ກະຊວງ ຜທ ສະຫລຸບການປະຕິບັດວຽກຂະບວນແຂ່ງຂັນ ແລະ ຍ້ອງຍໍຜົນງານ 5 ປີ

Feb 7, 2023 | ການເຄື່ອນໄຫວ, ຂ່າວເດັ່ນ

 

 

 

 

 

 

 

 

ໃນວັນທີ 3 ກຸມພາ 2023 ກະຊວງແຜນການ ແລະ ການລົງທຶນ, ສະຫລຸບຕີຄາລາຄືນ ການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ ແລະ ຍ້ອງຍໍຜົນງານ 5 ປີ ( 2016-2020) ພາຍໃຕ້ຄຳຂວັນ“ຮັກຊາດ ແລະ ພັດທະນາ”ແລະ ປະກາດເນື້ອໃນການແຂ່ງຂັນ ຮອດປີ 2025 ໃນວັນທີ 3 ກຸມພາ 2023 ພາຍໃຕ້ການເປັນປະທານຂອງທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີຄະນະພັກ, ຄະນະນຳ ແລະ ພະນັກງານພາຍໃນກະຊວງເຂົ້າຮ່ວມ.

ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ສະຫລຸບຕີຄາລາຄືນ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ ແລະ ຍ້ອງຍໍ ພາຍໃຕ້ຄຳຂວັນ“ຮັກຊາດ ແລະ ພັດທະນາ” ຂອງກະຊວງແຜນການ ແລະ ການລົງທຶນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າປະຕິບັດວຽກງານແຂ່ງຂັນ ແລະ ຍ້ອງຍໍ ຖືເປັນສິ່ງສໍາຄັນເຂົ້າໃນການຄົ້ນຄວ້າ ຄັດເລືອກຜົນງານການຍ້ອງຍໍໃຫ້ແກ່ບຸກຄົນ, ນິຕິບຸກຄົນ, ກົມກອງລວມໝູ່ ແລະ ພະນັກງານ-ລັດຖະກອນ ຜູ້ທີ່ມີຜົນງານຫ້າວຫັນໃນການປະກອບສ່ວນ ຕໍ່ໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ໃນການປະຕິບັດວຽກດີ, ຄົນເດັ່ນ ໂດຍສະເພາະ ການປະຕິບັດ ດຳລັດຂອງລັດຖະບານ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ  ແລະ ຄໍາແນະນຳ ກ່ຽວກັບການຈັດຕັ້ງ-ຜັນຂະຫຍາຍດຳລັດວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ  ກໍຄື ການຈັດຕັ້ງປະຕິບັດມະຕິຂອງ ກອງປະໃຫຍ່ຜູ້ແທນສະມາຊິກພັກ ຂອງອົງຄະນະພັກ ກະຊວງ ແຜນການ ແລະ ການລົງທຶນ ຄັ້ງທີ IV ພ້ອມທັງໄດ້ກໍານົດທິດທາງແຜນການ ແຕ່ນີ້ຮອດປີ 2025, ຄະນະພັກ, ຄະນະນໍາ ກະຊວງ ແຜນການ ແລະ ການລົງທຶນ ໄດ້ມີແບບແຜນວິທີການນຳພາທີ່ດີ ແລະ ລະອຽດຈະແຈ້ງ, ຍຶດຖືຫລັກການເຮັດວຽກແບບລວມສູນປະຊາທິປະໄຕ, ຕັດສິນບັນຫາເປັນໝູ່ຄະນະ, ແບ່ງໜ້າທີ່ວຽກງານໃຫ້ບຸກຄົນຮັບ ຜິດຊອບດ້ວຍຄວາມເປັນເອກະພາບ, ມີການສະຫລຸບຖອດຖອນບົດຮຽນຕີລາຄາການນໍາພາ-ຊີ້ນໍາໃນແຕ່ລະໄລຍະ ພ້ອມທັງມີການຍ້ອງຍໍຜົນງານໃຫ້ພະນັກງານ-ລັດຖະກອນ ເພື່ອເປັນການເສີມສ້າງກຳລັງໃຈ ແລະ ເປັນການກະຕຸກຊຸກຍູ້ໃຫ້ພະນັກງານມີຄວາມກະຕືລືລົ້ນ.

