ກອງປະຊຸມຄະນະສະເພາະກິດດ້ານເສດຖະກິດ ເພື່ອຫຼຸດຜ່ອນຜົນກະທົບການລະບາດ ຂອງພະຍາດ ໂຄວິດ-19

May 4, 2021 | ການເຄື່ອນໄຫວ

ໃນຕອນເຊົ້າຂອງວັນທີ 28 ເມສາ 2021 ທີ່ກະຊວງແຜນການ ແລະ ການລົງທຶນ ຈັດກອງປະຊຸມທາງໄກ (ອອນລາຍ) ຂຶ້ນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ, ຫົວໜ້າຄະນະສະເພາະກິດ ເຊິ່ງມີບັນດາທ່ານໃນຄະນະສະເພາະກິດດັ່ງກ່າວ ແລະ ຄະນະຈາກກະຊວງກ່ຽວຂ້ອງ ແລະ ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມ 40 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທົບທວນຄືນບາງມາດຕະການ ແລະ ນະໂຍບາຍແກ້ໄຂຜົນກະທົບການລະບາດພະຍາດໂຄວິດ-19 ໃນ ສປປ ລາວ ຜ່ານມາ ແລະ ປຶກສາຫາລືວຽກງານຈຸດສຸມ ໃນການແກ້ໄຂແກ້ໄຂຜົນກະທົບໃນໄລຍະມີການລະບາດໃນຮອບທີ 2 ເຊິ່ງກອງປະຊຸມໄດ້ປຶກສາຫາລືບັນຫາທີ່ສຳຄັນຕ່າງໆ ຄື: (1) ວຽກງານນະໂຍບາຍດ້ານການເງິນ: ລົງເລິກຄົ້ນຄວ້າຕື່ມ ກ່ຽວກັບນະໂຍບາຍຜ່ອນຜັນພາສີ-ອາກອນ ແລະ ເລື່ອນໄລຍະການຊໍາລະພາສີ-ອາກອນ, ຄ່າທຳນຽມ ແລະ ອື່ນໆ ເພື່ອຫຼຸດຜ່ອນພາລະດ້ານການໃຊ້ຈ່າຍທຸລະກິດ ແລະ ຄົວເຮືອນ; (2) ດ້ານນະໂຍບາຍສິນເຊື່ອ: ໄດ້ມີການກວດກາຕື່ມ ບັນດາຫົວໜ່ວຍທຸລະກິດທີ່ສືບຕໍ່ໄດ້ຮັບຜົນກະທົບຈາກການລະບາດ ແລະ ຊອກຫາວິທີທາງຊ່ວຍດ້ານສິນເຊື່ອເພີ່ມຕື່ມໃນຫຼາຍຮູບແບບ. ພ້ອມນັ້ນ, ປຶກສາຫາລືວຽກງານສະໜອງສິນເຊື່ອໃນໂຄງການຟື້ນຟູເສດຖະກິດ ແລະ ໂຄງການສົ່ງເສີມ SME; (3) ດ້ານນະໂຍບາຍແຮງງານ: ໄດ້ປະເມີນຄືນຄວາມອາດສາມາດຂອງກອງທຶນປະກັນສັງຄົມ ແລະ ຄົ້ນຄວ້າວິທີການຊ່ວຍອຸດໜູນສຳລັບຜູ້ທີ່ໄດ້ຮັບຜົນກະທົບຢູ່ໃນລະບົບປະກັນສັງຄົມ. ພ້ອມນັ້ນ, ຈະເກັບກໍາຂໍ້ມູນດ້ານແຮງງານທີ່ໄດ້ຮັບຜົນກະທົບທີ່ຢູ່ນອກລະບົບໃນທົ່ວປະເທດ, ສ້າງແຜນຊ່ວຍເຫຼືອແບບປະຊາສົງເຄາະຕາມເງື່ອນໄຂຕົວຈິງ. ນອກນັ້ນ, ໄດ້ຄົ້ນຄວ້າວິທີການຈັດສັນແຮງງານທີ່ວ່າງງານເຂົ້າສູ່ລະບົບການຈ້າງງານ; (4) ດ້ານການຄຸ້ມຄອງການຜະລິດ, ລາຄາສິນຄ້າ, ຈະລາຈອນ ແລະ ຂົນສົ່ງສິນຄ້າ: ໄດ້ປຶກສາຫາລື ກ່ຽວກັບສະພາບການຕິດຕາມ-ກວດກາການສະໜອງສິນຄ້າ ແລະ ລາຄາສິນຄ້າໃນທົ່ວປະເທດ. ນອກຈາກນັ້ນ, ປຶກສາຫາລືວຽກງານການອໍານວຍຄວາມສະດວກແກ້ໄຂອຸປະສັກຂອງການຈະລາຈອນ ແລະ ຂົນສົ່ງສິນຄ້າບໍ່ໃຫ້ອັ່ງອໍ ລະຫວ່າງແຂວງຫາແຂວງ, ພາຍໃນແຂວງຫາດ່ານສາກົນ ແລະ ແກ້ໄຂບັນຫາຄ່າບໍລິການຂົນສົ່ງທີ່ສູງຂຶ້ນ; (5) ນະໂຍບາຍດ້ານສັງຄົມ ແລະ ປະຊາຊົນ: ສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າຕື່ມ ວ່າມີນະໂຍບາຍຊ່ວຍສັງຄົມ ແລະ ປະຊາຊົນຕໍ່ກັບລາຄາໄຟຟ້າ, ນໍ້າປະປາ, ຄ່າໂທລະສັບ, ອິນເຕີເນັດ, ບໍລິການຂີ້ເຫຍື່ອ ແລະ ອື່ນໆ ຄືແນວໃດ?

ໃນຕອນທ້າຍ ທ່ານປະທານກອງປະຊຸມ ໄດ້ເນັ້ນໜັກໃຫ້ຂະແໜງການທີ່ກ່ຽວຂ້ອງລົງເລິກຄົ້ນຄວ້າລະອຽດນະໂຍບາຍ ແລະ ມາດຕະການແກ້ໄຂໃນຫຼາຍດ້ານ ແລະ ເປັນເຈົ້າການຊຸກຍູ້ການຜັນຂະຫຍາຍໃຫ້ເປັນຮູບປະທໍາ ເພື່ອ ເປັນການຫຼຸດຜ່ອນຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຕໍ່ກັບເສດຖະກິດຂອງປະເທດເຮົາ.