ກອງປະຊຸມປຶກສາຫາລືວ່າດ້ວຍການຊຸກຍູ້ວຽກງານແກ້ໄຂດ້ານເສດຖະກິດ 6 ຕຸລາ 2020

Oct 7, 2020 | ການເຄື່ອນໄຫວ

ໃນຕອນເຊົ້າຂອງວັນທີ 6 ຕຸລາ 2020, ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ ປຶກສາຫາລືວ່າດ້ວຍການຊຸກຍູ້ການປະຕິບັດຄໍາເຫັນຂອງຊ່ຽວຊານຂັ້ນສູງ ສປ ຈີນ ກ່ຽວກັບສະພາບເສດຖະກິດຂອງລາວ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ແລະ ໃຫ້ກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ສອນໄຊ ສິດພະໄຊ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ,  ບັນດາຮອງລັດຖະມົນຕີ ແລະ ບັນດາທ່ານ ທີ່ຢູ່ໃນຄະນະຜັນຂະຫຍາຍຄຳແນະນຳຂອງຊ່ຽວຊານຂັ້ນສູງ ຂອງ ສປ ຈີນ. ກອງປະຊຸມໃນຄັ້ງນີ້ແມ່ນໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າຕ່າງໆ ທີ່ໄດ້ກະກຽມຜ່ານມາ, ພ້ອມທັງກຳນົດວຽກຈຸດສຸມບູລິມະສິດທີ່ ໜ່ວຍງານເສດຖະກິດມະຫາພາກ, ໜ່ວຍງານງົບປະມານ-ການເງິນ ແລະ ໜ່ວຍງານການເງິນ-ເງິນຕາ ຈະໄດ້ລົງເລິກເຮັດຮ່ວມກັບຂະແໜງການກ່ຽວຂ້ອງຂອງລາວ ແລະ ຮ່ວມກັບຝ່າຍຈີນ.