍສະຖິຕິ (ສະບັບປັບປຸງ)ປີ 2017.
ໂຄງຮ່າງການຈັດຕັ້ງ
ໂຄງຮ່າງການຈັດຕັ້ງຂອງ ສູນສະຖິຕິແຫ່ງຊາດ ປະກອບມີ 4 ຄື:
- ຫ້ອງການ;
- ກົມສະຖິຕິເສດຖະກິດ;
- ກົມສະຖິຕິສັງຄົມ;
- ກົມບໍລິການສະຖິຕິ;

ຂໍ້ມູນຕິດຕໍ່