ຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ
ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ມີຊື່ເຕັມວ່າ: “ຫ້ອງການຄະນະກຳມະການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ລາວ-ຈີນ”, ຂຽນເປັນໂຕອັກສອນຫຍໍ້ພາສາລາວແມ່ນ: “ຫຄລຈ” ແລະ ຂຽນເປັນພາສາອັງກິດວ່າ: Lao-China Cooperation Committee Office, ຂຽນຕົວອັກສອນຫຍໍ້ພາສາອັງກິດວ່າ: “LCCCO” ແມ່ນໂຄງປະກອບກົງຈັກການຈັດຕັ້ງໜຶ່ງ ຂອງກະຊວງແຜນການ ແລະການລົງທຶນ, ມີຖານະທຽບເທົ່າກົມ, ມີພາລະບົດບາດເປັນເສນາທິການ ໃຫ້ຄະນະກໍາມະການຮ່ວມມື ລາວ-ຈີນ ແລະກະຊວງແຜນການ ແລະການລົງທຶນ ໃນການຄົ້ນຄ້ວາ, ປະສານງານ, ຕິດຕາມ ແລະຊຸກຍູ້ການຈັດຕັ້ງປະຕິບັດວຽກງານຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ເຕັກນິກ ລະຫວ່າງ ສປປ ລາວ ແລະ ສປປ ຈີນ
ໂຄງຮ່າງການຈັດຕັ້ງ
ໂຄງຮ່າງການຈັດຕັ້ງຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ກະຊວງແຜນການ ແລະ ການລົງທຶນ
- ພະແນກ ຄົ້ນຄວ້າ ແລະສັງລວມ
- ພະແນກ ຮ່ວມມືຍຸດທະສາດ
- ພະແນກ ຮ່ວມມືເສດຖະກິດ
- ພະແນກ ຮ່ວມມືວັດທະນາທຳ-ສັງຄົມ

ຂໍ້ມູນຕິດຕໍ່
ເບີໂທ: 021 216563
ເບີແຟັກ: 021 216563