ກຜທ ຝຶກອົບຮົມການນຳໃຊ້ລະບົບສື່ສານພາກລັດ (G-Chat) ໃຫ້ແກ່ພະນັກງານຂັ້ນກົມ

Oct 15, 2020 | ການເຄື່ອນໄຫວ

ໃນວັນທີ 9 ຕຸລາ 2020 ທີ່ຜ່ານມາ, ໄດ້ມີການຈັດຝຶກອົບຮົມການນຳໃຊ້ລະບົບສື່ສານພາກລັດ (G-Chat) ສໍາລັບພະນັກງານຂັ້ນຫົວໜ້າກົມ ໂດຍການເປັນປະທານຂອງ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ແລະ ມີບັນດາທ່ານຫົວໜ້າກົມ ຂອງບັນດາກົມກອງ ຢູ່ພາຍໃນ ກຜທ ເຂົ້າຮ່ວມ. ການເຝິກອົບຮົມໃນຄັ້ງນີ້ແມ່ນ ບັນຍາຍໂດຍນັກວິທະຍາກອນຈາກ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ.

ໂປແກມ ການສື່ສານພາກລັດ (G-Chat) ຖືກພັດທະນາຂຶ້ນເພື່ອຮັບໃຊ້ໃຫ້ແກ່ ການຕິດຕໍ່ສື່ສານພາຍໃນຂອງພາກລັດ ເພື່ອໃຫ້ການສື່ສານທາງການຂອງ ພະນັກງານລັດ ຢູ່ໃນບັນດາ ກະຊວງ, ອົງການ ກໍຄື ການຈັດຕັ້ງຂັ້ນທ້ອງຖິ່ນ ມີຄວາມສະດວກ, ສາມາດຕອບສະໜອງການເຮັດວຽກໃນຍຸກດິຈິຕອນໄດ້ເປັນຢ່າງດີ ແລະ ສິ່ງສໍາຄັນແມ່ນສາມາດຮັກສາຂໍ້ມູນໃນລະບົບຢູ່ພາຍໃນປະເທດ ເຮັດໃຫ້ຂໍ້ມູນທີ່ມີການແລກປ່ຽນກັນນັ້ນ ມີຄວາມປອດໄພ ແລະ ປ້ອງກັນຄວາມລັບໃນການສົນທະນາບໍ່ໃຫ້ຮົ່ວໄຫຼອອກໄປນອກ. ກະຊວງ ແຜນການ ແລະ ການລົງທຶນ ເປັນກະຊວງໜຶ່ງທີ່ໄດ້ຮັບບູລິມະສິດ ໃນການເລີ່ມທົດລອງ ນຳໃຊ້ ລະບົບການສື່ສານຂອງພາກລັດ G-Chat ໂດຍເບື້ອງຕົ້ນແມ່ນ ທົດລອງນຳໃຊ້ ຢູ່ຫ້ອງການກະຊວງ ຜທ ເລີ່ມແຕ່ ແຕ່ທ້າຍເດືອນກຸມພາ ເປັນຕົ້ນມາ. G-Chat ເປີດໂຕນໍາໃຊ້ຢ່າງເປັນທາງການໃນເດືອນກໍລະກົດ 2020 ແລະ ປັດຈຸບັນໄດ້ສໍາເລັດການລົງທະບຽນໃຫ້ແກ່ ພະນັກງານຂັ້ນ ຄະນະນຳກະຊວງ ແລະ ຂັ້ນຫົວໜ້າກົມ ຢູ່ພາຍໃນ ກຜທ, ຫຼັງຈາກນັ້ນກໍຈະເປີດນໍາໃຊ້ໃຫ້ພະນັກງານທ່ານອື່ນໆໃນໄວໆນີ້ ເພື່ອເປັນການກ້າວໄປສູ່ການ ຫັນເປັນທັນສະໄໝຂອງຂະແໜງ ແຜນການ ແລະ ການລົງທຶນ ເທື່ອລະກ້າວ.