ກະຊວງແຜນການ ແລະ ການລົງທຶນຈັດຝືກອົບຮົມໃຫ້ມະຫາຊົນກ້າວໜ້າຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຈຳປີ 2022

Aug 31, 2022 | Uncategorized @lo-la

ໃນວັນທີ 30 ສິງຫາ 2022, ຢູ່​ທີ່ກະຊວງ ​ແຜນການ ​ແລະ ການ​ລົງທຶນ ​ໄດ້​ເປີດ​ການຮຽນ​​ເອກະສານອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຈໍານວນ 29 ສະຫາຍ ຍິງ 11 ສະຫາຍ, ພາຍ​ໃຕ້​ການ​ເປັນ​ປະທານ ຂອງສະຫາຍ ສະຫາຍ ນາງ ຄຳ​ຈັນ​ ວົງ​ແສນ​ບູນ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ, ຮອງລັດຖະມົນຕີ ກະຊວງ ການຄັດ​ເລືອກ​ເອົາ​ມະຫາຊົນ​ເຂົ້າຮຽນເອກະສານອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຈຳ​ປີ 2022 ​ແມ່ນ​ໄດ້​ຄັດ​ເລືອກ​ເອົາ​ຜູ້​ທີ່ມີມາດຖານເງື່ອນໄຂຄົບຖ້ວນຕາມກົດລະບຽບຂອງພັກວາງອອກ ຈາກ​ບັນດາ​ໜ່ວຍ​ພັກ ພາຍ​ໃນ ກະຊວງ ຜທ ດັ່ງນີ້ :

  1. ​ເປັນ​ຜູ້​ທີ່ມີຄວາມຕື່ນຕົວທາງດ້ານການເມືອງ ຕາມ​ອຸດົມ​ຄະຕິ​ຂອງ​ພັກ, ​ໄດ້ຜ່ານ​ການ​ທົດ​ສອບ​ໃນ​ການ​ເຮັດວຽກງານ​ຕົວ​ຈິງ, ​ເຮັດ​ສຳ​ເລັດ​​ໜ້າ​ທີ່ທີ່​ພັກ ​ແລະ ການຈັດ​ຕັ້ງ​ມອບ​ໝາຍ​ໃຫ້.
  2. ​ເປັນ​ຜູ້​ທີ່ມີຊີວະ​ປະຫວັດ​ຈະ​​ແຈ້ງ​ຂາວ​ສະອາດ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄວາມບໍລິ ສຸດສັດຊື່, ມີ​ຄວາມຮູ້​ຄວາມ​ສາມາດ ແລະຈົງຮັກພັກດີຕໍ່ອຸດົມການຂອງພັກ.
  3. ເປັນຜູ້ທີ່​ໄດ້​ຜ່ານ​ການ​ເຝິກຝົນ​ຫລໍ່​ຫລອມ​ໃນ​ຂະ​ບວນການ ຂອງ 3 ອົງການ​ຈັດ​ຕັ້ງ​ມະຫາຊົນ, ເປັນ​ແບບຢ່າງ​ນຳໜ້າ​ໃນ​ຂະ​ບວນການ​ຂອງ​ມະຫາຊົນ ​ແລະ ​ໄດ້​ຮັບ​ຄວາມ​ເຊື່ອ​ຖື​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ມະຫາຊົນ.
  4. ​ເປັນ​ຜູ້​ທີ່​ມີ​ສຸຂະພາບ​ແຂງ​ແຮງ, ຕື່ນ​ຕົວ​ສະໝັກ​ໃຈ​ເຂົ້າ​ພັກ ​ແລະ ຍິນ​ດີ​ປະຕິບັດຕາມ​ກົດ​ລະບຽບ​ຂອງ​ພັກ.

– ການເປີດຝຶກອົບຮົມເອກະສານໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຈຳ​ປີ 2022 ​ແມ່ນ​ໄດ້​ດຳ​ເນີນ​ໄປ​ເປັນ​ເວລາ 1 ວັນ​ເຕັມ​ຄື:

