ກະຊວງແຜນການ ແລະ ການລົງທຶນຈັດຂະບວນການຍ່າງເພື່ອສຸຂະພາບ ຕ້ອນຮັບວັນຊາດທີ 2 ທັນວາຄົບຮອບ 47 ປີ

Nov 30, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

 

ໃນຕອນເຊົ້າວັນທີ 26 ພະຈິກ 2022, ທີ່ບຶງທາດຫຼວງ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍ 3 ອົງການຈັດຕັ້ງມະຫາຊົນ ຈັດຂະບວນການຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 47 ປີ ໃຫ້ເປັນຂະບວນຟົດຟື້ນ.

ທ່ານ ນາງ ຄຳຈັນ ວົງແສນບູນ  ຮອງລັດຖະມົນຕີ ຕາງໜ້າຄະນະນຳກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ວັນຊາດ ທີ 2 ທັນວາ ເປັນວັນທີ່ມີຄວາມໝາຍສໍາຄັນໃນປະຫວັດສາດຂອງຊາດລາວ ເປັນວັນປະກາດໃຫ້ໂລກຮູ້ວ່າປະເທດຂອງພວກເຮົາ, ຄົນລາວທັງຊາດໄດ້ເປັນເຈົ້າຕົນເອງບໍ່ຂື້ນກັບຊາດໃດ. ສະນັ້ນ ຂະບວນການຈາລຶກວັນຊາດ ກໍ່ຄືຂະບວນການເຊີດຊູ ຮູ້ບຸນຄຸນ ຕໍ່ຜູ້ນໍາ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອເພື່ອຕໍ່ສູ້ຍາດເອົາເອກະລາດ ອໍານາດອະທິປະໄຕ ຜືນແຜ່ນດິນອັນຄົບຖ້ວນມາໃຫ້ປະຊາຊົນ, ປວງຊົນລາວທັງຊາດ, ຜູ້ນຳ ແລະ ປະຊາຊົນບັນດາເຜົ່າ ຍັງສືບຕໍ່ຮັກສາມູນເຊື້ອມີຄວາມສາມັກຄີ ທົ່ວປວງຊົນລາວທັງຊາດເປັນປຶກແຜ່ນ ແລະ ມີຜູ້ນຳໆຕາມແນວທາງຂອງພັກ ເປັນຕົ້ນແມ່ນ: ປົກປັກຮັກສາ ແລະ ສ້າງສ້າງພັດທະນາປະເທດຊາດ.

ກະຊວງແຜນການ ແລະ ການລົງທຶນ, ມີບົດບາດສໍາຄັນໃນການຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວ ໂດຍສະເພາະ ການສ້າງແຜນພັດທະນາເສດຖະກິດ-ສັງຄົມ, ໃນແຕ່ລະໄລຍະການດືງດູດການລົງທຶນ ຂອງຊຸກຍູ້ສົ່ງເສີມວຽກງານການຮ່ວມມືຂອງຕ່າງປະເທດ ກໍ່ຄື ສສ ຫວຽດນາມ, ສປ ຈີນ, ຜະລິດຕົວຊີ້ບອກເພື່ອຕິດຕາມບັນດາເປົ້າໝາຍການພັດທະນາ ແລະ ວຽກງານອື່ນໆ ເພື່ອປະກອບສ່ວນຢ່າງຕັ້ງໜ້າ ຕໍ່ແນວທາງຂອງລັດຖະບານ ໃນການປະຕິບັດເປົ້າໝາຍແບບຍືນຍົງ. ເຊິ່ງຜົນງານດັ່ງກ່າວມານັ້ນ ກໍ່ລ້ວນແລ້ວແຕ່ແມ່ນການປະກອບສ່ວນຂອງພະນັກງານ-ລັດຖະກອນ ຂອງ 3 ອົງການຈັດຕັ້ງມະຫາຊົນ ກຜທ.

ກິດຈະກໍາຍ່າງເພື່ອສູຂະພາບຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຫຼາຍ ດັ່ງຄໍາຂັວນທີ່ວ່າ ຢາກພັດທະນາປະເທດຊາດໄດ້ ຕ້ອງມີສຸຂະພາບດີກ່ອນໂອກາດນີ້ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ຄະນະຂອງ 3 ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກໍາມະບານ ໄດ້ພ້ອມກັນຈັດງານໃນມື້ນີ້ຂື້ນ, ຂໍຊົມເຊີຍພະນັກງານກະຊວງແຜນການ ແລະ ການລົງທຶນໄດ້ພ້ອມຈີດພ້ອມໃຈ ມາຮ່ວມໃນມື້ນີ້. ຂ້າພະເຈົ້າຫວັງເຊື່ອໝັ້ນວ່າ ບັນດາທ່ານຈະສືບຕໍ່ສ້າງຄວາມສາມັກຄີພາຍໃນ 3 ອົງການຈັດຕັ້ງມະຫາຊົນ ກະຊວງຂອງພວກເຮົາໃຫ້ແໜ້ນແຟ້ນ ຮ່ວມແຮງຮ່ວມໃຈຮັກສາມູນເຊື້ອອັນດີງາມໃນການປະກອບສ່ວນ ເພື່ອສ້າງສາພັດທະນາປະເທດຊາດ.