ກອງປະຊຸມພົບປະ ລະຫວ່າງ ການນຳ ກະຊວງ ແຜນການ ແລະ ການລົງທຶນ ຂອງ ລາວ ແລະ ຫວຽດນາມ ແລະ ນັກທຸລະກິດຂອງສອງປະເທດ.

Mar 28, 2022 | ການເຄື່ອນໄຫວ

ໃນຕອນເຊົ້າຂອງວັນທີ 21 ມີນາ 2022, ທີ່ໂຮງແຮມເມືອງແທ່ງ ນະຄອນຫລວງວຽງຈັນ ໄດ້ເປີດກອງປະຊຸມພົບປະ ລະຫວ່າງ ການນຳ ກະຊວງແຜນການ ແລະ ການລົງທຶນ ຂອງ ລາວ-ຫວຽດນາມ ແລະ ນັກທຸລະກິດຂອງສອງປະເທດ, ຕາງໜ້າໃຫ້ຄະນະຜູ້ແທນຝ່າຍລາວ ໂດຍ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ຝ່າຍຫວຽດນາມ ໂດຍ ທ່ານ ຫງວຽນ ຈີ້ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ, ມີບັນດາທ່ານ ຮອງລັດຖະມົນຕີ, ວິສາຫະກິດສອງປະເທດ ແລະ ວິຊາການ ຂອງສອງປະເທດ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອດຶງດູດນັກລົງທຶນ ເອກະຊົນພາຍໃນ ແລະ ຕ່າງປະເທດ ຂອງສອງປະເທດ ແລະ ແມ່ນໜຶ່ງໃນບັນດາກິດຈະກໍາທີ່ເປັນໝາກຜົນຈາກ ການຮ່ວມ ມືຂອງສອງພັກ-ສອງ ລັດ ລາວ-ຫວຽດນາມ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ພ້ອມທັງເປັນການ ປະກອບສ່ວນອັນສໍາຄັນ ໃນການສ້າງບັນຍາກາດ ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ໃນປີ 2022, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນ  ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45.

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຂອງ ລາວ ໄດ້ແລກປ່ຽນກ່ຽວກັບທິດທາງ ແລະ ນະໂຍບາຍ ຂອງ ສປປ ລາວ ໃນການສົ່ງເສີມການລົງທຶນໃນໄລຍະປະຈຸບັນເຊັ່ນ:

ລັດຖະບານໄດ້ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ແນ່ໃສ່ການພັດທະນາເສດຖະກິດ-ສັງຄົມ ຕາມທ່າແຮງທີ່ມີຢ່າງເຕັມສ່ວນ ເພື່ອເຮັດໃຫ້ ປະເທດຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາຢ່າງໜັກແໜ້ນດ້ວຍການເຕີບໂຕທີ່ມີຄຸນນະພາບຕາມທິດສົມດຸນ ແລະ ສີຂຽວ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030.

ໃນປີ 2021 ລັດຖະບານລາວ ໄດ້ກໍານົດເອົາການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງີນ ເຂົ້າເປັນວາລະແຫ່ງຊາດ (2021-2023) ຊຶ່ງມີ 4 ຄາດໝາຍຄື:

ເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດ, ການຄຸ້ມຄອງມະຫາພາກໃຫ້ມີສະ ຖຽນລະພາບ, ຄ່ອງຕົວ, ພ້ອມທັງຫຼຸດຜ່ອນຄວາມບອບບາງທາງດ້ານເສດຖະກິດ.

ຮອດປີ 2023 ສາມາດແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານງົບປະມານລັດ ໄດ້ໂດຍພື້ນ ຖານ ແລະ ເລີ່ມເຂົ້າສູ່ການສ້າງຄວາມເຂັ້ມແຂງ.

ສູ້ຊົນຫຼຸດຜ່ອນແກ້ໄຂພັນທະໜີ້ສິນພາຍໃນ ແລະ ຕ່າງປະເທດ ໃຫ້ຫຼຸດລົງເທື່ອລະກ່າວ

ສ້າງຄວາມເຂັ້ມແຂງໃຫ້ລະບົບສະຖາບັນການເງີນ ແລະ ສົ່ງເສີມການເຂົ້າເຖິງ ການບໍລິ ການດ້ານການເງີນໃຫ້ມີປະສິດທິຜົນສູງຂຶ້້ນ.

