ກອງປະຊຸມປຶກສາຫາລືລະດັບສູງກ່ຽວກັບການປັບປຸງຮ່າງຍຸດທະສາດການເງິນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025)

Sep 19, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 16 ກັນຍາ 2022, ທີ່ກະຊວງ​ແຜນການ ​ແລະ ການ​ລົງທຶນ ຮ່ວມກັບ ຫ້ອງການປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມ ປຶກສາຫາລືລະດັບສູງກ່ຽວກັບການປັບປຸງຮ່າງຍຸດທະສາດການເງິນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ໂດຍການເປັນປະທານຮ່ວມຂອງ ທ່ານ​ ນາງ ພອນວັນ ອຸທະວົງ ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ແລະ ທ່ານ ນາງ ຊາລາ ເຊເກເນັດ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ແລະ  ຂະແໜງການກ່ຽວຂ້ອງຈາກພາກລັດ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

ຈຸດປະສົງກອງປະຊຸມແມ່ນເພື່ອປຶກສາຫາລືກ່ຽວກັບການກໍານົດນະໂຍບາຍ ແລະ ມາດຕະການຈັດຕັ້ງປະຕິບັດຍຸດທະສາດການເງິນ ໃຫ້ມີຄວາມສອດຄ່ອງແນໃສ່ຮັບປະກັນ ການສະໜອງທຶນແບບຍືນຍົງ ເພື່ອສະໜັບສະໜຸນການບັນລຸບູລິມະສິດ ແຜນການ 5 ປີ ຄັ້ງ ທີ IX ດ້ວຍການແລກປ່ຽນ ຄໍາຄິດຄໍາເຫັນກ່ຽວກັບ​ຮ່າງ​ຍຸດ​ທະ​ສາດ​ການ​ເງິນ​ທີ່​ໄດ້ສ້າງຂຶ້ນບົນ​ຫຼັກການສາກົນ ຄື ຂອບ​ການ​ເງິນ​ແຫ່ງ​ຊາດ​ແບບ​ເຊື່ອມ​ສານ (INFF) ທີ່​ໄດ້ຖືກຮັບການຮັບຮອງໂດຍບັນດາປະເທດສະມາຊິກໃນກອງປະຊຸມອາດິສອາບາບາ – ອົງການສະຫະປະຊາຊາດ ເພື່ອສະໜອງທຶນການພັດທະນາ ໃນປີ 2015. ​ ຫຼັກການດັ່ງກ່າວແມ່ນອີງໃສ່ການຄົ້ນຄວ້າບັນດາ​ແຫຼ່ງ​ທຶນຂອງການພັດທະນາທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ໃນ ສປປ ລາວ, ​ໂດຍ​ສຸມໃສ່ການແກ້ໄຂສິ່ງທ້າທາຍດ້ານງົບປະມານ ຄຽງຄູ່ກັບການປັບປຸງລະບຽບການຄຸ້ມຄອງການລົງທຶນໃຫ້ມີຄຸນນະພາບ ແລະ ຍືນຍົງ. ຮ່າງຍຸດ ທະສາດການເງິນດັ່ງກ່າວ ແມ່ນໝາກຜົນການມີສ່ວນຮ່ວມຢ່າງກວ້າງຂວາງຂອງ ພາກສ່ວນທີ່ກ່ຽວຂ້ອງ ດ້ວຍການຈັດກອງປະຊຸມປຶກສາຫາລື ແລະ ສໍາມະນາຫຼາຍທັງລະດັບ ວິຊາການ ແລະ ລະດັບສູງຫຼາຍຄັ້ງພໍສົມຄວນໃນໄລຍະເວລາເກືອບສອງປີຜ່ານມາ. ຮ່າງ​ຍຸດ​ທະ​ສາດ​ດ້ານ​ການ​ເງິນສະບັບນີ້​ໄດ້​ນໍາໄປຜ່ານ​ການ​ທົບ​ທວນ​ຢ່າງ​ລະອຽດ​ໃນ​ກອງ​ປະຊຸມປຶກສາຫາລືລະດັບວິຊາການກັບຂະແໜງການທີ່ກ່ຽວຂ້ອງ ​ໃນ​ຕົ້ນ​ເດືອນ​ກັນຍາທີ່ຜ່ານມາ ໂດຍສະເພາະໄດ້ປຶກສາຫາລືກ່ຽວກັບນະໂຍບາຍ 54 ​ຂໍ້ ​ແລະ ມາດຕະການ​ຈັດຕັ້ງປະຕິບັດ ຄຽງຄູ່ກັບການກໍານົດຄວາມ​ຮັບຜິດຊອບ​ເພື່ອໃຫ້ສາມາດຈັດຕັ້ງ​ປະຕິບັດ​ໄດ້ຢ່າງ​ວ່ອງ​ໄວ ​ແລະ ຄ່ອງແຄ້ວ ​ແນໃສ່ໃຫ້ສາມາດເລີ່ມຕົ້ນຈັດຕັ້ງປະຕິບັດໃນ​ເດືອນ​ມັງກອນ​ປີ 2023 ຫາ​ທ້າຍ​ປີ 2025.

