ກະຊວງແຜນການ ແລະ ການລົງທຶນ ປາຖະກະຖາວັນສຳຄັນຂອງພັກ ແລະ ຂອງຊາດ

Mar 24, 2023 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 23 ມີນາ 2023 ທີ່ສະໂມສອນກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີປາຖະກະຖາ  ເອກະສານສຳຄັນ ຂອງພັກ ແລະ ຂອງຊາດ ຄື:ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 68 ປີ (22 ມີນາ 1955-22 ມີນາ 2023);  ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສບອົງຄະ ແລະ ເສຍສະຫຼະຊິວິດເພື່ອປະເທດຊາດຄົບຮອບ 77 ປີ (21 ມີນາ 1946-21 ມີນາ 2023) ແລະ  ວັນສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 41 ປີ (16 ກຸມພາ 1982-16 ກຸມພາ 2023) ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ ສະຫາຍ ນາງ ຄຳຈັນ ວົງແສນບູນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີບັດດາສະຫາຍກໍາມະການຄະນະບໍລິຫານງານພັກກະຊວງ, ສະຫາຍເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງກະຊວງແຜນການ ແລະ ການລົງທຶນເຂົ້າຮ່ວມທັງໝົດ 223 ທ່ານ ຍິງ 89 ທ່ານ.

ສະຫາຍ​ນາງ ຄຳ​ຈັນ ວົງ​ແສນ​ບຸນ ກ່າວວ່າ: ໃນການປາຖະກະຖາວັນສຳຄັນຄັ້ງນີ້ ເພື່ອທົບທວນຫວນຄືນມູນເຊື້ອ ແລະ ໄຊຊະນະປະຫວັດສາດ ຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນໍາພາ ຂອງ ພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 68 ປີ, ຖືເອົາວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ເພື່ອຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຕົວຈິງ, ເພື່ອປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊີດຊູບົດບາດການນໍາພາຂອງພັກ ໄປພ້ອມກັບການປຸກລະດົມຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ໂດຍຕິດພັນກັບການຍູ້ແຮງຂະບວນການດ້ານຕ່າງໆ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໃນຕໍ່ໜ້ານີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ເພື່ອສືບຕໍ່ບຸກທະລຸທາງດ້ານແນວຄິດ ຈິນຕະນາການ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ສ້າງຄວາມຮັບຮູ້ດ້ານແນວຄິດ ແລະ ການກະທໍາ, ສົ່ງເສີມດ້ານດີ, ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນ, ສ້າງຄວາມເຊື່ອໝັ້ນຂອງພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າຕໍ່ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ, ເພື່ອສ້າງຄວາມຮັບຮູ້ຢ່າງເລິກເຊິ່ງ ເຖິງຄວາມປີຊາສາມາດ ແລະ ຄວາມສະຫຼາດຫຼັກແຫຼມຂອງພັກເຮົາໃນການນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ກໍຄືການນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດສັງຄົມນິຍົມ, ເພື່ອພ້ອມກັນລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ຂອງບັນດານັກຮົບທີ່ໄດ້ອຸທິດຕົນເພື່ອປະເທດຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ ທີ່ມີຫຼາຍເຫດການປະຫວັດສາດ ຊຶ່ງປວງຊົນລາວທັງຊາດບໍ່ມີວັນລືມ ແລະ ເພື່ອເຫັນໄດ້ຜົນສໍາເລັດ ແລະ ຜົນງານທີ່ພົ້ນເດັ່ນຂອງການເຄື່ອນໄຫວວຽກງານກວດກາໃນໄລຍະ 41 ປີ ຜ່ານມາ ແລະ ສ້າງຄວາມສໍານຶກຮັບຮູ້ເຂົ້າໃຈ ໃຫ້ແກ່ພະນັກງານທີ່ເຮັດວຽກງານກວດກາມີຄວາມຮັກອາຊີບຂອງຕົນດ້ວຍຄວາມບໍລິສຸດໃຈ.