ກະຊວງແຜນການ ແລະ ການລົງທຶນ ເປີດຊຸດຝຶກອົບຮົມ ໃນຫົວຂໍ້ “ທັກສະການເປັນຜູ້ນໍາ”

Sep 12, 2020 | ການເຄື່ອນໄຫວ

ກະຊວງ ແຜນການ ແລະ ການລົງທຶນ ໄດ້ເປີດຊຸດຝຶກອົບຮົມ ໃນຫົວຂໍ້ “ທັກສະການເປັນຜູ້ນໍາ” ໃນໄລຍະວັນທີ 10-11 ກັນຍາ 2020 ເຊິ່ງ ພິທີເປີດຊຸດເຝິກອົບໄດ້ໃຫ້ກຽດເປັນປະທານຂອງ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ, ປະທານຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ Mariam Khan ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປ ລາວ. ຈຸດປະສົງຂອງຊຸດເຝິກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງ ທາງດ້ານທັກສະການເປັນຜູ້ນຳໃຫ້ແກ່ ຄະນະສະຫະພັນແມ່ຍິງ ກະຊວງ ແລະ ຫົວໜ້າໜ່ວຍແມ່ຍິງ ຂອງບັນດາກົມກອງ ຢູ່ ພາຍໃນກະຊວງ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ຄວາມເຂັ້ມແຂງດ້ານການຄຸ້ມຄອງວຽກງານວິຊາສະເພາະ ເຊິ່ງເພິ່ນໄດ້ເນັ້ນໜັກໃນການຮຽນຮູ້ທັກສະ ແລະ ປັບປຸງຕົນເອງໃນການປະຕິບັດໃຫ້ຖືກຕ້ອງເໝາະສົມຕາມເງື່ອນໄຂ ແລະ ການປ່ຽນແປງຂອງສັງຄົມແຕ່ລະໄລຍະ.