ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງ ດ້ວຍກົດໝາຍ ໄລຍະ 2

by | Feb 1, 2023 | ການເຄື່ອນໄຫວ, ຂ່າວເດັ່ນ | 0 comments

ໃນວັນທີ 20 ມັງກອນ 2023, ທີ່ກະຊວງແຜນການ ແລະ ແຜນການລົງທຶນ, ໄດ້ເປີດແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໄລຍະ 2 ຂື້ນ, ເຊິ່ງແຜນງານເຊກາ ໄລຍະ 2 ໄດ້ເລີ່ມຈັດຕັ້ງປະຕິບັດ ໃນເດືອນ ພະຈິກ 2022 ໂດຍເປັນການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ສາມຄູ່ຮ່ວມພັດທະນາຄື: ສະຫະພາບເອີຣົບ, ສະວິດເຊີແລນ ແລະ ເຢຍລະມັນ ຂອງທີມເອີຣົບຈຸດປະສົງຂອງແຜນງານ ແມ່ນເພື່ອສົ່ງເສີມການພົວພັນລະຫວ່າງພາກລັດ ແລະ ປະຊາຊົນ ເພື່ອຮັບປະກັນການພັດທະນາປະເທດແບບກວມລວມ ແລະ ບໍ່ປະຖີ້ມຜູ້ໃດໄວ້ທາງຫຼັງ. ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ ແລະ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ກັບການຮ່ວມມືກັບສະຫະພາບເອີຣົບ, ເຢຍລະມັນ ແລະ ສະວິດ, ພ້ອມທັງສະແດງຄວາມຂອບໃຈຕໍ່ການສະໜອງທຶນຈຳນວນ 9 ລ້ານເອີໂຣ ເພື່ອ​ບັນລຸ​ເປົ້າ​ໝາຍ​ຂອງ​ໂຄງການພາຍໃນ 36 ​ເດືອນ. ທ່ານ ນາງ ພອນວັນ ອຸທະວົງ ໄດ້ເນັ້ນວ່າ ແຜນງານເຊກາ ໄດ້ນຳສະເໜີຍຸກ   ໃໝ່ຂອງການຮ່ວມມືລະຫວ່າງລາວ-ເອີຣົບໂດຍນຳເອົາຫຼາກຫຼາຍຄູ່ຮ່ວມງານຝ່າຍລາວ ແລະ ເອີຣົບມາຮວມກັນໃນແຜນງານດຽວ. ໃນທັດສະນະຂອງທ່ານ ສີ່ງນີ້ຈະຊ່ວຍເພີ່ມທະວີປະສິດທິພາບ ແລະ ປະສິດທິຜົນຂອງການຮ່ວມມື. ທ່ານ ນິສິດ ແກ້ວບັນຍາ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ເນັ້ນໜັກເຖີງຄວາມສຳຄັນຂອງແຜນງານເຊກາສຳລັບຂະແໜງການປົກຄອງທີ່ດີ. ແຜນງານເຊກາ 2 ໄດ້ປະກອບສ່ວນເຂົ້າໃນຈຸດປະສົງສະເພາະຂອງທີມເອີຣົບ ໃນການສົ່ງເສີມການປົກຄອງທີ່ດີ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ສິດທິມະນຸດໃນ ສປປ ລາວ, ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9.

ທ່າານ Mr Jean-François Cuénod ຜູ້ອຳນວຍການພາກພື້ນ, ອົງການຮ່ວມມືເພື່ອການພັດທະນາ ປະເທດສະວິດ ຕາງ ໜ້າໃຫ້ແກ່ທີມເອີຣົບສາມຄູ່ຮ່ວມພັດທະນາ ແຜນງານເຊກາ ໄລຍະ 2 ໄດ້ເນັ້ນ ກ່ຽວກັບການອອກແບບຮ່ວມກັນກັບຄູ່ຮ່ວມງານຝ່າຍລາວເພື່ອລົງເລິກດ້ານຄຸນນະພາບຈາກໝາກຜົນທີ່ນ່າປະທັບຂອງໄລຍະຜ່ານມາ. ແຜນງານຈະຂະຫຍາຍການຈັດຕັ້ງປະຕິບັດລົງສູ່ຂັ້ນທ້ອງ ຖິ່ນຕາມຂອບກົດໝາຍ ແລະ ນະໂຍບາຍທີ່ໄດ້ສ້າງຂື້ນ. ສໍາລັບແຜນງານເຊກາ ໄລຍະ 2 ຈະມີສາມສະຖາບັນຂອງລາວໃນຂັ້ນສູນກາງ ແລະ ສອງແຂວງຄູ່ຮ່ວມງານຄື: ແຂວງຫຼວງພະບາງ ແລະ ແຂວງຄຳມ່ວນ ລວມທັງອົງການຈັດຕັ້ງທາງສັງຄົມເຂົ້າມາມີສ່ວນຮ່ວມໃນການສົ່ງເສີມການສົນທະນາ ລະຫວ່າງ ສະຖາບັນຂອງລັດ ແລະ ອົງການຈັດຕັ້ງທາງສັງຄົມ, ຂະບວນການຕັດສິນບັນຫາທີ່ແນໃສ່ປະຊາຊົນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ການເຂົ້າເຖີງຄວາມຍຸຕິທຳຂອງປະຊາຊົນ. ທ່ານ Cuénod ໄດ້ກ່າວເພີ່ມເຕີມວ່າແຜນງານເຊກາສະທ້ອນໃຫ້ເຫັນເຖີງຈິດໃຈຂອງທີມເອີຣົບໃນການເຮັດວຽກຮ່ວມກັບຄູ່ຮ່ວມຝ່າຍລາວໃຫ້ດີຂື້ນໂດຍປະກອບສ່ວນສົມທົບຂອງເອີຣົບ.

