ກອງປະຊຸມສໍາມະນາວິທະຍາສາດ “ຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເຂົ້າສູ່ວຽກງານຕົວຈິງຂອງຊາວໝຸ່ມປະຊາຊົນປະຕິວັດລາວໃນຂົງເສດຖະກິດ

Nov 24, 2021 | ການເຄື່ອນໄຫວ

ໃນຕອນເຊົ້າ ຂອງວັນທີ 19 ພະຈິກ 2021, ທີ່ກະຊວງແຜນການ ແລະ ການລົງທຶນ, ຄະນະບໍລິຫານງານຊາວໜຸ່ມກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດໃນຫົວຂໍ້      “ຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເຂົ້າສູ່ວຽກງານຕົວຈິງຂອງຊາວໝຸ່ມປະຊາຊົນປະຕິວັດລາວໃນຂົງເຂດເສດຖະກິດ” ພາຍໃຕ້ການເປັນປະທານຂອງ ສະຫາຍ ອຸຕະແກ້ວ ແກ້ວດວງສິນ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ແຜນການ ແລະ ການລົງທຶນ ໂດຍມີຄະນະນໍາກະຊວງ, ຄະນະບໍລິຫານງານພັກກະຊວງ, ຜູ້ຕາງໜ້າບັນດາໜ່ວຍພັກ, ບັນດາຄະນະຊາວໜຸ່ມແຮກສ່ຽວ ແລະ ຄະນະຊາວໜຸ່ມຈາກບັນດາກະຊວງ-ອົງການໃນຂະແໜງເສດຖະກິດ ແລະ ຜູ້ເຂົ້າຮ່ວມຈາກບັນດາໜ່ວຍຊາວໜຸ່ມອ້ອມຂ້າງກະຊວງແຜນການ ແລະ ການລົງທຶນ ລວມທັງໝົດ ຈໍານວນ 200 ກວ່າສະຫາຍ ໂດຍນໍາໃຊ້ຮູບແບບປະສົມປະສານລະຫວ່າງກອງປະຊຸມປົກກະຕິ ແລະ ກອງປະຊຸມຜ່ານລະບົບທາງໄກ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ສະມາຊິກຊາວໝຸ່ມໃນຂົງເຂດເສດຖະກິດ ກ່ຽວກັບວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເພື່ອໃຫ້ສາມາດນໍາໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງທີ່ຕົນຮັບຜິດຊອບ ແລະ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ບັນລຸຕາມຈຸດປະສົງ ແລະ ຄາດໝາຍ. ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ຊີ້ໃຫ້ເຫັນເຖິງຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃນໄລຍະຜ່ານມາ ທີ່ມີລັກສະນະຊໍ້າເຮືອ ແລະ ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງຂາດຕົວ ເຖິງແມ່ນວ່າ ລັດຖະບານໄດ້ມີຄວາມພະຍາ ຍາມສູງໃນການແກ້ໄຂຄວາມຫຍຸ້ງຍາກດັ່ງກ່າວກໍ່ຕາມ ເປັນຕົ້ນ: ການແກ້ໄຂບັນຫາໜີ້ສິນ, ການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ແລະ ບັນຫາອືື່ນໆ. ແຕ່ເນື່ອງຈາກ ພື້ນຖານເສດຖະກິດຂອງປະເທດເຮົາ ຍັງມີຄວາມບອບບາງ ບໍ່ທັນມີພື້ນຖານສ້າງລາຍຮັບໄດ້ຕາມທ່າແຮງບົ່ມຊ້ອນທີ່ມີ, ລະບົບການເງິນ-ເງິນຕາຍັງອ່ອນນ້ອຍ. ຍ້ອນສະພາບດັັງກ່າວ, ລັດຖະບານຈຶ່ງຖືເອົາການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນເປັນວຽກງານຈໍາເປັນ-ຮີບດ່ວນ ແລະ ຍົກໃຫ້ເປັນວາລະແຫ່ງຊາດເພື່ອດໍາເນີນການແກ້ໄຂຮີບດ່ວນ ໃນໄລຍະປີ 2021-2023 ນີ້. ໃນກອງປະຊຸມຍັງໄດ້ມີການປະກອບຄໍາເຫັນຢ່າງຫຼາກຫຼາຍຈາກບັນດາຊາວໜຸ່ມແຮກສ່ຽວ, ຕາງໜ້າຊາວໜຸ່ມກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທະນາຄານແຫ່ງ ສປປ ລາວ ແລະ ບັນດາໜ່ວຍຊາວໜຸ່ມໃນກະຊວງແຜນການ ແລະ ການລົງທຶນ ຊຶ່ງເຮັດໃຫ້ກອງປະຊຸມມີບັນຍາກາດທີ່ຄຶກຄື້ນ ແລະ ເຕັມໄປດ້ວຍການປຶກສາຫາລືທີ່ເປັນປະໂຫຍດ. ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ຮັບກຽດເປັນຢ່າງສູງ ຈາກ ສະຫາຍ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕີວັດລາວ ທີ່ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງການໂອ້ລົມຂອງສະຫາຍຈະເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ບັນດາຊາວໜຸ່ມໃນຂົງເຂດເສດຖະກິດໃນການຈັດຕັ້ງປະຕິບັດວາລະແຫ່ງຊາດໃຫ້ປະກົດຜົນເປັນຈິງ.

ໃນຕອນທ້າຍ ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາສະຫາຍສະມາຊິກຊາວໜຸ່ມທຸກສະຫາຍທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ສຶກສາຄົ້ນຄວ້າ ແລະ ນໍາເອົາວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ມີຜົນສຳເລັດຢ່າງຈົບງາມ.