ການນຳກະຊວງແຜນການ ແລະ ການລົງທຶນ ເຂົ້າອວຍພອນວັນຊາດ ສສ ຫວຽດນາມ

Sep 6, 2022 | ການເຄື່ອນໄຫວ, ຂ່າວເດັ່ນ

ໃນວັນທີ 2 ກັນຍາ 2022, ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະນຳ ກະຊວງແຜນການ ແລະ ການລົງທຶນ ໄດ້ເຂົ້າມອບກະຕ໋າດອກໄມ້ອວຍພອນ ທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ.

ເນື່ອງໃນໂອກາດວັນສະຖາປະນາ (ວັນຊາດ) ສສ ຫວຽດນາມ ຄົບຮອບ 77 ປີ ແລະ ສະເຫຼີມສະຫຼອງ ສອງວັນປະຫວັດສາດ ລະຫວ່າງ ສອງຊາດລາວ-ຫວຽດນາມຄື: ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977 – 18/7/2022) ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 60 ປີ (5/9/1962 – 5/9/2022). ທ່ານ ຄຳເຈນ ວົງໂພສີ  ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ໃນການພັດທະນາຂອງ ສສ ຫວຽດນາມຕະຫຼອດໄລຍະ 77 ປີ ຜ່ານມາເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບເສດຖະກິດມີການຂະຫຍາຍຕົວໄວ ຊິວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງເທື່ອລະ