ກອງປະຊຸມລະດັບສູງ ຄັ້ງທີ 3 ກ່ຽວກັບຍຸດທະສາດການເງິນເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງກົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025)

Oct 3, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

 

ໃນວັນທີ 28 ກັນຍາ 2022, ກະຊວງ​ແຜນການ ​ແລະ ການ​ລົງທຶນ ຮ່ວມກັບ ຫ້ອງການປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມລະດັບສູງ ຄັ້ງທີ 3 ກ່ຽວກັບຍຸດທະສາດການເງິນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ໂດຍການເປັນປະທານຮ່ວມຂອງ ທ່ານ​ ນາງ ພອນວັນ ອຸທະວົງ, ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ແລະ ທ່ານ ນາງ ຊາລາ ເຊເກເນັດ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ແລະ ຂະແໜງການກ່ຽວຂ້ອງຈາກພາກລັດຄື: ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ແລະ ບັນດາກະຊວງອື່ນໆ, ພ້ອມທັງຕາງໜ້າຈາກ ສະຖານທູດ, ຄູ່ຮ່ວມພັດທະນາ, ພາກເອກະຊົນ, ເຄືອຂ່າຍ INGO ແລະ ເຄືອຂ່າຍອົງການສະຫະປະຊາຊາດ.

ຈຸດປະສົງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນເປັນຄັ້ງສຸດທ້າຍຕໍ່ກັບຮ່າງຍຸດທະສາດການເງິນດັ່ງກ່າວ ກ່ອນທີ່ຈະປັບປຸງເປັນສະບັບສົມບູນ ແລະ ນຳສະເໜີໃຫ້ຂັ້ນເທິງພິຈາລະນາຮັບຮອງໃນລຳດັບຕໍ່ໄປ. ພາຍຫຼັງ​ທີ່ໄດ້​ຄົ້ນຄວ້າຢ່າງລະອຽດ ແລະ ປຶກສາ​ຫາລືຫຼາຍຄັ້ງ​ກັບ​ບັນດາພາກສ່ວນ​ທີ່​ກ່ຽວຂ້ອງເຂົ້າຮ່ວມໂດຍທັງໝົດ 10 ກະຊວງ-ອົງການທຽບເທົ່າ ແລະ 20 ກົມກອງ ແລະ ໜ່ວຍງານກ່ຽວຂ້ອງ ໃນການກໍານົດ​ຍຸດທະສາດການເງິນເປັນເວລາເກືອບ 2 ປີຜ່ານມາ, ກອງປະຊຸມດັ່ງກ່າວ​​ໄດ້ນໍາສະເໜີ​ນະ​ໂຍບາຍ, ມາດຕະການ​ຈັດຕັ້ງປະຕິບັດ ​ແລະ ກົນໄກການຈັດ​ຕັ້ງ​ປະຕິຍຸດ​ທະ​ສາດ​ດ້ານ​ການ​ເງິນ​ເຊີ່ງແນໃສ່​ແກ້​ໄຂ​ສິ່ງ​ທ້າ​ທາຍ ​ແລະ ຂໍ້​ຈຳກັດດ້ານ​ການເງິນ​ຂອງ ສປປ ລາວ ​ແລະ ເພີ່ມທະວີແຫຼ່ງທຶນທີ່ຈໍາເປັນ​ເພື່ອ​ສະໜັບສະໜູນ​ການ​ບັນລຸບູລິມະສິດການພັດທະນາແຫ່ງຊາດທີ່ໄດ້ກໍານົດໄວ້ໃນແຜນການ 5 ປີ ຄັ້ງທີ IX.

ທ່ານ ນາງ ພອນວັນ ອຸທະວົງ ໃນນາມເປັນປະທານຮ່ວມກອງປະຊຸມ ໄດ້​ມີຄໍາເຫັນຕໍ່ກອງປະຊຸມ ໂດຍເນັ້ນໃຫ້ເຫັນ ​ວ່າ: “ຮ່າງ​ຍຸດ​ທະ​ສາດ​ການ​ເງິນມີຄວາມ​ສອດຄ່ອງ​ກັບ​ທິດ​ທາງ​ລວມຂອງ​ລັດຖະບານເພື່ອສະໜັບສະໜຸນການ​ເຕີບ​ໂຕ​ທີ່ມີ​ຄຸນ​ນະພາ​ບ, ມີຈຸດສຸມ, ສີຂຽວ ​ແລະ ຍືນ​ຍົງ​ ແລະ ສະແດງຄວາມຊົມເຊີຍຕໍ່ການຮ່ວມມືລະຫວ່າງພາກສ່ວນທີ່ກ່ຽວຂ້ອງ, ອົງການສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມພັດທະນາ ໃນການຊອກວິທີເພີ່ມທະວີແຫຼ່ງທຶນເພື່ອບັນລຸບູລິມະສິດ ແຜນການ 5 ປີ ຄັ້ງທີ IX, ລວມທັງການກໍານົດມາດຕະການເພື່ອສະໜັບສະໜູນການຫັນສູ່ທິດທາງການລົງທຶນ​ແບບ​ຍືນ​ຍົງໃຫ້ຫຼາຍຂຶ້ນ​ ໃຫ້ມີຄວາມ​ສອດຄ່ອງ​ກັບ​ແຜນພັດທະນາ​ແຫ່ງ​ຊາດ ເປັນສິ່ງທີ່​ສຳຄັນ ໂດຍສະເພາະໃນທ່າມກາງສະພາບ​ແຫຼ່ງທຶນ​ທີ່​ຈຳກັດ, ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-ການເງິນ ​ແລະ ຄວາມຕ້ອງການພັດທະນາໃນລະດັບສູງ ເພື່ອ​ຈັດຕັ້ງປະຕິບັດ​ວາລະ​ແຫ່ງ​ຊາດ​ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ​ຄຽງຄູ່ກັບການກະກຽມຄວາມພ້ອມໃນການຫຼຸດພົ້ນອອກຈາກສະຖານະພາບ​ດ້ອຍ​ພັດທະນາ​ໃນ​ອະນາຄົດ”.

ກອງປະຊຸມດັ່ງກ່າວຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບແຜນ​ວຽກ ແລະ ການ​ສະໜັບສະໜູນ​​ດ້ານ​ການ​ເງິນ ແລະ ດ້ານວິຊາການ​ທີ່​ຈຳ​ເປັນ​ເພື່ອສາມາດຈັດຕັ້ງ​ປະ​ຕິ​ບັດ 54 ນະ​ໂຍ​ບາຍ ແລະ ມາດຕະການທີ່ໄດ້ກໍານົດຢູ່ໃນ ຍຸດ​ທະ​ສາດ​ການ​ເງິນດັ່ງກ່າວ ໃນໄລຍະ​ປີ 2023 ຫາ 2025 ແລະ ການກະກຽມກອງປະຊຸມໂຕະມົນທີ່ຄາດວ່າຈັດຂຶ້ນໃນເດືອນ ພະຈິກ 2022 ເພື່ອເຮັດໃຫ້ການ​ຮ່ວມ​ມື ແລະ ການສະໜັບສະໜູນການຈັດຕັ້ງປະຕິບັດຍຸດທະສາດການເງິນສະບັບນີ້ໃຫ້ມີ​ຜົນ​ສໍາ​ເລັດ ແລະ ເປັນຮູບປະທຳຫລາຍຂຶ້ນ​.

ທ່ານ ນາງ ຊາລາ ເຊເກເນັດ ໄດ້ເນັ້ນເຖິງຄວາມຈຳເປັນໃນການລົງທຶນດ້ານທຶນມະນຸດ ແລະ ການເຕີບໂຕສີຂຽວ, ໂດຍກ່າວວ່າຍັງມີສິ່ງທ້າທາຍອີກສອງຢ່າງ ທີ່ ສປປ ລາວ ຕ້ອງໄດ້ແກ້ໄຂຢ່າງຮີບດ່ວນ ຄື: ​ໜຶ່ງ​ ແມ່ນ​ການ​ລົງທຶນ​ໃສ່ຂົງເຂດ​ຊັບສິນມະນຸດ ແລະ ສອງ ແມ່ນໄພຂົ່ມຂອງສາມວິກິດການລະດັບໂລກ ເຊັ່ນ ການປ່ຽນແປງຂອງດິນຟ້າອາກາດ, ການສູນເສຍທາງທໍາມະຊາດ ແລະ ມົນລະພິດ.” ນອກນັ້ນ, ຍັງໄດ້ກ່າວຕື່ມວ່າ: “ການຕັດສິນໃຈທີ່ໜັກແໜ້ນໃນການແກ້ໄຂດັ່ງກ່າວນີ້ ອາດຈໍາກັດຜົນຕອບແທນດ້ານເສດຖະກິດໃນໄລຍະສັ້ນ ແຕ່ຈະເຮັດໃຫ້ມີການເຕີບໂຕທີ່ຍືນຍົງໃນໄລຍະຍາວ ເພື່ອຜົນປະໂຫຍດຂອງຮຸ້ນຄົນຕໍ່ໄປໃນອະນາຄົດ.”

ການສ້າງຍຸດທະສາດການເງິນ ໄດ້ຮັບການສະໜັບສະໜູນດ້ານວິຊາການຢ່າງກວ້າງຂວາງ ດ້ວຍການປະສານງານຈາກພາກລັດຖະບານ ແລະ ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ໂດຍຜ່ານແຜນງານຮ່ວມມືວ່າດ້ວຍການເພີ່ມປະສິດທິພາບດ້ານການເງິນ ຂອງອົງການສະຫະປະຊາຊາດ ທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນ SDG ແລະ ຈັດຕັ້ງປະຕິບັດຮ່ວມກັນໂດຍອົງການ UNDP, UNCDF ແລະ UNFPA, ແລະ ການປະກອບສ່ວນເພີ່ມເຕີມດ້ານວິຊາການຈາກອົງການ UNDESA, UNEP, UNICEF, UNODC ແລະ WHO ພ້ອມທັງ ທະນາຄານໂລກ, ອົງການ GGGI, ອົດສະຕາລີ, ຍີ່ປຸ່ນ, EU, ADB ແລະ JICA.