ເພຶ່ອປະຕິບັດ ນະໂຍບາຍການຫັນຈາກສະຖານະພາບ ປະເທດບໍ່ມີຊາຍແດນ ຕິດກັບທະເລ ໃຫ້ກາຍເປັນປະເທດ ເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ, ສປປ ລາວໄດ້ເປີດນໍາໃຊ້ເສັ້ນທາງດ່ວນ, ທາງລົດໄຟ ຄວາມໄວສູງ ແຕ່ນະຄອນຫຼວງວຽງຈັນ ຫາບໍ່ເຕັນ-ບໍ່ຫານແຂວງຢຸນນານ ສປ.ຈີນ ພ້ອມທັງອະນຸມັດໃຫ້ມີການສຶກສາເສັ້ນທາງດ່ວນ ຫລາຍເສັ້ນທາງເພື່ອຂະຫຍາຍການເຊຶ່ອມຈອດ ກັບ ສສ ຫວຽດນາມເຊັ່ນ:

ໂຄງການກໍ່ສ້າງທາງດ່ວນແລວໃໝ່ ຂະໜານທາງເລກທີ 12 ແຕ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ເມືອງທ່າແຂກ, ແຂວງຄຳມ່ວນ ຫາ ດ່ານຊາຍແດນລາວ-ຫວຽດນາມ ນາເພົ້າ-ຈໍຫຼໍ.

ໂຄງການກໍ່ສ້າງທາງດ່ວນແລວທາງຕັດໃໝ່ ແຕ່ເມືອງປາກຊັນ ຫາຊາຍແດນລາວຫວຽດນາມ ເມືອງໄຊຈຳພອນ, ແຂວງບໍລິຄໍາໄຊ.

ໂຄງການກໍ່ສ້າງທາງດ່ວນ ແລວທາງຕັດໃໝ່ ແຕ່ນະຄອນຫຼວງວຽງຈັນ ຫາ ໄຊສົມບູນ ຫາ ຊຽງຂວາງ ຫາ ຫົວພັນ ຫາ ຊາຍແດນລາວ-ຫວຽດນາມ (ດ່ານສາກົນ ນໍ້າໂສຍ)

ໂຄງການພັດທະນາເສັ້ນທາງລົດໄຟ ຈາກຕົວເມືອງທ່າແຂກ, ແຂວງຄໍາມ່ວນ ຫາ ຊາຍແດນ ລາວ-ຫວຽດນາມ, ຄວາມຍາວ 139,18 ກິໂລແມັດ.

ໃນໄລຍະ 2 ປີຜ່ານມາ ລັດຖະບານໄດ້ຕັ້ງໜ້າເອົາໃຈໃສ່ວຽກງານປັບປຸງ ສະພາບແວດລ້ອມ ການດໍາເນີນທຸລະກິດໂດຍແນ່ໃສ່ແກ້ໄຂບັນຫາສິ່ງກິດຂວາງ ທີ່ເປັນອຸປະສັກ ໃນການດໍາເນີນ ທຸລະກິດລວມທັງການຕັດຂອດຂັ້ນການພິຈາລະນາອະນຸມັດຂອງຂະແໜງການພາກລັດ ທີ່ບໍ່ຈໍາ ເປັນອອກ ເພື່ອເຮັດໃຫ້ ກົນໄກການພິຈາລະນາອະນຸມັດການລົງທຶນກະທັດຮັດ  ແລະ ສົ່ງເສີມການລົງທຶນໃຫ້ມີຄວາມ ເປັນເອກະພາບ, ໂປ່ງໃສ, ວ່ອງໄວ, ທັນຕາມກຳນົດເວລາຢ່າງມີ ປະສິດທິພາບ ແລະ ປະສິດທິ ຜົນສາມາດແຂ່ງຂັນ ແລະ ດຶງດູດການລົງທຶນ ໃຫ້ຫຼາຍ ແລະ ມີຄຸນນະພາບໄດ້.

