ກອງປະຊຸມປຶກສາຫາລືລະດັບສູງ ກ່ຽວກັບການກຳນົດຂອບວຽກຟື້ນຟູເສດຖະກິດ ຢູ່ ສປປ ລາວ

Nov 7, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 26 ຕຸລາ 2022, ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມປຶກສາຫາລືລະດັບສູງ ກ່ຽວກັບການກຳນົດຂອບວຽກຟື້ນຟູເສດຖະກິດ ໄລຍະສັ້ນ-ກາງ ຢູ່ ສປປ ລາວ ແນໃສ່ເພື່ອສັງລວມຄຳຄິດເຫັນຈາກບັນດາຜູ້ຕາງໜ້າຂະແໜງການຕ່າງໆເປັນຫຼັກ ເພື່ອປັບປຸງຮ່າງບົດລາຍງານດັ່ງກ່າວໃຫ້ສົມບູນ ແລະ ມີເນື້ອໃນຄົບຖ້ວນ.

ກອງປະຊຸມດັ່ງກ່າວດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ຊາລາ ເຊັກເກງເນສ ຫົວໜ້າຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ ໂດຍການເຂົ້າຮ່ວມບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມຈາກຂະແໜງການທີ່ກ່ຽວຂ້ອງ, ບັນດາທ່ານຄູ່ຮ່ວມພັດທະນາ, ສະຖາບັນການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ໂອກາດນີ້, ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ກ່າວວ່າ: ການຮ່ວມປຶກສາຫາລືຂອບວຽກຟື້ນຟູເສດຖະກິດໃນມື້ນີ້ ຖືເປັນຂະບວນການສືບຕໍ່ຈາກທີ່ໄດ້ຮ່ວມກັນປຶກສາຫາລືໃນກອງປະຊຸມເປີດກວ້າງ ຄັ້ງວັນທີ 14 ກັນຍາ 2022 ຜ່ານມາທີ່ໄດ້ຮັບການເຂົ້າຮ່ວມປະກອບຄໍາເຫັນຈາກບັນດາຂະແໜງການ, ຄູ່ຮ່ວມພັດທະນາແລະທຸກພາກສ່ວນຢ່າງມີຄວາມຮັບຜິດຊອບ ແລະມີເນື້ອໃນທີ່ແທດເໝາະກັບສະພາບຕົວຈິງໃນການສຸມໃສ່ບັນຫາ, ສິ່ງທ້າທາຍ ແລະ ມາດຕະການແກ້ໄຂຕ່າງໆ.

ການປຶກສາຫາລືກັນໃນຄັ້ງນີ້ ຖືເປັນການຢັ້ງຢືນເຖິງຄວາມຮັບຜິດຊອບຮ່ວມກັນໃນການກຳນົດບັນດາວຽກຈຸດສຸມທີ່ເລັ່ງດ່ວນ ແລະມາທົບທວນຄືນວ່າບັນຫາຫຼືສິ່ງທ້າທາຍຕ່າງໆທີ່ໄດ້ປຶກສາຫາລືກັນຜ່ານມາໄດ້ຖືກສອດແຊກ-ບັນຈຸເຂົ້າໃນເອກະສານດັ່ງກ່າວ ເພື່ອໃຫ້ມີຄວາມສົມບູນຂຶ້ນ ແລະໄປຕາມບູລິມະສິດ ເຊິ່ງເອກະສານນີ້ຈະໄດ້ນຳໄປຜ່ານໃນກອງປະຊຸມໂຕະມົນທີ່ຄາດວ່າຈະຈັດຂຶ້ນໃນທ້າຍເດືອນພະຈິກນີ້.

ກອງປະຊຸມຄັ້ງນີ້ ມີບົດບາດສຳຄັນຍິ່ງໃນການກຳນົດຮ່ວມກັນເຖິງໜ້າທີ່, ຄວາມຮັບຜິດຊອບໃນແຕ່ລະໜ້າວຽກຈຸດສຸມທີ່ໄດ້ກຳນົດຂຶ້ນ,​ ທັງນີ້ກໍເພື່ອເປັນການນຳພາປະເທດເຮົາໃຫ້ຄ່ອຍໆຫຼຸດຜ່ອນອອກຈາກວິກິດການທີ່ກຳລັງຜະເຊີນຢູ່ ເພາະອັນນີ້ຈະເປັນໂອກາດໃຫ້ທັງພາກລັດຖະບານ, ພາກເອກະຊົນ ແລະ ຄູ່ຮ່ວມພັດທະນາທັງຫຼາຍ ຮ່ວມກັນກຳນົດມາດຕະການແກ້ໄຂ ແລະ ສ້າງກົນໄກໃນການຈັດຕັ້ງປະຕິບັດແຜນວຽກຕ່າງໆໃຫ້ສຳເລັດຜົນ.

ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຈົ່ງພ້ອມກັນປະກອບຄຳເຫັນໃສ່ຮ່າງເອກະສານດັ່ງກ່າວ ໂດຍລົງເລິກໃນ 3 ປະເດັນໃຫຍ່ໆຄື: ການກຳນົດຄວາມຮັບຜິດຊອບໃນແຕ່ລະໜ້າວຽກຈຸດສຸມເພື່ອໄປຕິດຕາມ ແລະ ຈັດຕັ້ງປະຕິບັດ, ການສ້າງລະບົບການຕິດຕາມ ແລະ ການປະເມີນຢ່າງມີປະສິດທິຜົນ ແລະ ຄຳເຫັນເພີ່ມເຕີມໃນການປັບປຸງຮ່າງຂອບວຽກຟື້ນຟູເສດຖະກິດດັ່ງກ່າວ.

ເອກະສານນີ້ ມີຄວາມໝາຍສຳຄັນທີ່ສຸດ ກໍເພື່ອໃຫ້ສາມາດບັນລຸໄດ້ຕາມເປົ້າໝາຍຂອງລັດຖະບານໃນການສ້າງຄວາມພ້ອມໃຫ້ ສປປ ລາວ ສາມາດຜ່ານຜ່າວິກິດການທາງການເງິນໃຫ້ມີຄວາມໂລ່ງລ່ຽໜ ແລະ ເຫັນໄດ້ແຫຼ່ງທຶນທີ່ຈະມາຈັດຕັ້ງປະຕິບັດ ກໍຄືການຈັດຕັ້ງປະຕິບັດວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການນຳພາປະເທດອອກຈາກສະຖານະພາບດ້ອຍພັດທະນາຢ່າງໂລ່ງລ່ຽນ ແລະ ການກະກຽມໃສ່ການປະເມີນກາງສະໄໝແຜນການ 5 ປີ ຄັ້ງທີ 9 ແລະ ການກະກຽມໃຫ້ແກ່ແຜນການ 5 ປີ ຄັ້ງທີ 10.

ໂອກາດດຽວກັນ,​ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ໂດຍຕາງໜ້າໃຫ້ກະຊວງແຜນການ ແລະ ການລົງທຶນ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງມາຍັງບັນດາຂະແໜງການ, ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ,​ ບັນດາຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ມາຕະຫຼອດ.