ກະຊວງແຜນການ ແລະ ການລົງທຶນ ຈັດຝືກອົບຮົມການຂຽນກຳນົດຕຳແໜ່ງງານ

Mar 1, 2023 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 20-21 ກຸມພາ 2023, ທີ່ໂຮງແຮມແລນມາກ, ກົມຈັດຕັ້ງ ແລະ ພະນັກງານກະຊວງແຜນການ ແລະ ການລົງທຶນ, ໄດ້ເປີດຊຸດຝືກອົບຮົມທົບທວນຄືນການຂຽນກຳນົດຕຳແໜ່ງງານ ໃຫ້ພະນັກງານພາຍໃນກະຊວງແຜນການ ແລະ ການລົງທຶນ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ວິໄລຈິດ ກຳມະການຄະນະບໍລິຫານງານພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີພະນັກງານຈາກບັນດາກົມອອ້ມຂ້າງກະຊວງແຜນການ ແລະ ການລົງທຶນ, ນັກວິທະຍາກອນຈາກກົມຈັດຕັ້ງ ແລະ ພະນັກງານ ເຂົ້າຮ່ວມທັງໝົດ 41 ທ່ານ ,ຍີງ 16 ທ່ານ.

ຈຸດປະສົງໃນການຝືກອົບຮົມໃນຄັ້ງນີ້ເພື່ອເຮັດໃຫ້ພະນັກງານຜູ້ທີ່ເຮັດວຽກງານຄຸ້ມຄອງ ແລະ ພັດທະນາບຸກຄະລາກອນ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບ ໃນວຽກງານການຂຽນກໍານົດຕໍາແໜ່ງງານ ແລະ ການກໍານົດກຸ່ມວຽກຂອງແຕ່ລະກົມກອງ ຕາມພາລະບົດບາດ ຂອງຕົນ ພາຍໃນ ກະຊວງ ແຜນການ ແລະ ການລົງທຶນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານການຂຽນກໍານົດຕໍາແໜ່ງງານໃຫ້ຖືກຕ້ອງກັບລະບຽບການ ແລະສອດຄ່ອງຕາມຕົວຈິງ.