ໃນວັນທີ 5 ກໍລະກົດ 2024 ທີ່ກະຊວງແຜນການ ແລະ ການລົງທຶນ, ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທ່ານ ນາງ ອັນເນັດ ຄະໂນບອຼັກ ເອກອັກຄະລັດຖະທູດສະຫະພັນເຢຍລະມັນ ປະຈຳ ສປປ ລາວ, ເນື່ອງຈາກສຳເລັດໜ້າທີ່ທີການທູດ ຢູ່ ສປປ ລາວ.



