ກອງປະຊຸມປຶກສາຫາລື ວຽກງານການຮ່ວມມືແລກປ່ຽນ ລະຫວ່າງ ຄະນະກຳມະການຮ່ວມມື ລາວ-ຈີນ ສປປ ລາວ ແລະ ແຂວງກວາງຊີ ສປ ຈີນ ປະຈຳປີ 2022

Jun 16, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນ ວັນທີ 14 ມິຖຸນາ 2022, ທີ່ ກະຊວງແຜນການ ແລະການລົງທຶນ, “ກອງປະຊຸມປຶກສາຫາລື ວຽກງານການຮ່ວມມືແລກປ່ຽນ ລະຫວ່າງ ຄະນະກຳມະການຮ່ວມມື ລາວ-ຈີນ ສປປ ລາວ ແລະ ແຂວງກວາງຊີ ສປ ຈີນ”  ໄດ້ໄຂຂຶ້ນຢ່າງເປັນທາງການໃນຮູບແບບທາງໄກ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄຊຊະນະ ສິດທິພອນ ຮອງປະທານ ຜູ້ປະຈໍາການ ຄະນະກໍາມະການຮ່ວມມືລາວຈີນ ແລະ ທ່ານ Shi Donglong ຫົວໜ້າຫ້ອງການພົວພັນຕ່າງປະເທດ ເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ ສປ ຈີນ,  ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ.

 

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນທົບທວນຄືນໝາກຜົນການຮ່ວມມື ລະຫວ່າງ ບັນດາຂະແໜງການ ຂອງ ສປປ ລາວ ກັບ ແຂວງກວາງຊີ ສປ ຈີນ ໃນໄລຍະຜ່ານມາ ແລະ ລົງເລິກປຶກສາຫາລື ແລກປ່ຽນຄຳຄິດເຫັນ  ຕໍ່ກັບການຮ່ວມມື ໃນຂົງເຂດຂະແໜງການຕ່າງໆທີ່ກ່ຽວຂ້ອງໃນຕໍ່ໜ້າ ເຊັ່ນ: ເສດຖະກິດການຄ້າ, ການລົງທຶນ, ການເຊື່ອມໂຍງເຊື່ອມຈອດ, ການທ່ອງທ່ຽວ, ວັດທະນະທຳ, ການສຶກສາ, ການແກ້ໄຂຄວາມທຸກຍາກ, ກະສິກຳ ແລະ ອື່ນໆ.

 

ທ່ານ ໄຊຊະນະ ສິດທິພອນ ຮອງປະທານ ຜູ້ປະຈໍາການ ຄະນະກໍາມະການຮ່ວມມືລາວຈີນ ໄດ້ກ່າວວ່າ: ປະຈຸບັນ, ພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ ທົ່ວປະເທດລາວ ພວມສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ ຢ່າງຕັ້ງໜ້າ, ໂດຍສົມທົບກັບການປະຕິບັດແນວທາງການຕ່າງປະເທດຂອງລາວ ຕໍ່ກັບ ປະເທດເພື່ອນມິດຍຸດທະສາດ, ກໍ່ຄື ສປ ຈີນ ທີ່ເປັນປະເທດຄູ່ຮ່ວມຊາຕາກໍາ, ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສໍາຄັນເປັນຢ່າງສູງ ໃນການເສີມຂະຫຍາຍສາຍພົວພັນການຮ່ວມມືຢ່າງຮອບດ້ານ ກັບ ສປ ຈີນ, ໂດຍສະເພາະແມ່ນການລົງເລິກຮ່ວມມືກັບບັນດາແຂວງຕ່າງໆ ຂອງປະເທດຈີນ. ໃນນີ້ ແຂວງກວາງຊີ ກໍ່ແມ່ນແຂວງໜຶ່ງ ທີ່ມີການພົວພັນຮ່ວມມື ກັບ ປະເທດລາວ ໂດຍສະເພາະແມ່ນໃຫ້ການຊ່ວຍເຫຼືອກໍ່ສ້າງບຸກຄະລາກອນ ໃຫ້ໄດ້ສຶກສາຮໍ່າຮຽນ ແລະ ຖືເປັນແຂວງໜຶ່ງທີ່ສໍາຄັນ ໃນການປະຕິບັດນະໂຍບາຍເປີດປະຕູສູ່ພາຍນອກ ຂອງ ສປ ຈີນ, ເຊິ່ງໄດ້ເປັນປະຕູສູ່ການຮ່ວມມື ກັບ ບັນດາປະເທດອາຊຽນ, ໂດຍແຕ່ລະປີ ແຂວງກວາງຊີ ຈະສະໜອງສະຖານທີ່ເພື່ອໃຫ້ບັນດາປະເທດອາຊຽນ ເປັນເຈົ້າພາບຮ່ວມຈັດງານວາງສະແດງສິນຄ້າຈີນອາຊຽນ ເຊິ່ງກໍ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ສະເພາະການຮ່ວມມື ກັບ ສປປ ລາວ ໃນປະຈຸບັນກໍ່ມີໝາກຜົນຕົວຈິງຮ່ວມກັນຫຼາຍດ້ານ ທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງລາວເຮົາ. ສະນັ້ນ, ພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຍັງບໍ່ທັນສິ້ນສຸດຄືໃນປະຈຸບັນ, ແຕ່ດ້ວຍຄວາມເອົາໃຈໃສ່ຂອງການນໍາສອງປະເທດ, ເວົ້າສະເພາະ ການນໍາຂອງ ກວາງຊີ ທີ່ໄດ້ຕັດສິນໃຈສືບຕໍ່ຊຸກຍູ້ສາຍພົວພັນອັນເປັນມູນເຊື້ອທີ່ມີມາແຕ່ດົນນານ, ກໍ່ຄື ສາຍພົວພັນຮ່ວມມືສອງຝ່າຍ ໃນໄລຍະໃຫມ່ທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວນັ້ນ, ເຫັນວ່າມີຄວາມຈໍາເປັນທີ່ພວກເຮົາ ຈະຕ້ອງພ້ອມກັນຄົ້ນຄວ້າ ປຶກສາຫາລືຊຸກຍູ້ ສ້າງກົນໄກປະສານງານສອງຝ່າຍຂຶ້ນ ແນ່ໃສ່ສ້າງພື້ນຖານອັນຫນັກແຫນ້ນ ໃຫ້ແກ່ການສືບຕໍ່ພົວພັນຮ່ວມມືປຶກສາຫາລື ແລະ ຊຸກຍູ້ການຮ່ວມມືຕົວຈິງໃນຂົງເຂດຕ່າງໆຂອງສອງຝ່າຍ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ໄດ້ຮັບຜົນສໍາເລັດນັບມື້ນັບຫລາຍຂຶ້ນ.