Ø ໃນ​ຕອນ​ເຊົ້າ: ​ພາຍຫຼັງເປີດ​ພິທີ​ເຜີຍ​ແຜ່ເອກະສານອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກພາຍ​ໃນກະຊວງ ຜທ ປະຈຳ​ປີ 2022 ສຳເລັດແລ້ວ ກໍ່ໄດ້ເຜີຍ​ແຜ່ຄຳ​ແນະນຳ ຂອງຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ສະບັບ​ເລກທີ 16/ຄອສພ, ລົງ​ວັນ​ທີ 7/7/2021 ກ່ຽວກັບ​ການ​ນຳ​ໃຊ້​ເອກະສານ​ອົບຮົມ​ມະຫາຊົນຜູ້ທີ່ຈະ​ຂະຫຍາຍ​ເຂົ້າເປັນສະມາຊິກພັກ ຈຳນວນ 13 ຫົວ​ຂໍ້, ລາຍ​ລະອຽດ​ມີ​ດັ່ງ​ນີ້:

  1. ພັກ​ການ​ເມືອງ​ແມ່ນ​ຫຍັງ ​ແລະ ​ເປັນ​ຫຍັງ​ຈຶ່ງ​ມີ​ພັກ​ການ​ເມືອງ?
  2. ພັກ​ປະຊາຊົນ​ປະຕິວັດ​ລາວ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຄື​ແນວໃດ?
  3. ພັກ​ປະຊາຊົນ​ປະຕິວັດ​ລາວ​​ແມ່ນ​ພັກແນວໃດ?
  4. ພັກ​ປະຊາຊົນ​ປະຕິວັດ​ລາວ​ຈັດ​ຕັ້ງຕາມ​ຫລັກ​ການ​ອັນ​ໃດ​ແດ່?
  5. ພັກ​ປະຊາຊົນ​ປະຕິວັດ​ລາວ​ມີ​ລະບົບ​ສາຍ​ໃຍ​ການຈັດ​ຕັ້ງ​ຄືແນວ​ໃດ?
  6. ພັກ​ປະຊາຊົນ​ປະຕິວັດ​ລາວ​ປະກອບ​ດ້ວຍ​ບຸກຄົນ​ຄື​ແນວໃດ​ແດ່?
  7. ພັກ​ປະຊາຊົນ​ປະຕິວັດ​ລາວມີ​ວັດຖຸ​ປະສົງ ​ແລະ ອຸດົມ​ການຄື​ແນວໃດ?
  8. ພັກ​ປະຊາຊົນ​ປະຕິວັດ​ລາວ​ມີ​ທາດ​ແທ້​ແນວໃດແດ່?
  9. ມາດຖານ​ຂອງ​ສະມາຊິກ​ພັກ ​ແລະ ​ເງື່ອນ​ໄຂ​ຜູ້​ຈະ​ເຂົ້າ​ເປັນສະມາຊິກພັກ​ປະຊາຊົນ​ປະຕິວັດ​ລາວມີແນວໃດ?
  10. ສະມາຊິກ​ພັກ​ມີໜ້າ​ທີ່, ພັນທະ ​ແລະ ມີ​ຜົນ​ປະ​ໂຫຍດ​ຫຍັງ​ແດ່?
  11. ຂໍ້​ຫ້າມ​ສຳລັບສະມາຊິກພັກ​ປະຊາຊົນ​ປະຕິວັດ​ລາວ​ມີ​ຫຍັງ​ແດ່?
  12. ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ເພື່ອຫຍັງ?
  13. ຖ້າໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ແລ້ວຈະປົກປ້ອງບົດບາດ, ກຽດສັກສີຂອງພັກເຮົາ ແນວໃດ?

ໃນພິທີ ສະຫາຍ ບຸນມີ ວິໄລຈິດ ກຳມະການຄະນະບໍລິຫານງານພັກ ກະຊວງ, ຫົວໜ້າ​ກົມ​ຈັດ​ຕັ້ງ ​ແລະ ພະນັກງານ ​ກໍ່ໄດ້​ໃຫ້​ກຽດ​ຂຶ້ນ​ສະຫຼຸບຕີ​ລາຄາຜົນສຳ​ເລັດ​ການເຜີຍ​ແຜ່​ເອກະສານອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຈຳ​ປີ 2022, ພາຍຫຼັງສະຫຼຸບສຳເລັດ ສະຫາຍ ນາງ ຄຳ​ຈັນ​ ວົງ​ແສນ​ບູນ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ, ຮອງລັດຖະມົນຕີ ກະຊວງ ກໍ່​ໄດ້​​ໃຫ້​ກຽດ​ມອບ​ໃບ​ຢັ້ງຢືນໃຫ້​ມະຫາຊົນ​ກ້າວໜ້າ. ​