ກອງປະຊຸມ ຄະນະນຳ ຮ່ວມກັບບັນດາກົມ, ຫ້ອງການ ແລະ ສູນອອ້ມຂ້າງກະຊວງແຜນການ ແລະ ການລົງທຶນ

Sep 27, 2021 | ການເຄື່ອນໄຫວ

ໃນວັນທີ 06 ກັນຍາ 2021, ທີ່ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດກອງປະຊຸມ ຄະນະນຳ   ຮ່ວມກັບດາກົມ, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ພ້ອມກັນນີ້ກໍ່ມີບັນດາທ່ານ ຮອງລັດຖະມົນຕີ, ບັນດາກົມ, ຫ້ອງການ ແລະ  ສູນອ້ອມຂ້າງ ກະຊວງແຜນການ ແລະ ການລົງທຶນ ກໍ່ໄດ້ເຂົ້າຮ່ວມຈຸດປະສົງຂອງ, ກອງປະຊຸມດັ່ງກ່າວແມ່ນເພື່ອຮັບຟັງການລາຍງານຂອງບັນດາກົມກ່ຽວຂ້ອງ ການຈັດຕັ້ງວຽກງານຈຸດສຸມ 8 ເດືອນຕົ້ນປີ ແລະ ກຳນົດແຜນວຽກຈຸດສຸມໃນ 4 ເດືອນທ້າຍປີ 2021.ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກຜທ ໄດ້ສະແດງຄວາມຊົມເຊີຍບັນດາກົມ, ຫ້ອງການ ແລະ ສູນອອ້ມຂ້າງ ທີ່ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດຂອງຕົນ ແລະ ໄດ້ໃຫ້ເອົາໃຈໃສ່ຕໍ່ວຽກງານຂອງຕົນທີ່ຕ້ອງປະຕິບັດໃຫ້ສຳເລັດ ແລະ ທັນການ ຂອງລັດຖະບານຕ່າງໆເຊັ່ນ ກອງປະຊຸມ GMS ກອງປະຊຸມຮ່ວມພາກທຸລະກິດ ບັນດາຫົວຂໍ້ທີ່ຈະນຳເຂົ້າ ກອງປະຊຸມຂອງສຳນັກງານນາຍົກ ແລະ ກອງປະຊຸມສະພເສະໄໝສາມັນ ໃນທ້າຍປີນີ້ ໂດຍສະເພາະຫົວຂໍ້ທີ່ຈະເຂົ້າໃນກອງປະຊຸມນາຍົກ, ຮອງນາຍົກ ສຶບຕໍ່ຜັນຂະຫຍາຍ ສອງວາລະແຫ່ງຊາດພ້ອມນັ້ນໃຫ້ສຶບຕໍ່ຍົກສູງ ຄວາມເອົາໃຈໃສ່ບັນຫາປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ -19.