ກອງປະຊຸມພົບປະ ລະຫວ່າງ ກະຊວງແຜນການ ແລະ ການລົງທຶນ ຂອງ ສປປ ລາວ ແລະ ກະຊວງແຜນການ ແລະ ຄະນະສະເພາະກິດ ຂອງແຂວງກວາງຈິ ສສ ຫວຽດນາມ

Sep 9, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນ​​ວັນທີ 4 ກັນຍາ  2022 ທີ່​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ ​ໄດ້ເປີດກອງປະຊຸມພົບປະ ລະຫວ່າງ ກະຊວງ ແຜນການ ແລະ ການລົງທຶນ ຂອງ ສປປ ລາວ ແລະ ກະຊວງແຜນການ ແລະ ຄະນະສະເພາະກິດ ຂອງແຂວງກວາງຈິ ສສ ຫວຽດນາມ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມຊຸກຍ້ການຮ່ວມມືລົງທຶນ, ການຄ້າ, ການ ທ່ອງທ່ຽວ, ກະສິກຳ ລະຫວ່າງ ບັນດາແຂວງທ້ອງຖິ່ນຂອງຫວຽດນາມ ກັບບັນດາແຂວງພາກໃຕ້ຂອງລາວ ຢູ່ແຂວງຈຳປາສັກ ເຊິ່ງກອງປະຊຸມໃນຄັ້ງນີ້ໄດ້ ຮັບກຽດເປັນ ປະທານ ໂດຍ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າຈາກຄະນະສະເພາະກິດ ສສ ຫວຽດນາມ ໂດຍ ສະຫານ ຫງວຽນ ດັ້ງກວາງ ຮອງເລຂາຄະນະປະຈຳພັກ, ປະທານຄະນະກຳມະການປະຊາຊົນແຂວງ  ມີບັນດາທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າສະຖາບັນ ແລະ ວິຊາການ ຂອງສອງປະເທດ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເພຶ່ອປຶກສາຫາລືກ່ຽວກັບເຂດເສດຖະກິດການຄ້າຊາຍແດນ ສະຫວັນ-ລາວບາວ ແລະ ແຜນໂຄງການສ້າງເຂດເສດຖະກິດລາໄລ ແລະ ໄດ້ຮັບຟັງການລາຍງານສະພາບລວມໂດຍຫຍໍ້ຈາກ ທ່ານ ລັດຖະມົນຕີ  ກະຊວງ ແຜນການ ແລະ ການລົງທຶນ ເຊິ່ງຍົກໃຫ້ເຫັນຄື: ສໍາລັບວຽກງານການພັດທະນາ ເຂດ ເສດຖະກິດພິເສດ ຢູ່ ສປປ ລາວ ໄດ້ລິເລີ່ມມາແຕ່ປີ 2003 ໂດຍລັດຖະບານ ໄດ້ສ້າງຕັ້ງເຂດສະຫວັນ-ເຊໂນ ຢູ່ແຂວງສະຫວັນນະເຂດ ຂຶ້ນເປັນ ຂສພ ແຫ່ງທຳອິດ ໂດຍ ດຳເນີນການໄປຄຽງຄູ່ກັບການສົ່ງເສີມການລົງທຶນໃນກິດຈະການທົ່ວໄປ ເພື່ອສ້າງຄວາມຫຼາກຫຼາຍດ້ານການລົງທຶນ. ມາຮອດປັດຈຸບັນ ສປປ ລາວ ມີ ຂສພ ທີ່ໄດ້ຮັບ ການອະນຸມັດສ້າງຕັ້ງໃນຂອບເຂດທົ່ວປະເທດທັງໝົດ ຈຳນວນ 22 ແຫ່ງ ທີ່ຕັ້ງຢູ່ 8 ແຂວງຄື: ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງຫຼວງພະບາງ, ນະຄອນ ຫຼວງ ວຽງຈັນ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງຈຳປາສັກ ແລະ ແຂວງລ້າສຸດແມ່ນ ແຂວງອຸດົມໄຊ ທີ່ເປັນການລົງທຶນຈາກກຸ່ມບໍລິສັດ ອຳມະຕະ ຈາກປະເທດໄທ. ໃນນີ້ປະກອບມີ ເຂດອຸດສາຫະກຳ, ທ່ອງທ່ຽວ, ການຄ້າ-ການບໍລິການ, ເຂດຂົນສົ່ງ (Logistic) ຊຶ່ງມາເຖິງປະຈຸບັນ ຂສພ ພວກເຮົາສາມາດດຶງດູດການລົງທຶນໄດ້ 1.000 ກວ່າວິສາຫະກິດ