ທ່ານ ນາງ ພອນວັນ ອຸທະວົງ ໄດ້ເນັ້ນວ່າ ພາລະກິດຂອງຍຸດທະສາດການເງິນດັ່ງກ່າວທີ່ໄດ້ອີງໃສ່ການປຶກສາຫາລືຢ່າງເລິກເຊິ່ງ ແລະ ຮອບດ້ານກັບບັນດາພາກສ່ວນທີ່ກ່ຽວ ຂ້ອງ ແມ່ນແນໃສ່ເພື່ອຮັບປະກັນປະສິດທິຜົນຂອງການສະໜອງທຶນເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາແຫ່ງຊາດ ດ້ວຍການຈັດຕັ້ງປະຕິບັດມາດ ຕະການທີ່ຈະຊ່ວຍເພີ່ມປະລິມານແຫຼ່ງທຶນເພື່ອການພັດທະນາ ແລະ ປັບປຸງການຈັດສັນແຫຼ່ງທຶນທີ່ມີຢ່າງຈໍາກັດໃຫ້ສອດຄ່ອງກັບແຜນການ 5 ປີ ຄັ້ງທີ IX.

ທ່ານ ນາງ ຊາລາ ເຊເກເນັດ ເຫັນດີເປັນເອກະພາບກ່ຽວກັບ ຄວາມຈຳເປັນໃນການກໍານົດແນວທາງທີ່ຊັດເຈນ ເພື່ອຫຼຸດຜ່ອນຜົນກະທົບຈາກສິ່ງທ້າທາຍດ້ານການເງິນທີ່ ສປປ ລາວ ກໍາລັງປະເຊີນ ເຊິ່ງມີຄວາມສໍາຄັນໃນການຈັດລໍາດັບຄວາມສໍາຄັນທາງດ້ານນະໂຍບາຍ ແລະ ຄວາມເປັນເອກະພາບດ້ານການ ເງິນເພື່ອກໍານົດເປົ້າໝາຍຢ່າງມີ ຈຸດສຸມ ແລະ ຮັບປະກັນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງໄດ້​.

ພ້ອມນີ້, ກອງປະຊຸມຄັ້ງນີ້ຍັງໄດ້ປຶກສາຫາລືກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມປຶກສາຫາລະດັບສູງ ທີ່ຄາດວ່າຈະຈັດຂຶ້ນໃນທ້າຍເດືອນກັນຍາ 2022 ເພື່ອຮັບຮອງ ເອົາຍຸດທະສາດການເງິນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ສະບັບສຸດທ້າຍ. ກ່ອນທີ່ ຈະນໍາສະເໜີລັດຖະບານເພື່ອຮັບຮອງໃນທ້າຍປີນີ້ ເພື່ອເປັນອີກເຄື່ອງມືໜຶ່ງຂອງແຜນພັດທະນາແຫ່ງຊາດ ແລະ ເປັນແນວທາງສະໜັບສະໜູນການຈັດຕັ້ງປະຕິບັດໃນ ໄລຍະທີ່ຍັງເຫຼືອຂອງແຜນການ 5 ປີ ຄັ້ງທີ IX.