ກະຊວງແຜນການ ແລະ ການລົງທຶນໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ຜທ ຄັ້ງທີ 8 ສະໄໝທີ IV

Apr 27, 2022 | ການເຄື່ອນໄຫວ

ກອງ​ປະຊຸມ​​ຄົບ​ຄະນະບໍລິຫານ​ງານ​ພັກກະຊວງ ຜທ ຄັ້ງທີ 8 ສະໄໝທີ IVຂອງ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດຂຶ້ນໃນວັນທີ 19 ເມສາ 2022 ໂດຍການເປັນປະທານ ຂອງສະຫາຍ ຄຳເຈນ ວົງໂພສີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ມີບັນດາກໍາມະການປະຈໍາພັກ,​ ບັນດາກໍາ​ມະ​ການຄະນະບໍລິຫານງານພັກກະຊວງ,​ບັນເລຂາຫນ່ວຍພັກ​ຂອງແຕ່ລະກົມ ກໍ່ໄດ້ເຂົ້າຮ່ວມ.

ສະຫາຍ ຄຳເຈນ ວົງໂພສີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນໄດ້ກ່າວວ່າ ໃນກອງ​ປະຊຸມໃນຄັ້ງນີ້ວ່າ ແມ່ນເພື່ອ​ສະຫຼຸບ-ຕີລາຄາ​ການຈັດ​ຕັ້ງ​ຜັນຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XIຂອງ​ພັກ, ມະຕິ, ຄໍາສັ່ງຕ່າງໆ ຂອງຂັ້ນເທິງ ແລະ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IV ຂອງ​ອົງຄະ​ນະ​ພັກ ກະຊວງ ຜທ ​ໃນໄລຍະ 03 ເດືອນ ຜ່ານມາ (ເດືອງ 1, 2, 3 ປີ 2022) ແລະ ວາງທິດທາງແຜນການ ໃນໄຕມາດ II (4,5,6  ປີ 2022); ເພື່ອຄົ້ນຄວ້າ ແລະ ຕົກລົງເປັນເອກະພາບກ່ຽວກັບ ຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າກົນໄກ ແລະ ມາດຕະການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງກະຊວງແຜນການ ແລະ ການລົງທຶນ ໃນໄລຍະການປະຕິບັດວາລະເເຫ່ງຊາດ ​ໃນຕໍ່ໜ້າ ​ແລະເພື່ອ​ສືບຕໍ່ປັບປຸງຄວາມສາມາດການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກກະຊວງ ຜທ ແນ່ໃສ່ປະຕິບັດໜ້າທີ່ການເມືອຂອງຕົນ ໃຫ້ນັບມື້ມີປະສິດ ທິພາບ ແລະ ປະສິດທິຜົນ.

ໃນໂອກາດດັ່ງກ່າວນີ້ ສະຫາຍ ຄຳເຈນ ວົງໂພສີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນຍັງໄດ້ໃຫ້ກຽດໂອລົມ ແລະ ໃຫ້ທິດຊີ້້ນຳແກ່ບັນດາຄະນະພັກຮາກຖານ, ບັນດາໜ່ວຍພັກພາຍໃນກະຊວງແຜນການ ແລະ ການລົງທຶນ ວ່າເຖິງພວກເຮົາຈະ​ມີ​ຂໍ້​ຫຍຸ້ງຍາກ, ສິ່ງທ້າທາຍທົດສອບຕ່າງໆ ອັນ​ເນື່ອງ​ຈາກ​ສະພາບ​ແວດ​ລ້ອມ​ພາຍ​ນອກ ​ແລະ ພາຍ​ໃນ, ​ແຕ່​ພວກ​ເຮົາ​ກໍ່​ມີຄວາມຕັດສິນໃຈພ້ອມ​ກັນ​ສູ້​ຊົນ​ຜ່ານ​ຜ່າຂໍ້ຫຍຸ້ງຍາກຕ່າງໆ ຈັດ​ປະຕິບັດໜ້າທີ່​ວຽກງານໄດ້ຮັບ​ຜົນ​ສໍາ​ເລັດຫຼາຍດ້ານ,  ສິ່ງ​ທີ່ພົ້ນເດັ່ນ​ແມ່ນວຽກງານນຳພາ​ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ​ ​ໃຫ້​ຖັນ​ແຖວ​ສະມາຊິກ​ພັກ, ພະນັກງານ ​ໃຫ້​ສືບຕໍ່​ເອົາ​ໃຈ​ໃສ່​ຢ່າງ​ເປັນ​ປົກກະຕິ ​ແລະ ຕັ້ງໜ້າການຈັດຕັ້ງ​ປະຕິບັດໜ້າທີ່ການ ເມືອງຕາມ​ພາລະ​ບົດບາດ​ຂອງ​ຕົນ​ ກໍ່ນັບ​ມື້​ໃຫ້​ເອົາ​ການ​ປັບປຸງ​ທີ່​ມີ​ລັກສະນະ​ບຸກທະລຸ​ໃນຫຼາຍດ້ານ ​ເປັນຕົ້ນ​ແມ່ນ​:  ​​ໄດ້​ລົງ​ເລິກ​ຄົ້ນຄວ້າ​ນະ​ໂຍບາຍ​ຊ່ວຍ​ລັດຖະບານ, ວາລະແຫ່ງຊາດ, ​ການ​ວາງ​ແຜນ​ພັດ​ທະນາ​ເສດຖະກິດ-ສັງຄົມແຫ່ງຊາດ, ວຽກງານ​ສົ່ງ​ເສີມ​ການ​ລົງທຶນ, ວຽກງານ​ການ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິ​ເສດ, ວຽກງາ​ສະຖິຕິ, ​ວຽກງານ​ຮ່ວມມືສາກົນ ການຍາດ​ແຍ່ງ​ເອົາ​ການ​ຊ່ວຍ​ເຫລືອ​ລ້າ​ຈາກ​ສາກົນ, ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ກັບ ສສ ຫວຽດນາມ ​ແລະ ການ​ຮ່ວມ​ມືລາວ-ຈີນ, ການ​ປັບປຸງ​ກົງຈັກ​ການຈັດຕັ້ງຂອງ​ກະຊວງ, ວຽກພັກ-ພະນັກງານ, ວຽກງານ​ກວດກາ, ວຽກງານປ້ອງກັນພັກ-ພະນັກງານ, ວຽກ 3 ອົງການ​ຈັດຕັ້ງມະຫາຊົນ.