ກອງປະຊຸມປຶກສາຫາລືລະດັບສູງ ຂອງໜ່ວຍງານເສດຖະກິດມະຫາພາກລະຫວ່າງ ຝ່າຍລາວ ແລະ ຄູ່ຮ່ວມພັດທະນາ ຄັ້ງທີ II

Oct 21, 2022 | Uncategorized @lo-la, ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 21 ຕຸລາ 2022 ທີ່ ກະຊວງແຜນການ ແລະ ການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ໄດ້ຮ່ວມກັບ ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ຈັດກອງປະຊຸມປຶກສາຫາລືລະດັບສູງ ຂອງໜ່ວຍງານເສດຖະກິດມະຫາພາກ ລະຫວ່າງ ຝ່າຍລາວ ແລະ ຄູ່ຮ່ວມ ພັດທະນາ ຄັ້ງທີ II  ໂດຍການເປັນປະທານໂດຍ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ອາເລັກຊານເດີ ເຄຼເມີ, ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ແລະ ທ່ານ ນາງ ໂຊໂນມິ ຕະນະກະ, ຫົວໜ້າຫ້ອງການ ທະນາຄານພັດທະນາອາຊີ ປະຈໍາ ສປປ ລາວ ແລະ ມີແຂກຖືກເຊີນຈາກພາກລັດ ແລະ ຄູ່ຮ່ວມພັດທະນາ ທັງໝົດປະມານ 80 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບສະພາບ ແລະ ສິ່ງທ້າທາຍດ້ານເສດຖະກິດຂອງ ສປປ ລາວ ໃນທ່າມກາງ ຄວາມຫຍຸ້ງຍາກ ແລະ ຜັນຜວນທັງພາກພື້ນ ແລະ ສາກົນ. ທັງນີ້ກໍ່ໄດ້ຄົ້ນຄວ້າ ແລະ ທົບທວນຄືນບັນດາມາດຕະການເພື່ອກໍານົດ ແລະ ປັບ ປຸງນະໂຍບາຍໃຫ້ມີຄວາມເໝາະສົມ, ຫັນໃສ່ສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ພ້ອມທັງເຮັດໃຫ້ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ໄດ້ຮັບໝາກຜົນສູງສຸດ ແລະ ສາມາດບັນລຸໄດ້ບັນດາ ຄາດໝາຍທີ່ ວາງ ໄວ້.

ໃນກອງປະຊຸມໃນຄັ້ງນີ້ ໄດ້ລາຍງານກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 9 ເດືອນ, ວຽກຈຸດ ສຸມ 3 ເດືອນທ້າຍປີ 2022 ແລະ ທິດທາງແຜນການ ປີ 2023 ແລະ ຮັບຟັງຍຸດທະສາດການເງິນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025, ນອກຈາກນີ້, ຍັງໄດ້ຮັບຟັງ ທະນາຄານໂລກ ລາຍງານກ່ຽວກັບ: ແຜນວຽກງານປະຕິຮູບເພື່ອສະໜັບສະໜູນການຈັດຕັ້ງປະຕິບັດວາລະແຫ່ງຊາດ  ເຊິ່ງເອກະສານດັ່ງກ່າວ ທະນາຄານໂລກ ແລະ ທະນາຄານ ພັດທະນາອາຊີໄດ້ຮ່ວມກັນຄົ້ນຄວ້າ ເພື່ອຊ່ວຍລັດຖະບານ ສປປ ລາວ ໃນການສ້າງເຄື່ອງມືການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວາ ລະແຫ່ງຊາດ ວ່າດ້ວຍການເເກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ໄດ້ຮັບໝາກຜົນສູງສຸດ.

ພ້ອມດຽວກັນນີ້, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຍັງໄດ້ສະເເດງຄວາມຊົມເຊີຍ ແລະ ຮຽກຮ້ອງໃຫ້ໜ່ວຍງານເສດຖະກິດມະຫາພາກ (Macroeconomic Sector Working Group) ສືບຕໍ່ປະສານສົມທົບ ແລະ ເຮັດວຽກຮ່ວມ ກັນຢ່າງໃກ້ຊິດກັນຂຶ້ນຕື່ມອີກ ໂດຍສະເພາະຮຽກຮ້ອງໃຫ້ຄູ່ຮ່ວມພັດທະນາຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນທັງດ້ານງົບປະ ມານ ແລະ ວິຊາການ ເພື່ອສ້າງເງື່ອນໄຂ ແລະ ປັດໄຈອັນເຂັ້ມແຂງ ໃນການບັນລຸເປົ້າໝາຍແຫ່ງການພັດທະນາຕ່າງໆ ໂດຍສະເພາະການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນເເຕ່ລະໄລຍະໃຫ້ໄດ້ຮັບໝາກຜົນສູງສຸດ, ຮັບປະກັນໄດ້ຄວາມສະຖຽນລະພາບ ທາງດ້ານເສດຖະກິດ ແລະ ມີການພັດທະນາທີ່ມີຄຸນນະພາບ ແລະ ຍືນຍົງ.