ກອງປະຊຸມຊຸກຍູ້ແນະນໍາ ການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນການລົງທຶນຂອງລັດ ປະຈໍາປີ 2023

Jul 18, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

 

ໃນຕອນເຊົ້າຂອງວັນທີ 14 ກໍລະກົດ 2022 ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງ ປະຊຸມຊຸກຍູ້ແນະນໍາການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເເຜນການລົງທຶນຂອງລັດ ປະຈໍາປີ 2023, ໂດຍການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ມີບັນດາທ່ານຮອງລັດຖະມົນຕີ, ຮອງຫົວຫນ້າອົງການ, ຫົວຫນ້າກົມ, ຮອງຫົວຫນ້າກົມຂອງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເຜີຍແຜ່ ແລະ ຜັນຂະຫຍາຍຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 09/ນຍ ວ່າດ້ວຍການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2023 ແລະ ສະເຫນີຮ່າງຄໍາແນະນໍາຂອງກະຊວງແຜນການ ແລະ ການລົງທຶນ ກ່ຽວກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ ປະຈໍາປີ 2023 ໃຫ້ເປັນອັນລະອຽດ ເພື່ອເປັນບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນລັດ ປະຈໍາປີ 2023 ແລະ ການ ປະຕິບັດ 2 ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການແກ້ ໄຂບັນຫາຢາເສບຕິດດໍາເນີນຢ່າງຖືກທິດ, ເພື່ອຮັບປະກັນທິດທາງ, ຄາດຫມາຍ ແລະ ວຽກງານຈຸດສຸມ ຂອງລັດຖະບານໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຫມາກຜົນ ເຊິ່ງປີ 2023 ຍັງສືບຕໍ່ເລັ່ງໃສ່ການຄຸ້ມ ຄອງເສດຖະກິດມະຫາພາກໃຫ້ມີຄວາມຫມັ້ນທ່ຽງ, ການຍູ້ແຮງໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວໃຫ້ ໄປຕາມທິດທີ່ມີຄຸນນະພາບ, ສີຂຽວ ແລະ ຍືນຍົງ, ຊຸກຍູ້ການຜະລິດພາຍໃນຮັບໃຊ້ສັງຄົມໃຫ້ພຽງພໍ ແນໃສ່ການຄ້ໍາປະກັນສະບຽງອາຫານ ແລະ ຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ, ນໍາໃຊ້ທ່າແຮງບົ່ມ ຊ້ອນໃຫ້ກາຍ ເປັນທ່າແຮງການພັດທະນາຢ່າງແທ້ຈິງ. ຄຽງຄູ່ກັບການພັດທະນາດ້ານເສດຖະກິດກໍຍັງ ຕ້ອງໄດ້ສຸມໃສ່ການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ສ້າງແຮງງານ ທີ່ຕອບສະຫນອງ ໄດ້ຄວາມຕ້ອງການຂອງການພັດທະນາ ໂດຍຕິດພັນກັບການລະດົມທຶນເຂົ້າໃສ່ການພັດທະນາ ແລະ ການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການໃຫ້ມີປະສິດທິພາບ. ນອກຈາກນັ້ນ ກໍຍັງໄດ້ຮັບຟັງການລາຍ ງານໂດຍຫຍໍ້ກ່ຽວສະພາບການພັດທະນາຂອງບັນດາຂະແຫນງການຕິດພັນກັບການປະຕິບັດ 2 ວາລະ ແຫ່ງຊາດ ແລະ ການພັດທະນາບໍລິເວນ-ເຂດແຄວ້ນ. ພ້ອມກັນນັ້ນ ກອງປະຊຸມຍັງໄດ້ລົງເລິກແນະນໍາ ແລະ ປຶກສາຫາລືດ້ານວິຊາການສະເພາະ, ພ້ອມທັງແລກປ່ຽນຄໍາຄິດເຫັນ ໂດຍສະເພາະແມ່ນບັນດາຈຸດ ອ່ອນ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການ ລົງທຶນ ໃນປີຜ່ານມາ ພ້ອມທັງປຶກສາຫາລື ທິດທາງໃນການປັບປຸງແກ້ໄຂ ໃຫ້ໄປຕາມທິດທາງຄາດ ຫມາຍ, ວຽກງານຈຸດສຸມຂອງລັດຖະບານ ກໍຄືຂອງບັນດາກະຊວງ-ອົງການ ໂດຍສະເພາະແມ່ນວຽກງານ ຈຸດສຸມໃນ 6 ເດືອນທ້າຍປີ 2022 ພ້ອມທັງຮັບປະກັນໃຫ້ມີຜົນສໍາເລັດ,ມີປະສິດທິພາບ ແລະ ປະສິດທິຜົນສູງ.