ທ່ານ ນາງ Annette Knobloch ເອກອັກຄະລັດຖະທູດເຢຍລະມັນ ປະຈໍາ ສປປ ລາວ ແລະ ທ່ານ Mr. Niall Leonard ອຸປະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ ໄດ້ສະແດງຄວາມມຸ່ງໝັ້ນທີ່ຈະສືບຕໍ່ການຮ່ວມມືໃນທີມເອີຣົບ. ແຜນງານເຊກາ ໄລຍະ2 ໄດ້ຮັບການຕົກລົງເຫັນດີ ລະຫວ່າງ ກະຊວງແຜນການ ແລະ ການລົງທືນ ແລະ ສະຫະພາບເອີ    ຣົບ, ເຢຍລະມັນ ແລະ ສະວິດ. ສັນຍາຈັດຕັ້ງປະຕິບັດຂອງແຜນງານ ແມ່ນໄດ້ຮັບການເຫັນດີ ລະຫວ່າງ ກະຊວງພາຍໃນ ໃນນາມກອງເລຂາຂອງແຜນງານເຊກາ ແລະ ອົງການຈີໄອແຊັດ

ພ້ອມດຽວກັນນີ້, ກໍ່ໄດ້ເຊັນສັນຍາ ໂຄງການສ້າງຄວາມເຂັ້ມແຂງດ້ານວິຊາການ ແລະ ລະບຽບການ  ດ້ານຄວາມປອດໄພຂອງເຂື່ອນ ຢູ່ ສປປ ລາວ (DSTIA) ລະຫວ່າງ ກະຊວງແຜນການ ແລະ ການລົງທຶນ ແລະ ອົງການຮ່ວມມື ແລະ ພັດທະນາ ຂອງສະວິດສ (SDC). ຈຸດປະສົງຂອງໂຄງການຊ່ວຍເຫຼືອດ້ານວິຊາການສໍາລັບຄວາມປອດໄພຂອງເຂື່ອນ ແລະ ການຊ່ວຍເຫຼືອຂັ້ນສະຖາບັນ (DSTIA) ແມ່ນເພື່ອຊ່ວຍລັດຖະບານແຫ່ງ ສປປ ລາວ ສາມາດເພີ່ມລະດັບຄວາມປອດໄພໃຫ້ໂຄງລ່າງພື້ນຖານເຂື່ອນໄຟຟ້ານໍ້າຕົກໂດຍອີງໃສ່ບັນດາມາດຕະຖານທີ່ໄດ້ກໍານົດໃນກົດໝາຍວ່າດ້ວຍ ຄວາມປອດໄພຂອງເຂື່ອນ ສະບັບ ໃໝ່ໃນປີ 2022. ສິ່ງນີ້ ໄດ້ປະກອບສ່ວນເຂົ້າໃນການປົກປ້ອງປະຊາຊົນ, ຊັບສິນ ແລະ ສິ່ງແວດລ້ອມຈາກຜົນກະທົບທີ່ເປັນອັນຕະລາຍຍ້ອນການດໍາເນີນງານທີ່ບໍ່ມີປະສິດທິພາບ ຫຼື ຄວາມລົ້ມເຫຼວໃນການບໍລິຫານຈັດການເຂື່ອນ ແລະ ອ່າງເກັບນໍ້າຕ່າງໆ. ໂຄງການສ້າງຄວາມເຂັ້ມແຂງດ້ານວິຊາການ ແລະ ລະບຽບການ  ດ້ານຄວາມປອດໄພຂອງເຂື່ອນ ຢູ່ ສປປ ລາວ (DSTIA) ຈະຊ່ວຍໃຫ້ຄໍາແນະນໍາເພື່ອຂັ້ນຕອນການຕັດສິນໃຈຂອງລັດຖະບານ ທີ່ຕິດພັນກັບກອບນິຕິກໍາ, ການກໍານົດບັນດາມາດຕະຖານຄວາມປອດໄພຂອງເຂື່ອນ, ແລະ ສ້າງຄວາມເຂັ້ມແຂງຍົກລະດັບຂີດຄວາມສາມາດຂອງບັນດາເຈົ້າໜ້າທີ່ລາວໃນການຮັບປະກັນວ່າ ບັນດາມາດຕະຖານດ້ານຄວາມປອດໄພຂອງເຂື່ອນໄດ້ຮັບການພິຈາລະນາຢ່າງຮອບດ້ານເຂົ້າໃນການກໍ່ສ້າງ, ການດໍາເນີນງານ ແລະ ການບໍາລຸງຮັກສາເຂື່ອນ.