ກະຊວງ ແຜນການ ແລະ ການລົງທຶນປຶກສາຫາລືກ່ຽວກັບ ແຜນຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ສ ປປ ລາວ ແລະ ທະນາຄານໂລກ ໄລຍະ 2022 – 2026.

Oct 20, 2021 | ການເຄື່ອນໄຫວ

ໃນວັນທີ 22 ກັນຍາ 2021 ນີ້, ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມໃນຮູບແບບວິດີໂອທາງໄກ ໂດຍການເປັນປະທານ ຂອງ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ຮ່ວມກັບ ຫ້ອງການ ທະນາຄານໂລກ ປະຈຳ ສ ປປ ລາວ, ຂະແໜງການທີ່ກ່ຽວຂ້ອງ ກໍ່ຄື ບັນດາກົມແຜນການ ແລະ ກົມຕ່າງໆ ທີ່ຈັດຕັ້ງປະຕິບັດ ໂຄງການຂອງທະນາຄານໂລກ ລວມທັງ ພະແນກແຜນການ ແລະ ການລົງທຶນ ໃນ 17 ແຂວງ ແລະ ແຂວງນະຄອນຫຼວງ ເພື່ອປຶກສາຫາລື ກ່ຽວກັບ ແຜນຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ສ ປປ ລາວ ແລະ ທະນາຄານໂລກ ໄລຍະ 2022 – 2026.

ອີງຕາມແຜນຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ສ ປປ ລາວ ແລະ ທະນາຄານໂລກ ປະຈຳສົກປີ 2017-2021 ແລະ ການພົບປະຂອງ ທ່ານ ອາເລັກຊານເດີ ເຄຣັມເມີ ຄັ້ງວັນທີ 13 ກັນຍາ 2021 ໂດຍຈະມີການສືບຕໍ່ປຶກສາຫາລືໃນການລະດົມແນວຄວາມຄິດ ເພື່ອປະກອບຄຳເຫັນໃສ່ລາຍລະອຽດ ຂອງແຜນຍຸດທະສາດການຮ່ວມມືໃນໄລຍະໃໝ່ ປະຈຳສົກປີ 2022-2026.

ແຜນຍຸດທະສາດ ການຮ່ວມມື ລະຫວ່າງ ລັດຖະບານ ສ ປປ ລາວ ແລະ ທະນາຄານໂລກໃນໄລຍະ ສົກປີ 2017-2021 ແມ່ນໄດ້ກະກຽມຈະສິ້ນສຸດລົງ, ດ້ວຍເຫດນັ້ນ, ທາງທະນາຄານໂລກ ທີ່ເປັນຜູ້ຄົ້ນຄວ້າບົດປະເມີນ ສະພາບເສດຖະກິດ ແລະ ບົດສຶກສາຕ່າງໆທີ່ກ່ຽວຂ້ອງ ຈື່ງໄດ້ສະເໜີ ຂໍຜ່ານບົດລາຍງານການປະເມີນສະພາບເສດຖະກິດຂອງ ສ ປປ ລາວ ໃນໄລຍະຜ່ານມາ ພ້ອມທັງເຜີຍແຜ່ແຜນຍຸດທະນສາດການຮ່ວມມືໃນໄລຍະໃໝ່ ປະຈຳສົກປີ 2022 – 2026 ນີ້. ໃນນັ້ນ, ກໍ່ເພື່ອຕອບໂຈດ ໃຫ້ແກ່ແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ຄັ້ງທີ IX ທີ່ເນັ້ນໜັກໃສ່ວຽກງານ ວາລະແຫ່ງຊາດເພື່ອຫຼຸດຜ່ອນຄວາມທຸກຍາກ ທາງດ້ານເສດຖະກິດ-ການເງິນ ຂອງ ສ ປປ ລາວ ເຊິ່ງ ເປັນວຽກງານໜຶ່ງທີ່ສຳຄັນ ທີ່ເປັນບູລິມະສິດຂອງລັດຖະບານ ທີ່ຈະຕ້ອງໄດ້ບັນລຸຕາມເປົ້າໝາຍ SDGs ໃນປີ 2025.

ກອງປະຊຸມຜ່ານວິດີໂອທາງໄກໃນຄັ້ງນີ້, ຈະໄດ້ຮັບຟັງ ການປະກອບຄຳຄິດເຫັນ ເພື່ອເຮັດໃຫ້ ເນື້ອໃນກອງປະ ຊຸມ ຄົບຖ້ວນສົມບູນ ຫຼັງຈາກນັ້ນ ກະຊວງແຜນການ ແລະ ການລົງທຶນຈະໄດ້ນຳເອົາຜົນຂອງກອງປະຊຸມນີ້ ເປັນບ່ອນອີງໄປຜັນຂະຫຍາຍ ໃນການຈັດຕັ້ງປະຕິບັດວຽກງານ ກໍ່ຄືແຜນຍຸດທະສາດການຮ່ວມ ລະຫວ່າງ ລັດຖະບານ ສ ປປ ລາວ ແລະ ທະນາຄານໂລກ ໃນໄລຍະໃໝ່ນີ້ ໃຫ້ສຳເລັດ ແລະ ບັນລຸຕາມວັດຖຸປະສົງ ແລະເປົ້າໝາຍທີ່ວາງໄວ້.