ກອງປະຊຸມ ປຶກສາຫາລືຜ່ານຮ່າງເນື້ອໃນເບື້ອງຕົ້ນບົດຄົ້ນຄວ້າໃນຫົວຂໍ້ ສ້າງພື້ນຖານວັດຖຸ-ເຕັກນິກ, ສ້າງເສດຖະກິດແຫ່ງຊາດໃຫ້ນັບມື້ນັບຂະຫຍາຍຕົວ

Sep 13, 2021 | Uncategorized @lo-la, ການເຄື່ອນໄຫວ

 

ໃນຕອນເຊົ້າວັນທີ 01 ກັນຍາ 2021, ຢູ່ທີ່ກະຊວງ ແຜນການ ແລະການລົງທຶນ ໄດ້ຈັດກອງປະຊຸມ ປຶກສາຫາລືຜ່ານຮ່າງເນື້ອໃນເບື້ອງຕົ້ນບົດຄົ້ນຄວ້າໃນຫົວຂໍ້ “ສ້າງພື້ນຖານວັດຖຸ-ເຕັກນິກ,
ສ້າງເສດຖະກິດແຫ່ງຊາດໃຫ້ນັບມື້ນັບຂະຫຍາຍຕົວ” ເຊິ່ງເປັນກອງປະຊຸມທາງໄກລະຫວ່າງທີມງານຄົ້ນຄວົ້າປັດໄຈ ທີ 03(ຂົງເຂດເສດຖະກິດ) ກະຊວງແຜນການ ແລະ ການລົງທຶນ ກັບ ສະຖາບັນຄົ້ນຄວ້າເສດຖະກິດ ແລະ ສັງຄົມແຫ່ງຊາດ

ໂດຍພາຍໃຕ້ການເປັນປະທານ ທ່ານ ນາງ ພອນວັນ ອຸນາວົງ ຮອງລັດຖະມົນຕີ ກະຊວງ ຜທ ແລະ ໄດ້ຮັບກຽດການເປັນປະທານຮ່ວມຂອງທ່ານ ປອ ກິແກ້ວ ຈັນທະບູຣີ ຮອງປະທານສະຖາບັນຄົ້ນຄວ້າເສດຖະກິດ ແລະ ສັງຄົມແຫ່ງຊາດ.

ຈຸດປະສົງຂອງການຈັດກອງປະຊຸມມື້ນີ້ແມ່ນ ເພື່ອຕີລາຄາຄືນໝາກຜົນ ແລະ ສິ່ງທ້າທ້າຍ ໃນການສ້າງພື້ນຖານວັດຖຸ-ເຕັກນິກ, ສ້າງເສດຖະກິດແຫ່ງຊາດໃຫ້ນັບມື້ນັບຂະຫຍາຍຕົວດ້ວຍການນໍາໃຊ້ ແລະ ສ້າງເງື່ອນໄຂໃຫ້ແຕ່ລະພາກສ່ວນເສດຖະກິດ

ນັບແຕ່ປີ 1994 ມາເຖິງປັດຈຸບັນ ໂດຍສຸມໃສ່ເນື້ອໃນດັ່ງນີ: ທົບທວນຄືນການສ້າງ ແລະ ພັດທະນາກໍາລັງການຜະລິດ ແລະ ກໍາລັງແຮງງານ ທີ່ເປັນປັດໄຈ ຕົ້ນຕໍ ຊຸກຍູ້ການຂະຫຍາຍຕົວເສດຖະກິດແຫ່ງຊາດ

ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກາຍເປັນຖານລາຍຮັບທີ່ຍືນຍົງ ແລະ ຊຸກຍູ້ການຫຼຸດຜ່ອນຄວາມທຸກຍາກໃນປະເທດ, ກໍານົດທິດທາງ ແລະ ມາດຕະການຂອງການສ້າງພື້ນຖານວັດຖຸເຕັກນິກ,

 

ສ້າງເສດຖະກິດແຫ່ງຊາດໃຫ້ນັບມື້ນັບຂະຫຍາຍຕົວ ຮອດປີ 2040 ໂດຍອີງໃສ່ສະພາບການປ່ຽນແປງດ້ານການເມືອງ, ເສດຖະກິດ ແລະ ສັງຄົມຂອງສາກົນ ແລະ ພາກພື້ນ ພົ້ອມທັງທ່າແຮງໄດ້ປຽບຂອງປະເທດຂອງພວກເຮົາ. ໂດຍປະຕິບັດຕາມຂໍ້ຕົກລົງ ສະບັບເລກທີ 114/ສທພ, ລົງວັນທີ 21 ກໍລະກົດ 2021 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າ ຫົວຂໍ້ “ການຄົ້ນຄວ້າທິດສະດີ ແລະ ສະຫຼູບພຶດຕິກໍາ ໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນະຍົມ” ແລະ ແຜນດໍາເນີນງານ ສະບັບເລກທີ 115/ສທພ, ລົງວັນທີ 21 ກໍລະກົດ 2021.