ໄປຄຽງຄູ່ກັນນັ້ນ, ວຽກງານສົ່ງເສີມການລົງທຶນໃນໄລຍະການຟື້ນຟູເສດຖະກິດພາຍຫຼັງການແຜ່ລະ ບາດຂອງພະຍາດ ໂຄວິດ-19, ລັດຖະບານຍັງສືບຕໍ່ຂົນຂວາຍ ການລົງທຶນໂດຍກົງຈາກ ພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ໂດຍຊຸກຍູ້ໃຫ້ບັນດາບໍລິສັດທີ່ໄດ້ລົງທຶນໄປແລ້ວໃຫ້ສາມາດດໍາເນີນ ທຸລະກິດໄດ້, ພ້ອມນັ້ນ ກໍ່ໄດ້ສ້າງບັນຊີຮຽກການລົງທຶນ, ການສົ່ງເສີມ ການລົງທຶນໃນເຂດເສດຖະກິດພິເສດ, ອຸດສາຫະກໍາປຸງແຕ່ງ, ການຜະລິດກະສິກໍາເປັນສີນຄ້າ, ສົ່ງເສີມການລົງທຶນໃນຮູບແບບການລົງທຶນ ຮ່ວມລະຫວ່າງ ພາກລັດ ແລະ ເອກະຊົນ (PPP).

ກອງປະຊຸມ ໃນຄັ້ງນີ້ໄດ້ດໍາເນີນ ດ້ວຍບັນຍາກາດອັນຟົດຟື້ນ ແລະ ເຕັມໄປດ້ວຍເນື້ອໃນທີ່ສົມບູນຄົບຖ້ວນ ແລະ ສະແດງເຖິງຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງຂອງ ສອງຝ່າຍ ກໍ່ຄື ການຊີ້ນໍາ-ນໍາພາຂອງຄະນະນໍາຂອງສອງ ກະຊວງ ແຜນການ ແລະ ການລົງທຶນ ລາວ ແລະ ຫວຽດນາມ, ພ້ອມດ້ວຍສະຖານທູດຫວຽດນາມ ປະຈໍາ ສປປ ລາວ  ທີ່ເຮັດໃຫ້ກອງປະຊຸມຄັ້ງນີ້ມີຄວາມໝາຍຄວາມສໍາຄັນ,ໄດ້ຮັບຜົນສໍາເລັດອັນຈົບງາມ.

ຕໍ່ກັບເນື້້ອໃນຂໍ້ສະເໜີ ແລະ ບັນຫາ ທີ່ທັງສອງຝ່າຍ ລາວ ແລະ ຫວຽດນາມ ທີ່ໄດ້ຍົກຂຶ້້ນມາເພື່ອປຶກສາຫາລືກັນ ໃນຄັ້ງນີ້ ແມ່ນລ້ວນແລ້ວແຕ່ ສ່ອງແສງໃຫ້ເຫັນເຖິງສະພາບການຕົວຈິງ ທີ່ທາງວິສາຫະກິດ ລາວ ແລະ ຫວຽດນາມ ໄດ້ພົບພໍ້ ໃນການດໍາເນີນທຸລະກິດຢູ່ ສປປ ລາວ ແລະ ຢູ່ ສ.ສຫວຽດນາມ, ຊຶ່ງພາກລັດຖະບານເອງ ກໍ່ມີຄວາມຍີນດີທີ່ສຸດ ໃນການຮັບຟັງຄໍາຄິດເຫັນ ແລະ ບັນຫາຕ່າງໆ ທີ່ບັນດາທ່ານໄດ້ປະສົບພົບພໍ້ໃນຕົວຈິງ ແລະ ຈະນໍາເອົາຂໍ້ສະເໜີ ແລະ ບັນຫາຕ່າງໆເລົ່ານັ້ນ ມາຄົ້ນຄວ້າພິຈາລະນາຫາທາງແກ້ໄຂ ເພື່ອຊ່ວຍສະໜັບສະໜູນ ແລະ ຊຸກຍູ້ໃຫ້ພາກທຸລະກິດ ໃຫ້ສາມາດຈັດຕັ້ງປະຕິບັດວຽກງານ ກໍ່ຄືການບໍລິຫານທຸລະກິດຂອງຕົນເອງໃຫ້ສາມາດດໍາເນີນໄປສູ່ຜົນສໍາເລັດທີ່ສູງຂຶ້ນ, ຊຶ່ງຈະເປັນການປະກອບ ສ່ວນທີ່ສໍາຄັນໃນການຂັບເຄື່ອນເສດຖະກິດຂອງສອງປະເທດລາວ ແລະ ຫວຽດນາມ ໃຫ້ມີຄວາມເຂັ້ມແຂງສາມາດຜ່ານຜ່າວິກິດການຈາກຜົນກະທົບຂອງການແຜ່ລະບາດພະຍາດ ໂຄວິດ-19 ແລະ ໃຫ້ບັນລຸຕາມ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ.