ກອງປະຊຸມສະຫລຸບຕີລາຄາການນຳພາຊີ້ນຳ ຂອງຄະນະຮັບຜິດຊອບຊີ້ນຳການພັດທະນາເຂດຈຸດສຸມໃຈກາງ ແຂວງໄຊສົມບູນ

Dec 16, 2020 | ການເຄື່ອນໄຫວ

ໃນວັນທີ 15 ທັນວາ 2020 ທີ່ຜ່ານມາ, ທ່ານ ປອ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ເຂົ້າຮ່ວມ ກອງປະຊຸມສະຫຼຸບຕີລາຄາການນຳພາ-ຊີ້ນຳ ຂອງຄະນະຮັບຜິດຊອບຊີ້ນຳການພັດທະນາເຂດຈຸດສຸມໃຈກາງ ແຂວງໄຊສົມບູນ ເຊິ່ງຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນ ເພື່ອສະຫຼຸບຕີລາຄາແບບກວມລວມເຖິງຜົນການພັດທະນາແຂວງໄຊສົມບູນ ໃຫ້ກ້າວເຂົ້າສູ່ຄວາມສະຫງົບຮຽບຮ້ອຍ ແລະ ມີການພັດທະນາທີ່ດີຂຶ້ນ, ເພື່ອສະເຫຼີມສະຫຼອງວັນສຳຄັນຂອງພັກ, ຂອງຊາດ ກໍຄືວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100ປີ.