ຈາກນັ້ນ, ກໍໄດ້ປະດັບຫລຽນໄຊແຮງງານ ຊັ້ນ I ໃຫ້ ຈຳນວນ 46 ທ່ານ ແລະ 8 ກົມກອງ; ຫລຽນໄຊແຮງງານ ຊັ້ນ II ຈຳນວນ 52 ທ່ານ ແລະ 4 ກົມກອງ; ຫລຽນໄຊແຮງງານ ຊັ້ນ III ຈຳນວນ 99 ທ່ານ ແລະ 9 ກົມກອງ; ຫລຽນກາແຮງງານ 226 ທ່ານ; ໃບຍ້ອງຍໍລັດຖະບານ 173ທ່ານ; ໃບຍ້ອງຍໍຂັ້ນກະຊວງ ຜທ 78 ທ່ານ ໃຫ້ ບຸກຄົນ ແລະ ກົມກອງທີ່ມີຜົນງານການປະກອບສ່ວນອັນສຳຄັນ ໃນການພັດທະນາປະເທດຊາດ.

ໂອກາດນີ້, ທ່ານ ຄຳເຈນ ວົງໂພສີ ໄດ້ເນັ້ນໃຫ້ຄະນະພັກ, ຄະນະນໍາ ສືບຕໍ່ປຸກລະດົມ ສະມາຊິກພັກ, ພະນັກງານ-ລັດຖະກອນ ເຂົ້າຮ່ວມໃນຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ພາຍໃຕ້ຄໍາຂວັນ ຂອງກະຊວງ ຜທ ວາງອອກ  5ປ ຄື: ປຶກແຜ່ນ, ເປັນເຈົ້າ, ເປີດໃຈ, ໂປ່ງໄສ, ປະສິດທິຜົນ. ທັງຮັບປະກັນ 4 ຄາດໝາຍຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫລາຍ, ໃຫ້ຖືກກົດໝາຍ, ແລະ 3 ສ ຄື: ສະຫງົບ, ສະອາດ, ສວຍງາມ;  ສືບຕໍ່ປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ຕາມຈິດໃຈສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕອບສະໜອງຄວາມຮຽກ ຮ້ອງຕ້ອງການໃນການຍົກສູງຄວາມສາມາດ ແລະ ຄຸນນະພາບໃນການນໍາພາຂອງພັກ ໃນໄລຍະໃໝ່, ການແຂ່ງຂັນຮັກຊາດ ແລະ ພັດທະນາ ຂໍໃຫ້ເປັນການທົດສອບຄວາມສາມາດໃນການນໍາພາ ຂອງຄະນະພັກ ແລະ ຄະນະນໍາ ແຕ່ລະຂັັ້ນໃນໄລຍະໃໝ່;  ຕ້ອງສືບຕໍ່ຖືເອົາການຕິດຕາມ, ຊຸກຍູ້, ກວດກາ ແລະ ຕີລາຄາວຽກດີ, ຄົນເດັ່ນ ເປັນໜ້າທີ່ອັນປົກກະຕິ ຂອງແຕ່ລະພາກສ່ວນ ທັງຈັດຕັ້ງການຍ້ອງຍໍໃຫ້ຖືກຄົນ, ຖືກວຽກ ແລະ ທັນການ ເປັນໜຶ່ງໃນບັນດາມາດຕະການກະຕຸ້ນ ເພື່ອສົ່ງເສີມຂະບວນການໃຫ້ຂະຫຍາຍຕົວນັບມື້ກວ້າງຂວາງ ແລະ ແຂງແຮງ ເຮັດໃຫ້ກາຍເປັນການປຸກລະດົມຄວາມຟົດຟື້ນ, ຫ້າວຫັນ, ຜູ້ທີ່ມີຫົວຄິດປະດິດສ້າງ ກໍໃຫ້ເປັນຕົວແບບທີ່ດີເດັ່ນກໍ່ສະເໜີຍ້ອງຍໍໃຫ້ທັນການ.